ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນຈິງໃຈ ມາຍັງພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ຂ້າພະເຈົ້າ ຂໍຖືໂອກາດນີ້ຢືນຢັນ ຄວາມສໍາຄັນຂອງການສົ່ງເສີມການຮ່ວມມືກັນໃນທຸກຂະແໜງການ ແລະ ການພັດທະນາສາຍພົວພັນອັນດີ ລະຫວ່າງສອງປະເທດພວກເຮົາ.
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະມີຄວາມຜາສຸູກ ແລະ ປະຊາຊົນລາວ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ອັບເດລ ຟາຕາ ອາລ ຊີຊີ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ