ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວ ຈາກນາຍົກ ແລະ ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ

ນະ​ຄອນ​ຫຼວງ​ພະ​ນົມ​ເປັນ, ວັນ​ທີ 01 ທັນ​ວາ 2017

ພະ​ນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ

ນາ​ຍົກ​ລັດ​ຖະ​ມົນ​ຕີ

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນ​ະ​ຄອນ​ຫຼວງວຽງ​ຈັນ.

ພະ​ນະ​ທ່ານ,

          ໃນ​ນາມ​ຕາງ​ໜ້າ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ​ກຳ​ປູ​ເຈຍ, ຂ້າ​ພະ​ເຈົ້າ ຂໍສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ ພະ​ນະ​ທ່ານ ແລະ ຜ່ານ​ພະ​ນະ​ທ່ານ ໄປ​ຍັງ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ແຫ່ງ ສ​ປ​ປ​ ລາວ ເນື່ອງ​ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.

ປະ​ເທດ​ລາວ ພາຍ​ໃຕ້​ການ​ນຳ​ພາ ຂອງ​ພະ​ນະ​ທ່ານ ແມ່ນ​ສືບ​ຕໍ່ມີ​ສັນ​ຕິ​ພາບ, ​ມີສະ​ຖຽນ​ລະ​ພາບ ແລະ ​ເສດ​ຖະ​ກິດ​​ມີ​ຄວາມຈະ​ເລີນ​ກ້າວ​ໜ້າ. ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ ກໍ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຢ່າງ​ກ້າວ​ກະ​ໂດດ ໃນ​ໄລ​ຍະ​ເວ​ລາ 42 ປີ. ດ້ວຍ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ ຂໍຢືນ​ຢັນ​ຄືນ​ຄວາມ​ມຸ້ງ​ໝັ້ນ ທີ່​ຈະ​ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ຮ່ວມ​ກັບ ພະ​ນະ​ທ່ານ ເພື່ອຍົກ​ສູງ​ສາຍ​ພົວ​ພັນ​ສອງ​ຝ່າຍ ໃຫ້​ມີ​ບາດ​ກ້າວ​ອັນໃໝ່​ທີ່​ສູງ​ຂຶ້ນ​ ເພື່ອ​ຜົນ​ປະ​ໂຫຍດ​ລວມ ຂອງ​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ ກໍ​ຄື ເພື່ອ​ຄວາມ​ຜາ​ສຸກຂອງ​ປະ​ຊາ​ຄົມ​ອາ​ຊຽນ​ ດ້ວຍ​ການສົ່ງ​ເສີມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ຂ້າ​ພະ​ເຈົ້າ ຂໍ​ຖື​ໂອ​ກາດນີ້ ອວຍ​ພອນ​ມາ​ຍັງ ພະ​ນະ​ທ່ານ ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງ ຂອງ​ພະ​ນະ​ທ່ານ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ສີ​ວິ​ໄລ ຂອງ​ປະ​ຊາ​ຊົນ​ລາວ.

                                                                        ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

                                                                                 

                                                                              ຮຸນ ​ແຊນ


 

ພະ​ນະ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນະ​ຄອນ​ຫຼວງວຽງ​ຈັນ

ພະ​ນະ​ທ່ານ, ສະ​ບານ​ດີ ລັດ​ຖະ​ມົນ​ຕີ ແລະ ເພື່ອນ

          ຂ້າ​ພະ​ເຈົ້າ ​ມີ​ຄວາມ​ປິ​ຕີ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ ມາ​ຍັງ ພະ​ນະ​ທ່ານ ແລະ ເພື່ອນ​ປະ​ຊາ​ຊົນ​ລາວ ເນື່ອງ​ໃນ​ໂອ​ກາດ​ທີ່​ມີ​ຄວາມ​ສຸກ ວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ຄົບ​ຮອບ 42 ປີ.

          ກຳ​ປູ​ເຈຍ ແລະ ລາວ ໄດ້​ຖະ​ນຸ​ຖະ​ໜອມ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ​ຜ່ານການ​ເຕີບ​ໃຫ​ຍ່ດ້ວຍ​ຄວາມ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ ແລະ ກັນ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ໃກ້​ຊິດຂອງ​ພວກ​ເຮົາ ໄດ້​​ຜ່ານ​ຜົນ​ປະ​ໂຫຍດ​ຫຼາຍ​ຂັ້ນ​ຕອນ ເພື່ອ​ຄວາມ​ຜາ​ສຸກ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ ຂອງ​ປະ​ຊາ​ຊົນ​ພວກ​ເຮົາ.

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ, ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ແລະ ການ​ຮ່ວມ​ມື​ທີ່​ເຕັມ​ໄປ​ດ້ວຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ເຂັ້ມ​ແຂງ ລະ​ຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ ໂດຍ​ສະ​ເພາະ ລ​ະ​ຫວ່າງ ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈະ​ສືບ​ຕໍ່​ແໜ້ນ​ແຟ້ນ ແລະ ເລີກ​ເຊິ່ງ​ຍິ່ງໆ​ຂຶ້ນ ເພື່ອ​ຜົນ​ປະ​ໂຫຍດ​ລວມ ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ ກໍ​ຄື​ຄວາມ​ເຂັ້ມ​ແຂງ​ຂອງ​ຄອບ​ຄົວ​ອາ​ຊຽນ.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ ແລະ ຂໍ​ອວຍ​ພອນ​ອັນ​ປະ​ເສີດ ມາ​ຍັງ ພະ​ນະ​ທ່ານ ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດໃນໜ້າ​ທີ່ອັນ​ມີ​ກຽດສູງ​ສົ່ງ ຂອງ​ພະ​ນ​ະ​ທ່ານ.

 

                                                                                           

                                                                                       ປ​ຣາກ ໂຊ​ຄົນ

 

 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484288
ມື້ນີ້265
ມື້ວານ147
ອາທິດນີ້726
ເດືອນນີ້3593