ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ປະທານປະເທດ ທີ່ນັບຖື,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍຖືໂອກາດ ໃນນາມສ່ວນຕົວ ແລະ ໃນນາມຂອງປະຊາຊົນ ກຳປູເຈຍ ສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ຄຳອວຍພອນໄຊ ມາຍັງພະນະທ່ານ ກໍຄືປະຊາຊົນລາວ ທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກ.
ຂ້າພະເຈົ້າ ຍັງຮັກສາໃນຄວາມຊົງຈຳ ການມາຢ້ຽມຢາມ ພະນົມເປັນ ຂອງພະນະທ່ານ ໃນເດືອນກຸມພາທີ່ຜ່ານມາ ຊຶ່ງເປັນໂອກາດອັນດີໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມື ແລະ ການເປັນເພື່ອນບ້ານທີ່ດີ ລະຫວ່າງ ສອງປະເທດພວກເຮົາ.
ດ້ວຍຄວາມນັບຖືຢ່າງສູງ.
ໂນໂຣດົມ ສີຫາໂມນີ
ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ກຳປູເຈຍ
ພະນົມເປັນ, ວັນທີ 30 ພະຈິກ 2017