ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ອູລານບາຕໍ ສະເຫລີມສະຫລອງ ວັນບຸນປີໃຫມ່ຊາວເຜົ່າມົ້ງ ປີ 2017

 

Kinyieng1 Kinyieng2

 

ໃນຕອນ​ທ່ຽງ​ຂອງ ວັນທີ 18 ພະຈິກ 2017, ສະຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ທີ່ ອູ​ລານ​ບາ​ຕໍ, ປະ​ເທດ ມົງ​ໂກ​ລີ ໄດ້ຮ່ວມກັບນັກສຶກສາລາວຊາວເຜົ່າມົ້ງ ທີ່ ກໍາລັງສຶກສາຮໍ່າຮຽນ ຢູ່ ມົງໂກລີ ຈັດງານສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ (ບຸນກິນຈຽງ) ຂອງຊາວເຜົ່າມົ້ງ ຢູ່ ສະຖານເອກອັກຄະລັດຖະທູດ

ໃນງານດັ່ງກ່າວນີ້ ໄດ້ມີພິທີບາສີສູ່ຂວັນຕາມຮີດຄອງປະເພນີ, ທັງ​ນີ້ ກໍ​ເພື່ອ​ເປັນ​ການ​ອະນຸລັກ-ຮັກສາ ວັດທະນະທໍາ ແລະ ຮີດຄອງ​ປະ​ເພນີ ອັນ​ດີງາມ​ຂອງຊົນ​ເຜົ່າມົ້ງ, ໂດຍມີພະນັກງານຂອງສະຖານທູດ ພ້ອມດ້ວຍນັກສຶກສາລາວ ທີ່ ກຳລັງສຶກສາ ຢູ່ ມົງໂກລີ ໝົດທຸກຄົນ ໄດ້ເຂົ້າຮ່ວມ. ພາຍຫລັງ​ສຳ​ເລັດ​ການ​ບາສີ​ສູ່​ຂວັນ​ແລ້ວ ກໍ​​ໄດ້​ຈັດ​ພາ​ເຂົ້າ​ສາ ມັກຄີ ​ເພື່ອ​ເປັນ​ການ​ພົບປ​ະສັງສັນ, ສ້າງຄວາມ​ຮັກ​ແພງ, ​ໃກ້ຊິດ ລະຫວ່າງ​ ພະນັກງານ​ຂອງ ສະຖານທູດ ແລະ ນັກ​ສຶກສາ ດ້ວຍ​ກັນ. ກ່ອນ​ການ​ຮ່ວມ​ພາ​ເຂົ້າ​ສາມັກຄີ, ທ່ານ ສີ​ອາ​ລຸນ​ກອນ ​​ແສງ​ອຸທອນ, ​ເອກອັກຄະ​ລັດຖະທູດ ແຫ່ງ ​ສປປ ລາວ ປະຈຳ ມົງ​ໂກ​ລີ ​ກໍໄດ້​ຖື​ເອົາ​ໂອກາດ​ນີ້ ກ່າວອວຍພອນ ໃນໂອກາດວັນສໍາຄັນຂອງ ນັກສຶກສາເຜົ່າມົ້ງລາວ ຈົ່ງມີພະລະນາໄມສົມບູນ, ມີຄວາມສາມັກຄີ​, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ເອົາ​ໃຈ​ໃສ່​ຄົ້ນຄວ້າ​ຮ່ຳຮຽນ-ວິຊາ​ຄວາມ​ຮູ້, ຮຽນ​ໃຫ້​ເກັ່ງ-​ເສັງ​ໃຫ້​ໄດ້ ​ເພື່ອ​ນຳ​ໄປ​ປະກອບສ່ວນສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ລວມເຖິງ ການ​​ເຄົາລົບ​ລະບຽບ​ການ​ ຂອງ​ປະ​ເທດ ​ເຈົ້າພາບ ກໍ​ຄືລະບຽບ​ຂອງ​ສະ​ຖາ​ບັນບ່ອນ​ຕົນ​ສຶກສາ​ຢູ່. ​ ພາຍຫລັງ ຮັບ​ປະທານ ອາຫານທ່ຽງ​ແລ້ວ ກໍ​​ໄດ້​ມີ​ການ​ມ່ວນ​ຊື່ນ​ຕາມ​ຮີດຄອງ​ປະ​ເພນີ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍເລິກເຊີ່ງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484634
ມື້ນີ້150
ມື້ວານ188
ອາທິດນີ້1072
ເດືອນນີ້3939