ນະຄອນຫຼວງວຽງຈັນ, ວັນທີ 20 ກໍລະກົດ 2017
ພະນະທ່ານ,
ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນຈິງໃຈ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ມານດິວ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ມານດິວ ຄົບຮອບ 52 ປີ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ມານດິວ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນມາເປັນເວລາ 6 ປີ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນມາຍັງ ພະນະທ່ານ ຈົ່ງມີພະລານາໄມທີ່ສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ຂໍອວຍພອນໃຫ້ ປະຊາຊົນ ມານດິວ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນາຖາວອນຍິ່ງຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ.
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ອັບດຸນລາ ຢາມີນ ອັບດຸນ ກາຢຸມ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດີິວ
ມາເລ