ນະຄອນຫຼວງວຽງຈັນ, 20 ກໍລະກົດ 2017
ພະນະທ່ານ,
ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ, ລັດຖະ ບານ ແລະ ປະຊາຊົນ ເອຢິບ ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ຄົບຮອບ 65 ປີ ແຫ່ງ ການສະຖາປະນາ ສາທາລະນະລັດ ອາຣັບ ເອຢິບ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ເອຢິບ ມີສາຍພົວພັນອັນດີນຳກັນ ຕະຫຼອດໄລຍະເວລາ 41 ປີ. ຂ້າພະເຈົ້າ ຫວັງວ່າ ສອງປະເທດຂອງພວກເຮົາ ຈະສືບຕໍ່ເຮັດວຽກຮ່ວມກັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງ ພະນະທ່ານ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ອັບເດວ ຟາຕາ ເອລ ຊິຊິ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ
ໄຄໂຣ