ໂທລະເລກອວຍພອນ
ເຖິງ:
- ສະຫາຍ: ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
- ສະຫາຍ ເຈີ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ.
- ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ.
- ສະຫາຍ ນາງ ຫງວຽນ ທິ ກີມ ເງິນ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ.
ທີ່ ນະຄອນຫຼວງຮ່າໂນ້ຍ.
ບັນດາສະຫາຍທີ່ຮັກແພງ !
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ເພື່ອຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັນຍິ່ງໃນການພົວພັນລະຫວ່າງສອງປະເທດພວກເຮົາ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (5/9/1962-5/9/2017) ໃນນາມ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ, ໝົດຈິດໝົດໃຈ, ຄວາມສາມັກຄີຮັກແພງອັນສະໜິດສະໝົມຖານອ້າຍນ້ອງ ແລະ ສົ່ງພອນໄຊອັນປະເສີດມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ.
ການສ້າງຕັ້ງສາຍພົວພັນການທູດ ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໄດ້ກາຍເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງສອງຊາດເຮົາ ການພົວພັນດັ່ງກ່າວໄດ້ກາຍເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນສາຍພົວພັນທີ່ຫາໄດ້ຍາກໃນການພົວພັນສາກົນ ແລະ ໃນໂລກ.
ພັກ - ລັດ ແລະ ປະຊາຊົນລາວບັນດາເຜົ່າມີຄວາມປິຕິຊົມຊື່ນ ແລະ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ເມື່ອເຫັນວ່າ ພັກ - ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາມໃດກໍ່ຢູ່ຄຽງບ່າຄຽງໄລ່, ສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນລາວດ້ວຍດີຕະຫຼອດມາ ບໍ່ວ່າໃນໄລຍະສົງຄາມຕໍ່ສູ້ກູ້ຊາດອັນຍຶດເຍື້ອຍາວນານທີ່ແສນລະອິດລະອ້ຽວ, ເຕັມໄປດ້ວຍອຸປະສັກ ແລະ ສິ່ງທ້າທາຍຫຼາຍປະການ; ກໍ່ຄືໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ນໍ້າໃຈມິດຕະພາບ, ຄວາມສາມັກຄີ ແລະ ຄວາມສໍາພັນສູ້ຮົບທີ່ເປັນມູນເຊື້ອ ໃນພາລະກິດປະຕິວັດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາໃນເມື່ອກ່ອນ ໄດ້ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃນປະຈຸບັນ ແລະ ສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານ.
ຕະຫຼອດໄລຍະເວລາແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ ໂດຍສະເພາະນັບແຕ່ສອງປະເທດ ໄດ້ເລີ່ມຕົ້ນດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານມານີ້ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍແມ່ນ ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ພ້ອມດ້ວຍບັນດາການນໍາຮຸ້ນກໍ່ຕັ້ງການປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ທີ່ໄດ້ທຸ້ມເທເຫື່ອແຮງຮ່ວມກັນສ້າງຕັ້ງຂຶ້ນ ແລະ ໄດ້ຮັບການທະນຸທະໜອມ, ເພີ່ມພູນຄູນສ້າງຢ່າງໜັກແໜ້ນ ແລະ ເລິກເຊິ່ງ, ກາຍເປັນມໍລະດົກອັນຍອດຍິ່ງ ແລະ ສະຫວ່າງສະໄຫວ, ເປັນກົດແກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ທັງເປັນປັດໃຈຕັດສິນໄຊຊະນະການປະຕິວັດຂອງແຕ່ລະປະເທດໃນທຸກຍຸກທຸກສະໄໝ ແລະ ນັບມື້ກໍ່ຍິ່ງໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຢ່າງເລິກເຊິ່ງບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕຂອງກັນແລະກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງພວກເຮົາ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມໝັ້ນທ່ຽງດ້ານການເມືອງ-ສັງຄົມ, ເອກະພາບທົ່ວປວງຊົນ ແລະ ຕາມທິດຂະຫຍາຍຕົວຂອງແຕ່ລະປະເທດ; ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການເອົາໃຈໃສ່, ມີຄວາມຄືບໜ້າ ແລະ ມູນຄ່າການຄ້າ ລະຫວ່າງ ສອງປະເທດສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຫວຽດນາມ ຈັດຢູ່ໃນແຖວໜ້າຂອງບັນດາເທດ ແລະ ເຂດແຄວ້ນທີ່ມີການລົງທຶນຫຼາຍທີ່ສຸດຢູ່ ສປປ ລາວ; ການຮ່ວມມືດ້ານວັດທະນະທໍາ, ການສຶກສາ ແລະ ກິລາ, ວິທະຍາສາດ-ເຕັກນິກ, ການຄົມມະນາຄົມ-ຂົນສົ່ງ, ການຕ່າງປະເທດ ແລະ ດ້ານອື່ນໆ ກໍ່ມີການຜັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ຮັບການເສີມຂະຫຍາຍໄປພ້ອມໆກັນ. ທັງໝົດນີ້, ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາຂອງທັງສອງປະເທດໃຫ້ມີຄວາມເຂັ້ມແຂງ, ເຮັັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງນັບມື້ດີຂຶ້ນ, ຊື່ສຽງ ແລະ ຖານະບົດບາດຂອງສອງປະເທດ ລາວ-ຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີ່ພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.
ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າມີຄວາມຄິດຮອດຄິດເຖິງ ແລະ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຂອບອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະ ບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ການປະຕິວັດຂອງພວກຂ້າພະເຈົ້າ ຈົນຕະຫຼອດມາ. ພວກຂ້າພະເຈົ້າຂໍຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາສະຫາຍ ໃນການໃຫ້ຄວາມສໍາຄັນ ແລະ ບຸລິມະສິດສູງສຸດໃຫ້ແກ່ປົກປັກຮັກສາ, ປັບປຸງ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອປະກອບສ່ວນນໍາເອົາປະເທດຊາດຂອງພວກເຮົາກ້າວຂຶ້ນຢ່າງໜັກແໜ້ນ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ, ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສ້າງຄວາມເຂັ້ມແຂງ ແລະ ອຸດົມຮັ່ງມີໃຫ້ແກ່ກັນໃນເງື່ອນໄຂໃໝ່.
ຂໍອວຍພອນໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ, ບັນລຸຈຸດ ໝາຍແຫ່ງການສ້າງ ສສ. ຫວຽດນາມ ໃຫ້ເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໃຫ້ສໍາເລັດໂດຍພື້ນຖານໃນປີ 2020, ເຮັດໃຫ້ປະຊາຊົນຫວຽດນາມມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທໍາ ແລະ ສິວິໄລ.
ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.
ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ປານີ ຢາທໍ່ຕູ້
ປະທານສະພາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
------------------------------------------------------------------------------------------------
ເຖິງ: - ສະຫາຍ: ຟ້າມ ບິ່ງ ມິງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ທີ່ ນະຄອນຫຼວງຮ່າໂນ້ຍ.
ສະຫາຍລັດຖະມົນຕີທີ່ຮັກແພງ !
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017 ແລະ ເພື່ອເປັນການຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (5/9/1962-5/9/2017) ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໃນນາມ ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໝົມຖານອ້າຍນ້ອງ ແລະ ສົ່ງພອນໄຊອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທຸກຖ້ວນໜ້າ.
ການສ້າງຕັ້ງສາຍພົວພັນການທູດ ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນຮ່ວມມື ລະຫວ່າງ ສອງປະເທດພວກເຮົາ, ທັງເປັນຂີດໝາຍ ແລະ ເປັນການໄຂສັງກາດໃໝ່ແຫ່ງການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ.
ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ເມື່ອເຫັນວ່າ ບົນເສັ້ນທາງປະຫວັດສາດອັນລະອິດລະອ້ຽວ ຕະຫຼອດໄລຍະເວລາແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະ ພາຍຫຼັງທີ່ສອງປະເທດພວກເຮົາ ໄດ້ມີການດໍາເນີນພາລະກິດປ່ຽນໃໝ່ຮອບດ້ານທີ່ມີຫຼັກການຂອງພັກມານີ້, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ຍັງສືບຕໍ່ໝັ້ນຄົງທະນົງແກ່ນໃນທຸກໆດ້ານ ອັນໄດ້ນໍາເອົາຜົນປະໂຫຍດລວມຕົວຈິງມາສູ່ປະຊາຊົນສອງຊາດ. ໃນນັ້ນ, ສອງກະຊວງການຕ່າງປະເທດພວກເຮົາ ໄດ້ມີການປະສານສົມທົບກັນຢ່າງສະນິດແໜ້ນ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນສູງໃນການເປັນເສນາທິການໃຫ້ແກ່ການນໍາ ພັກ-ລັດ ຂອງພວກເຮົາ ເພື່ອສົ່ງເສີມ ແລະ ຮັດແໜ້ນການພົວພັນ ລະຫວ່າງ ສອງປະເທດ ກໍ່ຄືສອງກະຊວງການຕ່າງປະເທດ ໃຫ້ຈະເລີນງອກງາມຍິ່ງຂຶ້ນ. ຄຽງຄູ່ກັນນັ້ນ, ກໍ່ໄດ້ລະດົມຂົນຂວາຍ, ທັງຕໍ່ສູ້ທັງຍາດແຍງເອົາການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດສາກົນ ເພື່ອບັນລຸເປົ້າໝາຍທີ່ວາງໄວ້ຂອງແຕ່ລະເທດ, ເຮັດໃຫ້ຊື່ສຽງ ແລະ ອິດທິພົນ ຂອງ ສປປ ລາວ ແລະ ສສ. ຫວຽດນາມ ກາຍເປັນທີ່ຮັບຮູ້ຢ່າງກວ້າງຂວາງ ແລະ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ໃນທ່າມກາງບັນຍາກາດເບີກບານມ່ວນຊື່ນແຫ່ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ການປະຕິວັດຂອງປະຊາຊົນລາວຈົນໄດ້ຮັບໄຊຊະນະ ແລະ ມີຜົນສໍາເລັດຢ່າງຈົບງາມຕະຫຼອດມາ.
ຂ້າພະເຈົ້າ ຂໍຢືນຢັນຢ່າງໜັກແໜ້ນວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ແລະ ແໜ້ນແຟ້ນກັບສະຫາຍ ເພື່ອປະກອບສ່ວນຢ່າງສົມກຽດ ແລະ ເຮັດສຸດຄວາມສາມາດຂອງຕົນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຍິ່ງໃຫຍ່, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍ່ຄືລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ໃຫ້ຈະເລີນງອກງາມສູ່ລະດັບໃໝ່ ເພື່ອຜົນປະໂຫຍດລວມຂອງສອງປະເທດ ລາວ-ຫວຽດນາມ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນຄອບຄົວອາຊຽນ ກໍ່ຄືໃນເວທີພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນໍາອັນສະຫຼາດສ່ອງໃສ່ຂອງ ພັກກອມມູນິດຫວຽດນາມ ຈົ່ງໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ, ບັນລຸຈຸດໝາຍແຫ່ງການສ້າງ ສສ. ຫວຽດນາມ ກາຍເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໃຫ້ສໍາເລັດໂດຍພື້ນຖານໃນປີ 2020, ເຮັດໃຫ້ປະຊາຊົນຫວຽດນາມມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປໄຕ, ຍຸດຕິທໍາ ແລະ ສິວິໄລ.
ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ສສ. ຫວຽດນາມ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດໄປ.
ສະເຫຼີມໄຊ ກົມມະສິດ
ກໍາມະການສູນກາງພັກ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ນະຄອນຫຼວງວຽງຈັນ, ວັນທີ 17 ກໍລະກົດ 2017.