ພະນະທ່ານ ນາງ Theresa May,
ນາຍົກລັດຖະມົນຕີ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ
ທີ່ ນະຄອນຫຼວງ ລອນດອນ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫລົດໃຈ ກ່ຽວກັບ ເຫດການສະຫຍອງຂັວນທີ່ເປັນຍ້ອນລະເບີດແຕກ ໃນຕອນແລງ ວັນທີ 22 ພຶດສະພາ 2017, ທີ່ ເມືອງແມນເຊສ໌ເຕີ, ຊື່ງຖືກຕີລາຄາວ່າເປັນການກະທຳຂອງກຸ່ມກໍ່ການຮ້າຍ ອັນໄດ້ເຮັດໃຫ້ມີການສູນເສຍຊີວິດຂອງປະຊາຊົນຜູ້ບໍລິສຸດຈຳນວນໜຶ່ງ ແລະ ມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫລວງຫລາຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ສະແດງຄວາມເຫັນໃຈຢ່າງສຸດຊື້ງ ມາຍັງລັດຖະບານ ແລະ ປະຊາຊົນອັງກິດ ກໍ່ຄືຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການກະທຳອັນຮຸນແຮງດັ່ງກ່າວໃນຄັ້ງນີ້.
ທອງລຸນ ສີສຸລິດ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 23 ພຶດສະພາ 2017