ພະນະທ່ານ ເບີກເຈີ ແບນເດີ
ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ
ໂອສໂລ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ນອກແວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີພະລານະໄມສົມບູນ ແລະ ວັດທະນະຖາວອນ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາຈະໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງສອງປະເທດພວກເຮົາ ກໍຄືສອງກະຊວງການຕ່າງປະເທດຂອງພວກເຮົາໃນອານາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ