ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການວາງລະເບີດຢູ່ ເມືອງຊັງປີເຕີສະເບີກ

 

ພະນະທ່ານ ວຼາດີເມຍ ປູຕິນ,

ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ

ມົດສະກູ,

 ພະນະທ່ານ,

ພວກຂ້າພະເຈົ້າ ໄດ້ຮັບຊາບຂ່າວເສົ້າສະຫຼົດໃຈຕໍ່ກັບເຫດການລະເບີດ ທີ່ໄດ້ເກີດຂຶ້ນໂດຍການກະທຳຂອງຜູ້ກໍ່ການຮ້າຍ ໃນວັນທີ 3 ເມສາ 2017 ຢູ່ສະຖານີລົດໄຟໃຕ້ດິນ, ເມືອງຊັງປີເຕີສະເບີກ, ຊຶ່ງເຮັດໃຫ້ມີປະຊາຊົນຜູ້ບໍລິສຸດໄດ້ຮັບເຄາະຮ້າຍເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ.

 

ໃນນາມຕາງໜ້າໃຫ້ປະຊາຊົນແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສະຫະພັນ ຣັດເຊຍ ພ້ອມທັງ ຄອບຄົວຍາດຕິພີ່ນ້ອງຜູ້ທີ່ຖືກເຄາະຮ້າຍຈາກເຫດການທີ່ຮຸນແຮງຄັ້ງນີ້.

 

ສປປ ລາວ ກ່າວປະນາມຕໍ່ການກໍ່ການຮ້າຍຄັ້ງນີ້ຢ່າງແຂງແຮງ ແລະ ຈະສາມັກຄີຄຽງບ່າຄຽງໄຫຼ່ ກັບ ສະຫະພັນ ຣັດເຊຍ ເພື່ອຮ່ວມມືກັບປະຊາຄົມໂລກ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ໃນທຸກຮູ ບແບບ ແລະ ການສະແດງອອກ.

 

                                                                    ດ້ວຍຄວາມນັບຖືຢ່າງສູງ,

 

ບຸນຍັງ ວໍລະຈິດ

 ປະທານປະເທດ

                                                    ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

----------------------------------------------------------------------------------------------------------------------

ພະນະທ່ານ ດີມີຕຼີ ເມດເວດເດບ,

ນາຍົກລັດຖະມົນຕີແຫ່ງ ສະຫະພັນ ຣັດເຊຍ

ມົດສະກູ,

ພະນະທ່ານ,

ພວກຂ້າພະເຈົ້າ ໄດ້ຮັບຊາບຂ່າວເສົ້າສະຫຼົດໃຈ ຕໍ່ກັບເຫດການລະເບີດທີ່ໄດ້ເກີດຂຶ້ນໂດຍການກະທຳຂອງຜູ້ກໍ່ການຮ້າຍ ໃນວັນທີ 4 ເມສາ 2017 ຢູ່ ສະຖານີລົດໄຟໃຕ້ດິນ ເມືອງຊັງປີເຕີສະເບີກ, ຊຶ່ງເຮັດໃຫ້ມີປະຊາຊົນຜູ້ເຄາະຮ້າຍເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ.

ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງ ລັດຖະບານ ແລະ ປະຊາຊົນແຫ່ງ ສະຫະພັນ ຣັດເຊຍ ພ້ອມທັງ ຄອບຄົວຍາດຕິພີ່ນ້ອງຜູ້ຖືກເຄາະຮ້າຍໃນເຫດການສະເທືອນຂວັນຄັ້ງນີ້.

ສປປ ລາວ ກ່າວປະນາມຕໍ່ການກໍ່ການຮ້າຍດັ່ງກ່າວ ແລະ ຈະສາມັກຄີຄຽງບ່າຄຽງໄຫຼ່ກັບ ສະຫະພັນ ຣັດເຊຍ ເພື່ອຮ່ວມມືກັບປະຊາຄົມໂລກໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ຄວາມຮຸນແຮງທຸກຮູບແບບ.

ດ້ວຍຄວາມນັບຖືຢ່າງສູງ,

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484700
ມື້ນີ້11
ມື້ວານ205
ອາທິດນີ້1138
ເດືອນນີ້4005