ນະຄອນຫຼວງວຽງຈັນ, ວັນທີ 15 ມີນາ 2017
ພະນະທ່ານ ໄມເຄີນ ຮິກກິນ
ປະທານາທິບໍດີ ແຫ່ງ ໄອແລນ
ທີ່ ດັບລິນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ໄອແລນ ຄົບຮອບ 68 ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນໄອແລນທຸກຖ້ວນໜ້າ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຈະເລີນວັດທະນາ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄອແລນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືສັນຕິພາບໂລກ ແລະ ການຮ່ວມມື ເພື່ອການພັດທະນາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສປປ ລາວ