ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງລາວ ສົ່ງສານອວຍພອນວັນຊາດ ອົດສະຕຣາລີ

 

ພະນະທ່ານປີເຕີ ໂກສກຣົບ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕຣາລີ

ທີ່ ແຄນເບີຣາ

ພະນະທ່ານ,

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດອົດ​ສະ​ຕ​ຣາ​ລີ ຄົບ​ຮອບ 229 ປີ​, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,ຂ້າພະເຈົ້າ ຂໍສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​ ພະ​ນະ​ທ່ານ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນອົດ​ສະ​ຕ​ຣາ​ລີ ທຸກ​ຖ້ວນ​ໜ້າ.

ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ ລະ​ຫວ່າງ ສ​ປ​ປ ລາວ ແລະ ອົດ​ສະ​ຕ​ຣາ​ລີ ໄດ້​ຄົບ​ຮອບ 65 ປີ ໃນ​ປີ 2017. ລັດຖະບານແລະປະຊາຊົນລາວຕີລາຄາສູງແລະຮູ້ບຸນຄຸນຕໍ່ການຊ່ວຍເຫຼືອແລະການສະໜັບສະໜູນຂອງລັດຖະບານແລະປະຊາຊົນອົດສະຕຣາລີໃຫ້ແກ່ສປປລາວຕະຫຼອດໄລຍະທີ່ຜ່ານມາ, ຊຶ່ງໄດ້ປະກອບສ່ວນ​ອັນສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສ​ປ​ປ ລາວ. ຂ້າ​ພະ​ເຈົ້າ ມີ​ຄວາມ ເຊື່ອ​ໝັ້ນ​ວ່າ​ສາຍ​ພົວ​ພັນ ແລະ ການ​ຮ່ວມ​ມື​ທີ່​ດີ​ດັ່ງ​ກ່າວ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ ໃນ​ຊຸ່ມ​ປີ​ຂ້າງ​ໜ້າ.

ຂ້າພະເຈົ້າຂໍຖື​ໂອ​ກາດນີ້ອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນພາລະກິດອັນ​ສູງ​ສົ່ງ​ຂອງ​ພະ​ນະ​ທ່ານ ແລະ ຂໍອວຍພອນໄຊປີໃໝ່ອັນເສີດມາຍັງພະນະທ່ານ.

ດ້ວຍ​ຄວາມນັບຖືຢ່າງສູງ.

ບຸນ​ຍັງວໍ​ລະ​ຈິດ

ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ, ວັນທີ 24 ມັງ​ກອນ2017

-----------------------------------------------------------------------

 

ພະ​ນະ​ທ່ານ ມານ​ຄອມ ເທີນ​ບູນ

ນາຍົກລັດຖະມົນຕີ ແຫ່ງ ອົດ​ສະ​ຕ​ຣາ​ລີ

ທີ່ ແຄນ​ເບີ​ຣາ

ພະນະທ່ານ,

 

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດອົດ​ສະ​ຕ​ຣາ​ລີ ຄົບ​ຮອບ 229 ປີ​, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,ຂ້າພະເຈົ້າ ຂໍສົ່ງ​ຄຳ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​ ພະ​ນະ​ທ່ານ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ອົດ​ສະ​ຕ​ຣາ​ລີ ທຸກ​ຖ້ວນ​ໜ້າ.

​ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​​ທີ່​ເຫັນ​ວ່າ ຕະ​ຫຼອດ​ເວ​ລາ 65 ປີ​ທີ່​ຜ່ານ​ມາສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວ​ມ​ມືອັນ​ດີ ​ລະ​ຫວ່າງ ສ​ປ​ປ ລາວ ແລະ ອົດ​ສະ​ຕ​ຣາ​ລີ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ດ້ານ. ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ ຕີ​ລາ​ຄາ​ສູງ ແລະ ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ມາ​ຍັງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ອົດ​ສະ​ຕ​ຣາ​ລີ ທີ່​ໄດ້​ໃຫ້​ການ​ຊ່ວ​ຍ​ເຫຼືອ ແລະ ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ຕະ​ຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ ພະ​ນະ​ທ່ານ ເພື່ອ​ສືບ​ຕໍ່​ຮັດ​ແໜ້ນ ແລະ ເສີມ​ຂະ​ຫຍາຍ ສາຍ​ພົວ​ພັນ​ມິດ​ຕ​ະພາບ ແລະ ການ​ຮ່ວມ​ມື​ອັນ​ດີ ລະ​ຫວ່າງ ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວຍິ່ງ​ໆຂຶ້ນ ເພື່ອ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ. ຂ້າ​ພະ​ເຈົ້າ ຫວັງ​ວ່າ​ຈະ​ໄດ້​ພົບ​ປະ​ກັບ​ພະ​ນະ​ທ່ານ​ ໃນ​​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ-ອົດ​ສະ​ຕ​ຣາ​ລີ ​ໃນ​ປີ 2018 ທີ່ ອົດ​ສະ​ຕ​ຣາ​ລີ.

ຂ້າ​ພະ​ເຈົ້າ ຂໍ​ຖື​ໂອ​ກາດນີ້ ອວຍ​ພອນ​ໄຊ ອັນ​ປະ​ເສີດ ມາ​ຍັງ​ ພະ​ນະ​ທ່ານ ຈົ່ງ​ມີ​ພະ​ລາ​ນາ​ໄມ​ສົມ​ບູນ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​​ຂອງ​ພະ​ນະ​ທ່ານ.

 

ດ້ວຍຄວາມນັບຖືຢ່າງສູງ.

 

ທອງລຸນ ສີ​ສຸ​ລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 24 ມັງ​ກອນ 2017

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485511
ມື້ນີ້16
ມື້ວານ196
ອາທິດນີ້547
ເດືອນນີ້4816