ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວ ຈາກບັນດາການນຳລັດເຊຍ

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫລວງວຽງຈັນ

ພະນະທ່ານ,

          ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນຈິງໃຈ ມາຍັງ   ພະນະທ່ານ ເນື່ອງໃນໂອກາດວັນຊາດ, ຊຶ່ງເປັນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ສາຍພົວພັນ ລະຫວ່າງ ຣັດເຊຍ ແລະ ລາວ ແມ່ນມີມູນເຊື້ອມິດຕະພາບທີ່ມີມາແຕ່ດົນນານ. ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນຂອງຝ່າຍລາວ ໃນການເສີມຂະຫຍາຍການເປັນຄູ່ຮ່ວມເຈລະຈາ ລະຫວ່າງ ປະເທດຂອງຂ້າພະເຈົ້າ ແລະ ປະຊາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້.

ຂ້າພະເຈົ້າ ເຊື່ອວ່າ ການພັດທະນາການຮ່ວມມືສອງຝ່າຍຢ່າງສ້າງສັນ ແລະ ການຕອບສະໜອງຢ່າງວ່ອງໄວຕໍ່ການແກ້ໄຂບັນຫາສາກົນ ແມ່ນຈະນຳຜົນປະໂຫຍດລວມມາສູ່ພວກເຮົາ ແລະ ຖືກຕາມເປົ້າໝາຍໃນການເພີ່ມທະວີດ້ານສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນເຂດພາກພື້ນອາຊີ - ປາຊີຟິກ.

ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານ ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດ, ພ້ອມທັງອວຍພອນໃຫ້ປະຊາຊົນລາວ ຈົ່ງມີຄວາມຜາສຸກ ແລະ ວັດທະນາຖາວອນ.

                                                                   ດ້ວຍຄວາມນັບຖືຢ່າງສູງ.

                                                                     

                                                                       ວຼາດີເມຽ ປູຕິນ


ພະນະທ່ານທອງລຸນ ສີສຸລິດ

 ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 ນະຄອນຫລວງວຽງຈັນ

 ພະນະທ່ານ,

       ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍມາຍັງ ພະນະທ່ານ ເນື່ອງໃນໂອກາດວັນຊາດ, ຊຶ່ງເປັນວັນສະຖາປະນາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

      ສາຍພົວພັນ ຣັດເຊຍ-ລາວ ມີຂຶ້ນບົນພື້ນຖານຫຼັກການແຫ່ງມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ ແລະ ການເປັນຄູ່ຮ່ວມມືທີ່ໄດ້ຮັບການພັດທະນາເປັນກ້າວໆມາ. ຂ້າພະເຈົ້າ ເຊື່ອວ່າ ການເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ສັນຍາຮ່ວມກັນ ໃນຂະແໜງອຸດສາຫະກຳ, ພື້ນຖານໂຄງລ່າງ, ວິທະຍາສາດ ແລະ ວັດທະນະທຳ ນຳເອົາຜົນປະໂຫຍດຢ່າງຫຼວງຫຼາຍມາສູ່ສອງປະເທດພວກເຮົາ.

      ຂ້າພະເຈົ້າຂໍອວຍພອນໄຊໃຫ້ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງແລະ ປະສົບຜົນສຳເລັດໃນໜ້າທີ່ຄວາມຮັບຜິດຊອບວຽກງານຂອງພະນະທ່ານ, ພ້ອມທັງອວຍພອນໃຫ້ປະຊາຊົນລາວ ຈົ່ງມີຄວາມຜາສຸກ ແລະ ວັດທະນາຖາວອນ.

                                                                     ດ້ວຍຄວາມນັບຖືຢ່າງສູງ.

 

                                                                      ດີມີຕຼີ ເມດເວດເດັບ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484500
ມື້ນີ້16
ມື້ວານ188
ອາທິດນີ້938
ເດືອນນີ້3805