ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ແຫ່ງ ມາເລເຊຍ ຄົບຮອບ 59 ປີ

ພະນະທ່ານ,

ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 59 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງ ຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ລັດຖະບານ ແລະ ປະຊາຊົນມາເລເຊຍ ເພື່ອນມິດ ທຸກຖ້ວນຫນ້າ.

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ອັນ​ປີ​ຊາ​ສາ​ມາດ ​ຂອງ ພະ​ນະ​ທ່ານ ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ ແລະ ມາເລເຊຍ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ, ຂະ​ຫ​ຍາຍ​ຕົວ​ ແລະ ແຕກດອກອອກຜົນຍິ່ງໆ​ຂຶ້ນ ໃນ​ຊຸມ​ປີ​ຕໍ່​ໜ້າເພື່ອ​ຜົນ​ປະ​ໂຫຍດ​ລວມ ຂອງ ປະຊາຊົນ​ສອງ​ຊາດ ລາວ ແລະ ມາເລ ເຊຍ ກໍ່​ຄື ຄອບຄົວອາຊຽນ ຂອງພວກເຮົາ.

 

ຂ້າ​ພະ​ເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ​ອວຍ​ພອນ​ໄຊ​​ ໃຫ້ພະ​ນະ​ທ່ານ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ອັນໃຫ່ຍຫຼວງກວ່າເກົ່າ ໃນ​ໜ້າ​ທີ່​ອັນມີ​ກຽດ​ສູງ​ສົ່ງ​ ຂອງ ​ພະ​ນະ​ທ່ານ ແລະ ນຳ​ພາ​ປະ​ຊາ​ຊົນມາເລເຊຍ ​ສືບ​ຕໍ່​ມີ​ຄວາມ​ກ້າວ​ໜ້າ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຍິ່ງໆ​ຂຶ້ນ.

 

ດ້ວຍຄວາມເຄົາລົບແລະນັບຖືເປັນຢ່າງສູງ.                                  

 ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ພະນະທ່ານດາໂຕສຣິໂມນາຈິບຕຸນ ອັບດຸນ ລາຊັກ

ນາຍົກລັດຖະມົນຕີແຫ່ງ ມາເລເຊຍ

ທີ່ ກົວລາລຳເປີ

----------------------------------------------------------------------------------------------------------------------------------------------

ພະນະທ່ານ,

ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 59 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ການນຳ ແລະ ລັດຖະ ກອນກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ທຸກຖ້ວນຫນ້າ.

ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສອງກະຊວງການຕ່າງປະເທດ ພວກເຮົາ ໃຫ້ຈະເລີນງອກ ງາມຍິ່ງໆຂື້ນ ເພື່ອຜົນປະໂຫຍດລວມ ຂອງປະຊາຊົນສອງຊາດ ລາວ ແລະ ມາເລເຊຍ ກໍ່ຄືການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນເວທີພາກພື້ນ ແລະ ໃນໂລກ.

 

ຂ້າ​ພະ​ເຈົ້າ ຂໍຖືໂອກາດອັນສະຫງ່າລາສີ ແລະ ມີຄວາມສຳຄັນນີ້ ອວຍພອນໃຫ້ ສາຍພົວພັນ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ຈົ່ງສືບຕໍ່ຈະເລີນ ຮຸ່ງເຮືອງຍິ່ງໆຂື້ນ ແລະ ຂໍອວຍພອນ ໃຫ້ພະນະທ່ານ ພ້ອມດ້ວຍການນຳ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງມາເລເຊຍ ທຸກຖ້ວນຫນ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດ ໃນຫນ້າທີ່ອັນ ມີກຽດ ແລະ ສູງສົ່ງ ຂອງຕົນ.

 

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.                                                                                                                                                                                                                                                                                                                                                                                                                                                                                                                  

                                                                                                                                   ສະເຫຼີມໄຊ ກົມມະສິດ

                                                                                         ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

                     

ພະນະທ່ານ ດາໂຕະ ສິຣິ ອານິຟາ ອາມານ

 ລັດຖະມົນຕີຕ່າງປະເທດ ແຫ່ງ ມາເລເຊຍ

ທີ່ ກົວລາລຳເປີ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484500
ມື້ນີ້16
ມື້ວານ188
ອາທິດນີ້938
ເດືອນນີ້3805