ໃນວັນທີ 25 ກໍລະກົດ 2015, ສາມອົງການຈັດຕັ້ງມະຫາຊົນຂອງ ກະຊວງການຕ່າງປະເທດ ໄດ້ຈັດຂະບວນການອອກແຮງງານອານາໄມພາຍໃນກະຊວງ ແລະ ບໍລິເວນອ້ອມກະຊວງການຕ່າງ ປະເທດ ເພື່ອຄຳນັບຮັບຕອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງ ປະເທດ, ວັນການທູດລາວ ຄົບຮອບ 70 ປີ ແລະ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ.
ໃນວັນທີ 17 ກໍລະກົດ 2015, ຢູ່ທີ່ ສູນກິລາ Goodlife, ໄດ້ມີຈັດການແຂ່ງຂັນກິລາບານເຕະ ຊາວຫນຸ່ມກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຊິງຂັນທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເພື່ອຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ ຕປທ ແລະ ຄຕພ, ແລະວັນການທູດລາວ ຄົບຮອບ 70 ປີ. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ. ໂດຍມີຫົວໜ້າກົມ, ຮອງກົມ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນບ່າຍຂອງວັນທີ 20 ກໍລະກົດ 2015, ທີ່ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອລ້າ ລະຫວ່າງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ສອງແຂວງ: ຫຼວງນ້ຳທາ ແລະ ຜົ້ງສາລີ ເພື່ອນຳໄປຊ່ວຍເຫຼືອເດັກ ນ້ອຍທີ່ດ້ອຍໂອກາດຢູ່ 2 ແຂວງດັ່ງກ່າວ.