ໃນວັນທີ 2 ມີນາ 2016 ທີ່ ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນ (8 ມີນາ) ຄົບຮອບ 106 ປີ, ເຜີຍແຜ່ເອກະສານ ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIIແລະ ຫວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ; ເປັນກຽດເຜີຍແຜ່ເອກະສານໂດຍ ທ່ານ ນາງ ທຸມມາລີ ວົງພະຈັນ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ທ່ານ ນາງ ພິມພາ ແກ້ວມີໄຊ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ; ໂດຍມີຜູ້ຕາງໜ້າຈາກຄະນະພັກກະຊວງ, ສະຫະພັນກຳມະບານ, ຄະນະບໍລິຫານງານຊາວໜຸ່ມກະຊວງຕ່າງປະເທດແລະ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດທັງໝົດ ເຂົ້າຮ່ວມໃນພິທີດັ່ງກ່າວ. ນອກຈາກນັ້ນ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ເປີດບັ້ນແຂ່ງຂັນແມ່ຍິງ 3 ດີ ຄັ້ງທີ 2 ເພື່ອຂ່ຳນັບຮັບຕ້ອນວັນສຳຄັນດັ່ງກ່າວ.
ນອກຈາກການຈັດປາຖະກະຖາແລ້ວ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ຈັດກິດຈະກຳຕ່າງໆເຊັ່ນ: ອອກແຮງງານລວມ ໃນວັນທີ 26 ກຸມພາ 2016 ແລະ ຈັດກິດຈະກຳຕະຫຼາດນັດຂາຍອາຫານຫາລາຍໄດ້ ຢູ່ພາຍໃນກະຊວງ ໃນວັນທີ 4 ມີນາ 2016, ໂດຍການເຂົ້າຮ່ວມຂອງເອື້ອຍນ້ອງແມ່ຍິງທັງໝົດ ຊຶ່ງໄດ້ຮັບການສະໜັບສະໜູນຈາກຄະນະພັກ, ຄະນະນຳກະຊວງ ແລະ ບັນດາອົງການຈັດຕັ້ງມະຫາຊົນ ຢູ່ພາຍໃນກະຊວງ ການຕ່າງປະເທດ ເຂົ້າຮ່ວມອຸດໜຸນດ້ວຍບັນຍາກາດຟົດຟື້ນ.