ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫລາຍພາກສ່ວນ ຂອງ ກະຊວງການຕ່າງປະເທດ ສືບຕໍ່ປະກອບສ່ວນເຄື່ອງຊ່ວຍເຫລືອໃຫ້ແກ່ຜູ້ປະສົບໄພຫນາວ

consoun conkean

​ເພື່ອ​ສືບຕໍ່ລະດົມການຊ່ວຍເຫລືອໃຫ້ແກ່ປະຊາຊົນຢູ່​ບັນດາ​ແຂວງ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສະພາບ​ອາກາດ​ຫນາວ​ເຢັນຜິດປົກກະຕິໃນປີນີ້, ໃນ​ວັນ​ທີ 1 ກຸມພາ 2016, ສະຖານກົງສຸນ​ໃຫຍ່ ແຫ່ງ ສປປ ລາວ ປະຈຳ ຂອນ​ແກ່ນ, ຣາຊະ​ອານາຈັກໄທ ​ໄດ້ນຳ​ເຄື່ອງ​ຊ່ວຍ​ເຫລືອມາ​ມອບ​ໃຫ້​ອົງການຈັດຕັ້ງມະຫາຊົນ, ກະຊວງ​ການ​ຕ່າງປະ​ເທດ ​ໂດຍ​ແມ່ນ ​ທ່ານ ບຸນ​ສີ ວົງ​ບົວ​ສີ, ກົງສຸນ​ໃຫຍ່ ສປປລາວ ທີ່ ຂອນ​ແກ່ນ ເປັນຜູ້ມອບ ​ແລະ ຕາງຫນ້າ​ສາມອົງການຈັດຕັ້ງມະຫາຊົນກະຊວງ​ການ​ຕ່າງປະ​ເທດ ແມ່ນ ທ່ານ ອານຸພາບ ວົງ​ໜໍ່​ແກ້ວ, ​ຄະນະ​ບໍລິຫານ​ງານ​ສູນ​ກາງຊາວ​ຫນຸ່ມປະຊາຊົນ​ປະຕິວັດ​ລາວ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ​ກະຊວງ​ການ​ຕ່າງປະ​ເທດ ເປັນຜູ້ຮັບ, ​ໂດຍມີ​ພະນັກງານ​ຈາກສະຖານ​ກົງສຸນ​ໃຫຍ່ ​ແລະ ຄະນະບໍລິຫານງານຊາວຫນຸ່ມ​ກະຊວງ​ການ​ຕ່າງປະ​ເທດ​ຈຳນວນ​ຫນຶ່ງ​ເຂົ້າ​ຮ່ວມ. ​ເຄື່ອງ​ຊ່ວຍ​ເຫລືອ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ປະກອບ​ມີ ​ເສື້ອ​ກັນ​ໜາວ ຈຳນວນ 40 ຜືນ, ຜ້າ​ຫົ່ມ ຈຳນວນ 10 ຜືນ ​ແລະ ຫມີ່ສຳ​ເລັດ​ຮູບ ຈຳນວນ 08 ​ແກັດ, ລວມມູນ​ຄ່າ​ທັງ​ໝົດ 9.370 ບາດ (ສະກຸນ​ເງິນ​ໄທ) ຫລື ປະມານ 2.155.000 ກີບ. ​​ ​

ກ່ອນຫນ້າ​ນີ້ ມີຫລາຍພາກສ່ວນຢູ່ຕ່າງປະເທດ ກໍ່ໄດ້ສືບຕໍ່ແຈ້ງຈຸດປະສົງ ແລະ ໄດ້ປະກອບສ່ວນສົມທົບດ້ານປັດໃຈເພືື່ອຊ່ວຍເຫລືອປະຊາຊົນເພື່ອຕ້ານໄພຫນາວເຊິ່ງປະກອບມີ: ສະຖານ​ກົງສຸນ​ໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນຊຽງ​ໄຮ້ ຈຳນວນ 4.926 ຢວນ (ປະມານ 5.714.000 ກີບ), ສະຖານ​ເອກ​ອັກ​ຄະ​ລັດຖະທູດ​ ສປປ ລາວ ປະຈໍາ ອົດ​ສະຕຣາລີ ຈຳນວນ 100​ ​ໂດ​ລາ​ ສະຫະລັດ (ປະມານ 815.000 ກີບ), ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ພຽງຢາງ ຈໍານວນ 200 ໂດລາສະຫະລັດ (ປະມານ 1.630.000 ກີບ), ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ປັກກິ່ງ, ສປ ຈີນ ຈໍານວນ 1.000 ຢວນ (ປະມານ 1.300.000 ກີບ), ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ​ແບກ​ແລັງ, ​ສສ. ​ເຢຍລະ​ມັນ ຈຳນວນ 50 ​ເອີ​ໂຣ (ປະມານ 440.000 ກີບ), ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ປະ​ເທດ​ສະ​ວິດ ຈຳນວນ 500 ​ໂດ​ລາ ສະຫະລັດ (ປະມານ 4.075.000 ກີບ), ສຳນັກງານ​ຜູ້ຕາງຫນ້າ​ຖາວອນ ​ສປປ ລາວ ​ປະຈຳ ອາ​ຊຽນ ທີ່ ຈາ​ກາ​ກຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ ຈຳນວນ 150 ​ໂດ​ລາ ສະຫະລັດ (ປະມານ 1.220.000 ກີບ) ແລະ ສຳນັກງານຜູ້ຕາງໜ້າງຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ທີ່ ນິວຢອກ ຈຳນວນ 50 ​ໂດ​ລາ ສະຫະລັດ (ປະມານ 408.000 ກີບ) ​ໂດຍ​ມອບ​ຜ່ານ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ​ກະຊວງ​ການ​ຕ່າງປະ​ເທດ ເພື່ອ​ນຳ​ໄປ​ມອບ​ຕໍ່​ໃຫ້​ບັນດາ​ແຂວງ​ທີ່​ໄດ້​ຮັບ​ຜົນ​ກະທົບ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480339
ມື້ນີ້169
ມື້ວານ157
ອາທິດນີ້737
ເດືອນນີ້6570