ໃນວັນທີ 18 ມັງກອນ 2016 ຢູ່ທີ່ ກະຊວງປ້ອງກັນປະເທດ, ຄະນະສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ລວມມີ ເງິນສົດຈຳນວນ 5 ລ້ານກີບ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງ ລວມມູນຄ່າທັງໝົດ 7 ລ້ານກີບ ມອບໃຫ້ແກ່ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເພື່ອນຳໄປຊ່ວຍເຫຼືອອ້າຍນ້ອງ, ນາຍ ແລະ ພົນທະຫານ ກະຊວງປ້ອງກັນປະເທດ ທີ່ກຳລັງປະຕິບັດໜ້າທີ່ຢູ່ຊົນນະບົດ, ເຂດທຸລະກັນດານ ແລະ ຫ່າງໄກສອກຫຼີກ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ ໃນວັນທີ 20 ມັງກອນ ທີ່ຈະມາເຖິງນີ້.
ໃນພິທີ ມອບ-ຮັບ, ເປັນກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ນາງ ກອງປະດິດ ກິດຕິຄຸນ, ພັນລະຍາທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ທ່ານ ນາງ ພິມພາ ແກ້ວມີໄຊ, ປະທານສະຫະພັນແມ່ຍິງກະຊວງ ຕປທ ແລະ ຄຕພ ໄດ້ຕາງໜ້າໃຫ້ຄະນະກ່າວມອບປັດໃຈດັ່ງກ່າວ ໂດຍການກ່າວຮັບຂອງທ່ານ ພັນໂທ ຄຳພູ ສິດທິເສນ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ຫົວໜ້າຫ້ອງການ-ປະທານສະຫະພັນແມ່ຍິງກະຊວງປ້ອງກັນປະເທດ.
ໃນໂອກາດນີ້, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຮູ້ບຸນຄຸນ, ຝາກຄຳຢ້ຽມຢາມຖາມຂ່າວ ແລະ ສົ່ງພອນໄຊອັນປະເສີດ ໄປຍັງຄະນະນຳກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານ, ນັກຮົບ ແລະ ສະມາຊິກ ຄອບຄົວທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດອັນຍິ່ງໃຫຍ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.