ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII (ຮອບທີ II)ໃນວັນທີ 10 ກັນຍາ 2015, ທີ່ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະລົງຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຊຸດທີ VII (ຮອບທີ II), ໂດຍກາ

women 10 1  women 10 2

ໃນວັນທີ 10 ກັນຍາ 2015, ທີ່ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະລົງຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຊຸດທີVII (ຮອບທີ II), ໂດຍການເປັນປະທານຂອງ ສະຫາຍ ນາງ ພິມພາ ແກ້ວມີໄຊ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ; ເປັນກຽດເຂົ້າຮ່ວມຂອງ ສະຫາຍ ດຣ ນາງ ສູນທອນ ໄຊຍະຈັກ,ກໍາມະການສູນກາງພັກ, ເລຂາຄະນະພັກ ຫົວຫນ້າຄະນະພົວພັນຕ່າງປະເທດ; ຄະນະຫົວໜ້າໜ່ວຍແມ່ຍິງ ຈາກບັນດາກົມຕ່າງໆຂອງກະຊວງ ຕປທ ແລະ ຄຕພ; ຄະນະນໍາເພດຍິງຂັ້ນພະແນກ ຂື້ນໄປ ແລະ ສະມາຊິກເພດຍິງ ລະດັບວິຊາສະເພາະຊັ້ນປະລິນຍາໂທຂື້ນໄປ ເຂົ້າຮ່ວມທັງໝົດ 100 ກວ່າ ສະຫາຍ.

 

ຈຸດປະສົງກອງປະຊຸມທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີVII ຄັ້ງນີ້ ແມ່ນຈະໄດ້ເຜີຍແຜ່ເຊື່ອມຊຶມບັນດາເອກະສານສໍາຄັນ ເຊັ່ນ: ບົດແນະນໍາ ກ່ຽວກັບ ການທາບທາມບຸກຄະ ລາກອນ ຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII (ຮອບທີ II); ຄົ້ນຄວ້າ, ເຊື່ອມຊຶມ ມາດຕະຖານເງື່ອນໄຂຂອງບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງ ລາວ ຊຸດທີ VII ຕາມຂໍ້ຕົກລົງ, ສະບັບເລກທີ 507/ສສຍລ, ລົງວັນທີ 02/09/2015 ວ່າດ້ວຍມາດຕະຖານ ການເລືອກເຟັ້ນເອົາພະນັກງານເພດຍິງ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ຊຸດທີ VI. ໃນໂອກາດດັ່ງກ່າວນີ້, ສະຫາຍ ດຣ. ນາງ ສູນທອນ ໄຊຍະຈັກ, ກໍາມະການ ສູນກາງພັກ, ເລຂາຄະນະພັກ, ຫົວຫນ້າຄະນະພົວພັນຕ່າງປະເທດ ກໍໄດ້ໃຫ້ກຽດຂຶ້ນໂອລົມເອື້ອຍນ້ອງແມ່ຍິງ ໂດຍໄດ້ຍົກໃຫ້ເຫັນສໍາເລັດການອັນໃຫຍ່ຫລວງຂອງເອື້ອຍແມ່ຍິງ ໃນຂະແຫນງການຕ່າງປະເທດທີ່ຍາດມາໄດ້ ຕະຫລອດໄລຍະ 5 ປີ ຜ່ານມາ ພ້ອມທັງໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງ ສືບຕໍ່ປະກອບສ່ວນສຸມທຸກສະຕິ ປັນຍາເຂົ້າໃນການປະຕິບັດຫນ້າທີ່ວຽກງານ ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນໃນຫນ້າ ທີ່ວຽກງານການຕ່າງປະເທດ. ຫລັງຈາກນັ້ນ, ກໍຈະໄດ້ດໍາເນີນການທາບທາມ ຮອບທີ IIເພື່ອຄັດເລືອກເອົາ ບຸກຄະລາກອນ ທີ່ຈະລົງສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຊຸດໃໝ່ ດ້ວຍຄວາມ ຟົດຟື້ນ, ຫ້າວຫັນ ແລະ ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485761
ມື້ນີ້60
ມື້ວານ206
ອາທິດນີ້797
ເດືອນນີ້5066