ໃນວັນທີ 28 ເມສາ 2015, ທີ່ ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ຄະນະບໍລິຫານງານຊາວຫນຸ່ມ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍສະມາຊິກຊາວຫນຸ່ມ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ແລະ ງານວາງສະແດງຮູບພາບການເຄື່ອນໄຫວຂອງຊາວຫນຸ່ມຂະແຫນງການຕ່າງໆໃນທົ່ວປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງ ຄະນະຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ (14 ເມສາ 1955 - 14 ເມສາ 2015).