ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນກຳມະບານກະຊວງ ການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄຂກອງປະຊຸມໃຫຍ່ ຄັ້ງທີ X

mofa union2  

mofa union3  mofa union1

ສະຫະພັນ ​ກຳມະບານ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ດຳ​ເນີນກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ຕົນຂຶ້ນ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ກຸມພາ 2015, ທີ່​ສູນ​ການ​ຮ່ວມມື ​ແລະ ຝຶກ​ອົບຮົມ​ສາກົນ (ICTC), ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ສະຫາຍ ດຣ. ລັດ​ຕະນະ ຖາວອນ​ສຸກ, ປະທານ​ສະຫະພັນ​ກຳມະບານ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​​​ໂດຍ​ການໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ, ​ຮອງເລຂາຄະນະ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮອງ​ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ; ສະຫາຍ ຄຳຫຼ້າ ລໍ​ລອນ​ສີ, ກຳມະການ​ສູນ​ກາງ​ພັກ, ປະທານ​ສູນ​ກາງ​ກຳມະບານ​ລາວ; ມີ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງ​ກະຊວງ, ຄະນະ​ບໍລິຫານ​ງານ​ສະຫະພັນ​ກຳມະບານ, ຜູ້​ແທນ​ສົມບູນ, ສະມາຊິກກຳມະບານ ​ແລະ ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ການຈັດ​ຕັ້ງ​ ປະຕິບັດວຽກງານ​ກຳມະບານ​ໃນ​ໄລຍະ​ຜ່ານ​ມາ ​ແລະ ວາງ​ແຜນ​ການທິດ​ທາງ​ໃນຕໍ່ໜ້າ ຈາກ ສະຫາຍ ດຣ. ລັດຕະນະ ຖາວອນ​ສຸກ, ​ໂດຍ​ສະຫາຍ​ໄດ້​ຍົກ​ໃຫ້​ເຫັນ​ຈຸດ​ດີ, ຂໍ້ຄົງຄ້າງ, ບາງ​ບົດຮຽນທີ່​ຖອດ​ຖອນ​ມາ​ໄດ້ ​ແລະ ຜົນງານ​ດ້ານ​ຕ່າງໆທີ່​ສະຫະພັນ​ກຳມະບານ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ຍາດ​ມາ​ໄດ້. ປັດຈຸບັນ, ສະຫະພັນ​ກຳມະບານ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ມີ​ທັງໝົດ 52 ໝ່ວຍ, ​ໃນ​ນັ້ນ, ​ຢູ່​ສະຖານທູດ ​ແລະ ສຳນັກງານ​ຜູ້​ຕາງໜ້າ ສປປ ລາວ ທີ່ຕ່າງປະ​ເທດ 32 ໝ່ວຍ. ສະຫະພັນ​ກຳມະບານ​ໄດ້​ຖື​ເອົາ​ວຽກງານ​ໂຄສະນາ​ສຶກສາ​ອົບຮົມ​ວຽກງານການ​ ເມືອງ-ແນວ​ຄິດ​ໃຫ້​ແກ່​ສະມາຊິກ​ກຳມະບານ​ຂອງ​ຕົນ ​ ​​ເຊື່ອມ​ຊຶມ​ແນວທາງ​ນະ​ໂຍບາຍຂອງ​ພັກ, ກົດໝາຍຂອງລັດ, ​ກຳ​ໄດ້​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ຂອງ ສປປ ລາວ. ​ໄດ້​ມີ​ການ​ເຄື່ອນ​ໄຫວ​ວຽກງານ​ກຳມະບານ ​ໂດຍ​ຖື​ເອົາ​ຂໍ​ແຂ່ງຂັນ 2 ດີ, 5 ​ເປັນ​ເຈົ້າ ທີ່​ສູນ​ກາງ​ກຳມະບານ​ລາວ​ວາງ​ອອກ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂດຍ​ຕິດ​ພັນ​ກັບ​ ວຽກງານ​ວິຊາ​ສະ​ເພາະ​ຂອງ​ຕົນ.

ກອງ ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອ​ກເອົາຄະນະປະທານ​ສະຫະພັນ​ກຳມະບານຊຸດໃໝ່, ຊຶ່ງ​ມີ​ຜູ້​ສະມັກທັງໝົດ 15 ສະຫາຍ, ຍິງ 3 ສະຫາຍ, ​ເລືອກ​ເອົາ 11 ສະຫາຍ. ກອງ​ປະຊຸມ​ຄັ້ງ​ປະຖົມມະລຶກໄດ້​ເປັນ​ເອກະ​ສັນ​ເລືອກ​ເອົາ ​ສະຫາຍ ຄຳ​ອິນ ຄິດ​ຈະ​ເດ​ດ ເປັນ​ປະທານ, ສະຫາຍ ດຣ. ສີວຽງ​ເພັດ ​ເພັດ​ວໍລະ​ຈັກ ​ເປັນ​ຮອງ​ປະທານ​ຜູ້​ທີ 1, ສະຫາຍ ນາງ ບົວທອງ ​ໄຊ​ຍະ​ສຸກ, ​ເປັນ​ຮອງ​ປະທານ​ຜູ້​ທີ 2 ​ແລະ ສະຫາຍ ບົວ​ພັດ ພຸດ​ທະ​ວົງ ​ເປັນ​ປະທານ​ກວດກາ ​ເພື່ອ​ສືບຕໍ່ຊີ້ນຳ-ນຳພາ​ວຽກງານ​ການຈັດ​​ຕັ້ງ​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ ໃຫຍ່​ ຄັ້ງ​ທີ X ​ຂອງ​ສະຫະພັນ​ກຳມະບານ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໃຫ້​ປະກົດ​ຜົນ​ເປັນ​ຈິງ.

ໃນ​ກອງ​ປະຊຸມຜູ້​ແທນ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ ສະຫາຍ ຄຳຫຼ້າ ລໍ​ລອນ​ສີ, ປະທານ​ສູນ​ກາງ​ກຳມະບານ​ລາວ ຊຶ່ງ​ສະຫາຍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ​ທີ່ສະຫະພັນ​ກຳມະບານກະຊວງ​ການ​ຕ່າງປະ ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​​ເທດ​ສູນ​ກາງ​ພັກ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໄດ້​ເນັ້ນ​ໃຫ້​ກຳມະບານທຸກ​ຂັ້ນຈົ່ງ​ຊ່ວຍ​ກັນ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ, ປະຕິບັດ​ສິດ​ພາລະ​ບົດບາດ​ກຳມະບານ​ຕິດ​ພັນ​ກັບ​ວຽກງານ​ຂອງ​ຕົນ​ໃຫ້​ແທດ​ເໝາະ ​​ແນ​ໃສ່​ເຮັດ​ໃຫ້​ສະມາຊິກ​ກຳມະບານ, ກຳມະກອນ, ຜູ້​ອອກ​ແຮງ​ງານ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ຕໍ່​ແນວທາງ​ຂອງ​ພັກ ​ແລະ ກົດ​ລະບຽບຂອງ​ລັດ ກໍ​ຄື​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ເຮົາ ​ເພື່ອ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ເຂົາ​ເຈົ້າ​ຢ່າງ​ແທ້​ຈິງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484525
ມື້ນີ້41
ມື້ວານ188
ອາທິດນີ້963
ເດືອນນີ້3830