ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ

20190718Wonmen1-1

20190718Wonmen3

20190718Wonmen4

ໃນວັນທີ 18 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ (20 ກໍລະກົດ 1955 - 20 ກໍລະກົດ 2019), ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ນ. ຄຳ​ເພົາ ເອີນ​ທະ​ວັນ, ຕາງ​ໜ້າ​ຄະ​ນະ​ພັກ-ຄະ​ນະ​ນຳ​ກະ​ຊວງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ; ທ່ານ ນ. ອາ​ລຸ​ນີ ກົມ​ມະ​ສິດ, ປະ​ທານ​ກິດ​ຕິ​ມະ​ສັກ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ພັນ​ລະ​ຍາ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງປະ​ເທດ; ທ່ານ ນ. ຈັນ​ສະ​ໝອນ ຊາຍ​ກັນ​ຍາ, ຮັກ​ສາ​ການ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ; ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ຄະນະສະຫະພັນແມ່ຍິງກະຊວງ, ບັນດາຄະນະກົມ, ປ້າອາວຸໂສບຳນານ, ພັນລະຍາການນຳ-ພັນລະຍາຄະນະກົມຂອງກະຊວງ, ສະມາຊິກສະຫະພັນແມ່ຍິງ ແລະ ອ້າຍນ້ອງຊາຍຈຳນວນໜຶ່ງຂອງ ກະຊວງການຕ່າງປະເທດ ກໍ່​ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີອັນມີຄວາມໝາຍນີ້, ທ່ານ ນາງ ຈັນສະໝອນ ຊາຍກັນຍາໄດ້ຂຶ້ນເລົ່າປະຫວັດຫຍໍ້ຄວາມເປັນມາ ຂອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 64 ປີ, ໂດຍໄດ້ຍົກ​ໃຫ້​ເຫັນ​ຕົ້ນ​ກຳ​ເນີດ ແລະ ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ ຂອງ​ອົງ​ການ​ຈັດ​ຕັ້ງ​ສະ​ຫະ​ພັນ​ແມ່​ຍິງ​ລາວ, ມູນເຊື້ອອັນສະຫງ່າລາສີຂອງແມ່ຍິງລາວ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ, ຄຽງບ່າຄຽງ​ໄຫລ່ກັບເພດຊາຍ ໃນພາ​ລະ​ກິດ​ແຫ່ງການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ແລະ ປະກອບສ່ວນຢ່າງຫ້າວຫັນ ໃນວຽກງານສ້າງສາ ແລະ ພັດທະນາປະເທດຊາດ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ໄດ້​ສະ​ຫລຸບ​ລາຍ​ງານ ແລະ ຕີ​ລາ​ຄາ​ຜົນ​ງານ​ການ​ເຄື່ອນ​ໄຫວ ຂອງ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ໄລ​ຍະ 2018-2019 ແລະ ແຜນ​ການ​ເຄື່ອນ​ໄຫວ​ໃນ​ຕໍ່​ໜ້າ, ເຊິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ທີ່​ໜ້າ​ເພິ່ງ​ພໍ​ໃຈ.

ໃນໂອກາດດຽວກັນນີ້, ທ່ານ ນາງ ວຽງເງິນ ໄຂຄໍາພິທູນ, ພັນລະຍາການນໍາຂັ້ນສູງ, ອະດີດຮອງຫົວໜ້າສະຖາບັນການຕ່າງປະເທດ ໄດ້ໃຫ້ກຽດຂຶ້ນບັນຍາຍ ກ່ຽວກັບ “ມາລະຍາດພື້ນຖານທາງສັງຄົມ”, ໂດຍໄດ້ເນັ້ນເຖິງ ການມີມະນຸດສໍາພັນທີ່ດີ, ລະບຽບຫຼັກການພິທີການທູດ, ​ການແຕ່ງກາຍຕາມ​ຫລັກພິທີການທູດ​ໃນ​ໂອ​ກາດ​ຕ່າງໆ, ມາລະຍາດໃນໂຕະອາຫານ ແລະ ມາລະຍາດພື້ນຖານອື່ນໆ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່​ຄວາມ​ຮູ້ ໃຫ້ແກ່ ຜູ້​ເຂົ້າ​ຮ່ວມ ໂດຍ​ສະ​ເພາະ​ແມ່ນ ເອື້ອຍ​ນ້ອງ​ແມ່​ຍິງ ຂອງກະຊວງການຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າ​ໃຈແຈ້ງ ເພື່ອນໍາໃຊ້ເຂົ້າໃນການ​ເຄື່ອນ​ໄຫວວຽກງານການທູດ ໃຫ້ປະສົບຜົນສໍາເລັດຍິ່ງໆຂຶ້ນ.

ອັນ​ພົ້ນ​ເດັ່ນໃນ​ພິ​ທີ, ທ່ານ ນ. ຄຳ​ເພົາ ເອີນ​ທະ​ວັນ ໄດ້​ຕາງ​ໜ້າ​ຄະ​ນະ​ພັກ-ຄະ​ນະ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ​​ຕີ​ລາ​ຄາ​ສູງ ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວຂອງ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຕະ​ຫລອດ​ໄລ​ຍະທີ່​ຜ່ານ​ມາ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ໄດ້​ຢ້ຳ​ຄືນ​ໃຫ້​ເອື້ອຍ​ນ້ອງ​ຍິງ​ເອົາ​ໃຈ​ໃສ່​​ບາງ​ຈຸດ ເປັນ​ຕົ້ນ​ແມ່ນ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ​ເມືອງ​ແນວ​ຄິດ, ຮັບ​ປະ​ກັນ​ທາງ​ດ້ານ​ວິ​ຊາ​ສະ​ເພາະ, ມີ​ແບບ​ແຜນ​ການ​ວິ​ທີ​ເຮັດ​ວຽກ​ທີ່​ເປັນ​ລະ​ບົບ ແລະ ພ້ອມ​ກັນເອົາ​ໃຈ​ໃສ່​​ປະ​ຕິ​ບັດຂໍ້​ແຂ່ງ​ຂັນ 3 ດີ (ເປັນ​ພົນ​ລະ​ເມືອງ​ດີ, ພັດ​ທະ​ນາ​ດີ ແລະ ສ້າງ​ຄອບ​ຄົວ​ດີ).

ເພື່ອເປັນການສ້າງບັນຍາກາດ, ໃນພິທີ ໄດ້ຈັດໃຫ້​ມີການສາທິດ ການຈັດໂຕະອາຫານງານລ້ຽງ ຂອງບັນດາພັນລະຍາຄະນະກົມ ແລະ ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ຮ່ວມພາ​ເຂົ້າ​ສາ​ມັກ​ຄີ ອີກດ້ວຍ.

​ສະ​ຫລຸບ​ລວມ​ແລ້ວ, ເຖິງວ່າ​ການ​ເຄື່ອນ​ໄຫວ​ວຽກ​ງານ​ວິ​ຊາ​ສະ​ເພາະ​ຂອງ​ເອື້ອຍ​ນ້ອງ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈະ​ມີ​ຫລາຍ, ແຕ່ພວກ​ເຮົາ​ກໍ​ໄດ້​​ເສຍສະ​ຫລະ​ເວ​ລາ​ເຄື່ອນ​ໄຫວ​ຕາມ​ພາ​ລະ​ບົດ​ບາດ​ຂອງ​ສະ​ຫະ​ພັນ​ແມ່​ຍິງ ແລະ ສາ​ມາດ​ສຳ​ເລັດ​ຕາມ​ແຜນ​ການ​ທີ່​ວາງ​ໄວ້​ໃນ​ແຕ່​ລະ​ປີ. ພ້ອມ​ນັ້ນ, ກໍ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​​ຕ່າງໆ​ຂອງ​ກະ​ຊວງ ກໍ​ຄື ຂອງ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ ຕາມ​ຄວາມ​ສາ​ມາດ ແລະ ບໍ່​ຂາດ​ຕົກ​ບົກ​ຜ່ອງ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480273
ມື້ນີ້103
ມື້ວານ157
ອາທິດນີ້671
ເດືອນນີ້6504