ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ ເດີນທາງຢ້ຽມຢາມປະເທດໄທ

2019.7.7-women-asean-vs-thailand1201907005WmAseanVisitThai2

201907005WmAseanVisitThai3

201907005WmAseanVisitThai4

ໃນລະຫວ່າງວັນທີ 5-7 ກໍລະກົດ 2019 ຜ່ານມາ,​ ຄະນະກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກອຍວ) ນຳໂດຍທ່ານນາງອາລຸນີກົມມະສິດ, ພັນລະຍາລັດຖະມົນຕີ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ, ມີເອກອັກຄະລັດຖະທູດອາຊຽນ, ບັນດາພັນລະຍາທູດ, ນັກການທູດຍິງແລະພັນລະຍານັກການທູດ ຈາກບັນດາສະຖານເອກອັກຄະລັດຖະທູດປະເທດອາຊຽນ ປະຈຳ ສປປ ລາວ ພ້ອມດ້ວຍນັກການທູດຍິງ ຂອງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈຳນວນທັງໝົດ 22 ທ່ານ ໄດ້ເດີນທາງຢ້ຽມຢາມ ແລະ ທັດສະນະສຶກສາຢູ່ ແຂວງ ໜອງຄາຍ ແລະ ແຂວງອຸດອນທານີ, ຣາຊະອານາຈັກໄທ, ຕາມການເຊື້ອເຊີນຂອງ ທ່ານ ກຽດຕິຄຸນ ຊາດປຣະເສີດ, ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ. ໂດຍໄດ້ຮັບກຽດໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຣົນນະໄຊ ຈິດວິເສດ, ຜູ້ວ່າລາດຊະການ ແຂວງໜອງຄາຍ ແລະ ທ່ານ ວັດທະນາ ພຸດທິຊາດ, ຜູ້ວ່າລາດຊະການ ແຂວງອຸດອນທານີ.

ໃນລະຫວ່າງການຢ້ຽມຢາມ, ທາງຄະນະໄດ້ໄປຢ້ຽມຢາມ ແລະ ຢ້ຽມຊົມສະຖານທີ່ສຳຄັນທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງທັງສອງແຂວງ ເຊັ່ນ: ລານວັດທະນະທຳ ແລະ ຟາມເພາະພັນປາຝາທີ່ສວຍງາມ ຂອງແຂວງໜອງຄາຍ, ສູນການຮຽນຮູ້ກຸ່ມຕ່ຳຜ້າບູຮານ ບ້ານໂນນກອກ, ພິພິຕະພັນ ຂອງແຂວງອຸດອນທານີ, ວັດຜາຕາກເສື້ອ ແລະ ວັດຄຳສະໂນດ. ນອກນັ້ນ, ຍັງໄດ້ຮັບຊົມການສະແດງສິນລະປະພື້ນເມືອງທີ່ສວຍງາມຈາກ ກຸ່ມສິນລະປະປະຈຳທ້ອງຖິ່ນ ຂອງທັງສອງແຂວງອີກດ້ວຍ. ໃນໂອກາດນີ້, ທ່ານ ນາງ ອາລຸນີໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍພັນລະຍາ, ຜູ້ວ່າລາດຊະການ ແຂວງໜອງຄາຍ ພ້ອມດ້ວຍພັນລະຍາ ແລະ ຜູ້ວ່າລາດຊະການ ແຂວງອຸດອນທານີ ພ້ອມດ້ວຍຄະນະຮັບຜິດຊອບ ທີ່ໄດ້ອຳນວຍຄວາມສະດວກ ແລະ ຈັດແຜນການເຄື່ອນໄຫວຕ່າງໆໃຫ້ແກ່ຄະນະໄດ້ເປັນຢ່າງດີ, ເຊິ່ງນອກຈາກຈະໄດ້ທ່ຽວຊົມສະຖານທີ່ຕ່າງໆແລ້ວ ຍັງເປັນການຮັດແໜ້ນການພົວພັນຮ່ວມມື ແລະ ສ້າງຄວາມຮັກແພງສາມັກຄີ ລະຫວ່າງ ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ ກັບ ແຂວງໜອງຄາຍ, ອຸດອນທານີ ແລະ ສະຖານທູດໄທ ທີ່ ນະຄອນຫຼວງວຽງຈັນ ອີກດ້ວຍ.

ການຢ້ຽມຢາມສອງແຂວງຂອງປະເທດໄທໃນຄັ້ງນີ້ ແມ່ນໜຶ່ງໃນກິດຈະກຳປະຈຳປີ ຂອງກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ ເພື່ອພົບປະ ແລະ ແລກປ່ຽນບົດຮຽນທາງດ້ານວັດທະນະທຳ ແລະ ປະຫວັດສາດ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ສິ່ງສຳຄັນທີ່ສຸດແມ່ນເປັນໂອກາດອັນດີ ໃນການເສີມຂະຫຍາຍມິດຕະພາບ ແລະ ສ້າງຄວາມລື້ງເຄີຍ ລະຫວ່າງ ເອື້ອຍນ້ອງແມ່ຍິງອາຊຽນ ດ້ວຍກັນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485747
ມື້ນີ້46
ມື້ວານ206
ອາທິດນີ້783
ເດືອນນີ້5052