ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປາຖະກະຖາ ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ຄົບຮອບ 63 ປີ

KMB63peeA

 

KMB63peeB

 

ໃນຕອນເຊົ້າຂອງວັນທີ 29 ມັງກອນ 2019, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາລະນຶກມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ, ເພື່ອຕ້ອນຮັບ ແລະ ເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ (01 ກຸມພາ 1956 – 01 ກຸມພາ 2019) ທີ່ຈະມາເຖິງ, ໂດຍການໃຫ້ກຽດເຂົ້າຮ່ວມປາຖະກະຖາຂອງ ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງກຳມະບານລາວ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ສະມາຊິກກໍາມະບານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນໂອກາດນີ້ ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງກຳມະບານລາວ ໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສໍາຄັນ​ດັ່ງກ່າວ ​ໂດຍໄດ້ຍົກ​ໃຫ້​ເຫັນຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວ ໃນໄລຍະການຕໍ່ສູ້​ປົດ​ປ່ອຍຊາດ ຂອງ 3 ຊາດອິນດູຈີນ ລາວ, ຫວຽດນາມ ແລະ ກຳປູເຈຍ ຕ້ານພວກຈັກກະພັດລ່າເມືອງຂຶ້ນໃນທ້າຍສະຕະວັດທີ 19 ເຖິງ ສະຕະວັດທີ 20. ໃນທ່າມກາງການຕໍ່ສູ້ກູ້ຊາດຕ້ານກັບພວກຈັກກະພັດຕ່າງ ດ້າວ, ໃນວັນທີ 1 ກຸມພາ 1956, ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນ ແຂວງຫົວພັນ ເພື່ອເປັນຕົວແທນໃນການໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວ, ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຕື່ນຕົວຕໍ່ການປະຕິວັດ, ມີນ້ຳໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນ, ເສີມຂະຫຍາຍລະບອບປະຊາທິປະໄຕ, ມີລະບຽບແບບແຜນການດຳລົງຊີວິດ, ເປັນພົນລະເມືອງທີ່ດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ກາຍເປັນກຳລັງແຮງຢ່າງຕັ້ງໜ້າໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ. ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ເປັນຕົ້ນມາ, ສະຫະພັນກຳມະບານລາວ ທີ່ເປັນອົງການຕາງໜ້າໃຫ້ແກ່ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນໃນໄລຍະປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ສຶກສາ​ອົບຮົມຖັນແຖວສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຮ່ຳຮຽນທິດສະດີຂອງລັດທິມາກ-ເລນິນ, ແນວຄິດຮັກຊາດ, ຮັກລະບອບໃໝ່, ຮ່ຳຮຽນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ VIII, ບັນດາກົດໝາຍ ແລະ ນິຕິກຳຕ່າງໆຂອງພັກ-ລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມະບານລາວ.

 

ປັດຈຸບັນ ສະຫະພັນກຳມະບານລາວມີ 18 ສະຫະພັນກຳມະບານແຂວງ, ນະຄອນຫຼວງວຽງຈັນ, ມີ 39 ສະຫະພັນກຳມະບານກະຊວງ ແລະ ອົງການ, ມີ 145 ສະຫະພັນ ກຳມະບານເມືອງ, ມີ 4.624 ຮາກຖານ, ສະມາຊິກກຳມະບານທົ່ວປະເທດ ມີທັງໝົດ 222.280 ສະຫາຍ, ເພດຍິງ 97.696 ສະຫາຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484742
ມື້ນີ້53
ມື້ວານ205
ອາທິດນີ້1180
ເດືອນນີ້4047