ໃນຕອນເຊົ້າຂອງ ວັນທີ 22 ມັງກອນ 2019, ທີ່ ຫໍມູນເຊື້ອກອງທັບ, ນະຄອນຫລວງວຽງຈັນ, ຊາວໜຸ່ມກະຊວງການຕ່າງປະເທດ ນຳໂດຍ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກຊາວໜຸ່ມກະຊວງ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/01/1949-201/01/2019).
ການເຂົ້າຮ່ວມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ກວ້າງຂວາງທາງດ້ານປະຫວັດສາດ ກໍຄື ວິລະກຳອັນລ້ຳເລີດ ແລະ ນ້ຳໃຈເສຍສະຫຼະເລືອດເນື້ອຕໍ່ສູ້ປົດປ່ອຍຊາດ.