ໃນວັນທີ 25 ກໍລະກົດ 2018, ທີ່ ກະຊວງການຕ່າງປະເທດ, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955 - 20 ກໍລະກົດ 2018), ໂດຍການເປັນປະທານຂອງທ່ານ ນາງ ພິມພາ ແກ້ວມີໄຊ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ. ໃຫ້ກຽດເຂົ້າຮ່ວມໃນພິທີມີ ຜູ້ຕາງໜ້າຄະນະພັກ-ຄະນະນຳກະຊວງ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ, ຄະນະສະຫະພັນແມ່ຍິງກະຊວງ, ບັນດາຄະນະກົມ, ປ້າອາວຸໂສບຳນານ, ພັນລະຍາການນຳ-ພັນລະຍາຄະນະກົມຂອງກະຊວງ, ສະມາຊິກສະຫະພັນແມ່ຍິງກະຊວງ ແລະ ອ້າຍນ້ອງຊາຍຈຳນວນໜຶ່ງຂອງ ກະຊວງການຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 400 ຄົນ.
ໃນພິທີອັນມີຄວາມໝາຍນີ້, ທ່ານ ນາງ ພິມພາ ແກ້ວມີໄຊ, ໄດ້ໃຫ້ກຽດຂຶ້ນເລົ່າປະຫວັດຫຍໍ້ຄວາມເປັນມາ ຂອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ແລະ ໄດ້ເປີດການແຂ່ງຂັນສ້າງຟີມເອກະສານ “ແມ່ຍິງລາວ ວິລະຊົນ“, ໂດຍການເຂົ້າຮ່ວມແຂ່ງຂັນຂອງເອື້ອຍນ້ອງ ຈາກບັນດາໜ່ວຍແມ່ຍິງພາຍໃນກະຊວງການຕ່າງປະເທດ, ເປັນການຫວນຄືນ ແລະ ຈາລຶກຄຸນງາມຄວາມດີອັນໂດດເດັ່ນ ແລະ ດີງາມ ຂອງບັນດາປ້າອາວຸໂສ ທີ່ໄດ້ເສຍສະຫຼະສຸມທຸກເຫື່ອແຮງປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືໃນໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ເພື່ອໃຫ້ຄົນຮຸ້ນໃໝ່ໄດ້ຮັບຮູ້ ແລະ ສຶກສາຮໍ່າຮຽນເອົາແບບຢ່າງທີ່ດີຂອງບັນດາປ້າວິລະຊົນ. ອັນໄດ້ເຮັດໃຫ້ພິທີດັ່ງກ່າວມີຄວາມຄຶກຄຶ້ນມ່ວນຊື່ນ ແລະ ມີຄວາມໝາຍຍິ່ງຂຶ້ນ.
ເພື່ອເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ, ໃນວັນທີ 9 ກໍລະກົດ 2018, ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ສະຫະພັນແມ່ຍິງກະຊວງການຕ່າງປະເທດ ເປັນກຽດຢ່າງສູງໄດ້ຕ້ອນຮັບການມາໂອ້ລົມຂອງ ທ່ານ ປ້າ ນາລີ ສີສຸລິດ, ພັນລະຍາ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຊິ່ງມີບັນດາພັນລະຍາການນໍາ, ພັນລະຍາຄະນະກົມ ແລະ ສະມາຊິກແມ່ຍິງກະຊວງການຕ່າງປະເທດ ເຂົ້າຮັບຟັງ ລວມທັງໝົດ 200 ກວ່າທ່ານ. ໂອກາດດັ່ງກ່າວ, ທ່ານ ປ້າ ນາລີ ສີສຸລິດ ໄດ້ເນັ້ນເຖິງຄວາມສຳຄັນ ບົດບາດໜ້າທີ່ຂອງແມ່ຍິງລາວ ໃນການປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການປະກອບສ່ວນຂອງບັນດາທ່ານພັນລະຍາການນຳ ແລະ ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ເຂົ້າໃນການເຄື່ອນໄຫວການທູດລາວ. ໃນການໂອ້ລົມ, ຍັງໄດ້ຍົກບັນຫາການອະນຸລັກຮີດຄອງປະເພນີອັນດີງາມຂອງລາວ ແລະ ແນະນຳບາງບົດຮຽນຂອງແມ່ຍິງໃນການເຄື່ອນໄຫວວຽກງານຕ່າງປະເທດ. ນອກນັ້ນ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ປະກອບສ່ວນເຂົ້າຮ່ວມບັນດາກິດຈະກຳ ທີ່ສູນກາງສະຫະພັນແມ່ຍິງລາວຈັດຕັ້ງເຊັ່ນ: ເຂົ້າຮ່ວມຂະບວນການ “ແມ່ຍິງກັບການອະນຸລັກວັດທະນະທຳສູ່ປີທ່ອງທ່ຽວລາວ, ການຮັກສາສິ່ງແວດລ້ອມສີຂຽວ ແລະ ຍືນຍົງ”; ເຂົ້າຮ່ວມຂະບວນການບໍລິຈາກເລືອດ; ເຂົ້າຢ້ຽມຊົມຫ້ອງມູນເຊື້ອຂອງ ສະຫະພັນແມ່ຍິງລາວ ແລະ ເຂົ້າຮ່ວມວາງກະຕ່າດອກໄມ້ທີ່ ຫໍພິພິຕະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ປະທານສຸພານຸວົງ.