ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ II ຂອງຫນ່ວຍຊາວໜຸ່ມຮາກຖານສະຖານທູດ ແລະ ນັກສຶກສາລາວ ທີ່ ສ.ເກົາຫລີ

sao noum korea1

sao noum korea2

     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ມິ​ຖຸນາ 2018, ທີ່ ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສ​ປ​ປ ລາວ, ນະ​ຄອນ​ຫລວງ ເຊ​ອູນ, ​ສ.ເກົາ​ຫລີ, ຫນ່ວຍຊາວ​ໜຸ່ມ​ຮາກ​ຖານ​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ນັກ​ສຶກ​ສາ​ລາວ ທີ່ ສ.ເກົາ​ຫລີ ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ​ ​​ຂອງ​ຕົນ​ຂຶ້ນ, ໂດຍ​ການ​ໃຫ້​ກຽດ​ເປັນ​ປະ​ທານ​ຂອງ ສະຫາຍ ຄຳ​ສວຍ​ ແກ້ວ​ດາ​ລາ​ວົງ, ເລ​ຂາ​ຫນ່ວຍ​ພັກ​ສະ​ຖານ​ທູດ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ.ເກົາ​ຫລີ, ມີ​ຜູ້​ແທນ​ສົມບູນ​ເຂົ້າ​ຮ່ວມ​ທັງ​ໝົດ 29 ສະຫາຍ, ຍິງ 13 ສະຫາຍ, ​ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ຊາວ​ໜຸ່ມ​ຢູ່ ສ.ເກົາ​ຫລີ ຈຳນວນທັງ​ຫມົດ 59 ສະ​ຫາຍ ແລະ ​ແຂກ​ຖືກ​ເຊີນຈາກ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ເຂົ້າ​ຮ່ວມ.

ການ​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ​ໃນ​ຄັ້ງ​ນີ້ ແມ່ນເພື່ອເປັນການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງການຕ່າງປະເທດຄັ້ງທີ XI ໃນປີ 2019 ແລະກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ໃນປີ 2020 ທີ່ຈະມາເຖິງ. ເຊິ່ງກອງປະຊຸມໄດ້​ພ້ອມ​ກັນ​ຄົ້ນຄວ້າ ​ແລະ ສັງເກດຕີລາຄາສະພາບການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ I ຂອງຫນ່ວຍຊາວຫນຸ່ມສະຖານທູດ-ນັກສຶກສາແຕ່ປີ 2014 ເຖິງ ປັດຈຸບັນ ແລະ ຮັບຮອງເອົາທິດທາງ ແລະ ແຜນການເຄື່ອນໄຫວຂອງຄະນະຫນ່ວຍຊາວຫນຸ່ມຮາກຖານສະຖານທູດແລະນັກສຶກສາ ໃນໄລຍະ 5 ປີ ແຕ່ປີ 2018-2023.

ກອງ​ປະ​ຊຸມ​ຄັ້ງ​ນີ້ໄດ້​ມີປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະຫນ່ວຍຊາວຫນຸ່ມຮາກ​ຖານ​ຊຸດ​ໃໝ່ ບົນ​ພື້ນຖານ​ຫລັກການ​ລວມສູນ​ປະຊາທິປະ​ໄຕ ທັງ​ຖືກຕ້ອງ​ສອດຄ່ອງ​ກັບ​ມາດຖານ​ເງື່ອນ​ໄຂ​ທີ່​ກຳນົດ​ໄວ້ ​ເຊິ່ງມີ​ຜູ້​ລົງ​ສະໝັກ​ເລືອກ​ຕັ້ງ​ທັງ​ໝົດ13 ສະ​ຫາຍ, ຍິງ 5 ສະຫາຍ ​ ເພື່ອເລືອກ​​ເອົາ 7 ສະຫາຍ (ຍິງ 2 ສະຫາຍ).

ບັນດາ​ຜູ້​ແທນເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ ​ແລະ ມີການ​ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມຢ່າງກົງ​ໄປ​ກົງ​ມາ ​ເຮັດ​ໃຫ້​ກອງ​ປະຊຸມ​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນ ​ແລະ ສຳ​ເລັດ​ຕາມ​ຈຸດປະສົງ​ທີ່​ວາງ​ໄວ້.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480222
ມື້ນີ້52
ມື້ວານ157
ອາທິດນີ້620
ເດືອນນີ້6453