ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມແລກປ່ຽນບົດຮຽນ ແລະ ທັດສະນະສຶກສາ ຢູ່ ນະຄອນດານັງ, ສສ. ຫວຽດນາມ

MYHanoi1

 

MYHanoi2

 

ໃນລະຫວ່າງວັນທີ 26-29 ມີນາ 2018, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ອາລູນີ ກົມມະສິດ, ພັນລະຍາທ່ານລັດຖະມົນຕີ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມແລກປ່ຽນບົດຮຽນກັບແມ່ຍິງຫວຽດນາມ ແລະ ທັດສະນະສຶກສາສະຖານທີ່ຕ່າງໆ ຢູ່ ນະຄອນດານັງ.

 

ການຢ້ຽມຢາມຄັ້ງນີ້, ແມ່ນການປະຕິບັດຕາມແຜນການຮ່ວມມືຂອງສອງຝ່າຍ, ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ແມ່ຍິງນະຄອນດານັງ, ພະແນກການຕ່າງປະເທດ, ສະມາຄົມມິດຕະພາບຫວຽດນາມ-ລາວ, ແນວໂຮມແຫ່ງຊາດຫວຽດນາມທີ່ດານັງ ພ້ອມດ້ວຍສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ທີ່ນະຄອນດານັງ.

 

ໃນການພົບປະສອງຝ່າຍ, ທ່ານ ນາງ ພິມພາ ແກ້ວມີໄຊ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ການຮ່ວມມືຂອງສອງຝ່າຍ, ລາຍງານສະພາບໂດຍຫຍໍ້ ແລະ ການແລກປ່ຽນບົດຮຽນກັບຝ່າຍຫວຽດນາມ; ແຈ້ງສະພາບຂອງສະຫະພັນແມ່ຍິງລາວ, ໂດຍສະເພາະການເຄື່ອນໄຫວການປະກອບສ່ວນຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ. ພ້ອມນັ້ນ, ຍັງໄດ້ສະເໜີແນວທາງນະໂຍບາຍຂອງພັກ-ລັດຖະບານ ຕໍ່ການປະຕິບັດສິດສະເໝີພາບ ລະຫວ່າງ ຍິງ-ຊາຍ, ກົນໄກການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໃນ ສປປ ລາວ ແລະ ການຜັນຂະຫຍາຍຕົວຈິງ.

 

ຕາງໜ້າຝ່າຍຫວຽດນາມ, ທ່ານ ນາງ ຫງຽນ ທິ ທູ ຮ່າ, ຄະນະບໍລິຫານງານແມ່ຍິງຫວຽດນາມ, ປະທານແມ່ຍິງນະຄອນດານັງ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການປະກອບສ່ວນຂອງແມ່ຍິງດານັງ. ການພົວພັນຮ່ວມມືແລກປ່ຽນກັບ 5 ແຂວງພາກໃຕ້ ຂອງ ສປປ ລາວ ທີ່ເປັນການສົ່ງເສີມ-ຮັດແໜ້ນຄວາມສາມັກຄີ ລະຫວ່າງສອງຊາດ, ຊຶ່ງໃນນັ້ນ ແມ່ຍິງໄດ້ປະກອບສ່ວນຢ່າງຕັ້ງໜ້າ.

 

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການແລກປ່ຽນບົດຮຽນນໍາກັນ ໂດຍສະເພາະແນໃສ່ເພື່ອເປັນການຍົກສູງພາລະບົດບາດ, ສິດສະເໝີພາບ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ທັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

 

ຄະນະຝ່າຍລາວ ໄດ້ເຊີນຊວນແມ່ຍິງນະຄອນດານັງ ຢ້ຽມຢາມທັດສະນະສຶກສາ ຢູ່ ສປປ ລາວ ໂດຍສະເພາະແມ່ນລາວໄດ້ເປີດປີທ່ອງທ່ຽວ ໃນປີ 2018. ນອກນັ້ນ, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ທ່ຽວຊົມສະຖານທີ່ສໍາຄັນດ້ານປະຫວັດສາດ ແລະ ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ, ສວຍງາມ ໃນນະຄອນດານັງ ເຊັ່ນ: ເມືອງໂຫ້ຍອານ, ພູບ່ານ່າ ແລະ ສະຖານທີ່ແຫ່ງອື່ນໆ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485753
ມື້ນີ້52
ມື້ວານ206
ອາທິດນີ້789
ເດືອນນີ້5058