ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວທົ່ວປະເທດຄັ້ງທີ 2 ສະໄຫມທີ VII

khamin  khamin1

 

ໃນວັນທີ 3 ພະຈິກ 2016, ທີ່ກະຊວງການຕ່າງປະເທດ, ສະຫະພັນກຳມະບານກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ 2 ສະໄຫມທີ VII, ເຊິ່ງໄດ້ຈັດຂຶ້ນໃນວັນທີ 29-30 ກັນຍາ 2016 ທີ່ນະຄອນຫລວງວຽງຈັນ; ເຜີຍແຜ່ໂດຍ ສະຫາຍ ຄໍາອິນ ຄິດຈະເດດ, ຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ທັງເປັນປະທານກຳມະບານກະຊວງການຕ່າງປະເທດ ໂດຍມີບັນດາສະມາຊິກກຳມະບານກະຊວງການຕ່າງປະເທດ ຈຳນວນ 305 ສະຫາຍ, ຍິງ 80 ສະຫາຍ ເຂົ້າຮ່ວມຟັງ.

ຈຸດປະສົງການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອເຮັດໃຫ້ສະມາຊິກກຳມະບານກະຊວງການຕ່າງປະເທດ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊືມເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວ ໃຫ້ຊາບທົ່ວເຖິງກັນ ເພື່ອພ້ອມກັນຜັນຂະຫຍາຍມະຕິຂອງກອງປະຊຸມ ໃຫ້ປະກົດຜົນເປັນຈິງ, ໂດຍສະເພາະແມ່ນການຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວວາງອອກ.

ກອງປະຊຸມໄດ້ຮັບຟັງບາງເອກະສານທີ່ສຳຄັນຄື: ບົດສະຫລຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ສະໄຫມທີ VII ແລະ ທິດທາງແຜນການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານ ປີ 2017, ແຜນຍຸດທະສາດພັດທະນາວຽກງານກຳມະບານລາວ 5 ປີ ຄັ້ງທີ 3 ແຕ່ປີ 2016-2020, ແຜນຍຸດທະສາດພັດທະນາວຽກງານກຳມະບານລາວ 10 ປີ ແຕ່ປີ 2016-2025 ແລະ ວິໄສທັດຮອດປີ 2030, ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວວາງອອກ, ບາງບົດໂອ້ລົມທີ່ສຳຄັນຂອງທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ເອກະສານອື່ນໆ ທີ່ກອງປະຊຸມຄົບຄະນະ ໄດ້ນຳມາປຶກສາຫາລື ແລະ ພິຈາລະນາຮັບຮອງເອົາ.

ຕອນທ້າຍ, ສະຫາຍ ຄຳອິນ ຄິດຈະເດດ ຍັງໄດ້ເນັ້ນເຖິງບົດບາດສຳຄັນຂອງກຳມະບານລາວ ພາຍໃຕ້ການນຳພາຂອງພັກ ໄດ້ປະກອບສ່ວນພາລະກິດຂອງຕົນ ເຂົ້າໃນການຕໍ່ສູ້ກູ້ຊາດ, ເຕົ້າໂຮມກຳລັງປະຕິວັດ, ນຳພາຊົນຊັ້ນກຳມະກອນຕໍ່ສູ້ຍາດເອົາ ເອກະລາດ, ເສລິພາບ ແລະ ສັນຕິສຸກ ມາສູ່ປວງຊົນລາວທັງຊາດ.

ໃນປະຈຸບັນ, ກຳມະບານລາວ ກໍຄືຊາວຜູ້ອອກແຮງງານລາວ ກໍໄດ້ເປັນເຈົ້າການໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມ ຢ່າງຕັ້ງຫນ້າ; ຮຽກຮ້ອງໃຫ້ສະມາຊິກກຳມະບານ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ໂດຍສະເພາະແມ່ນ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໄປຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ, ເຊີດຊູຄວາມເປັນເຈົ້າການ ໃນການປະຕິບັດຫນ້າທີ່ວຽກງານວິຊາສະເພາະ ແນວທາງການຕ່າງປະເທດຂອງພັກ ແລະ ລັດຖະບານ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມຈະເລີນກ້າວຫນ້າ ແລະ ວັດທະນາຖາວອນ ເພື່ອນຳເອົາຄວາມສົມບູນພູນສຸກ ມາໃຫ້ປະຊາຊົນລາວບັນດາເຜົ່າ ໃນຕໍ່ຫນ້າ ຢ່າງແທ້ຈິງ.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485645
ມື້ນີ້150
ມື້ວານ196
ອາທິດນີ້681
ເດືອນນີ້4950