ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ມອບ-ຮັບ ໃບຢັ້ງຢືນ 4 ບຸກ ໃຫ້ແກ່ ຄະນະຊາວໜຸ່ມກະຊວງການຕ່າງປະເທດ

y 1

y 2

y 3

y 4

y 5

ໃນວັນ​ທີ 29 ສິງຫາ 2016, ກະຊວງ​ການ​ຕ່າງປະ​ເທດ ໄດ້ຈັດພິທີ ມ​ອບ-ຮັບ ​ໃບ​ຢັ້ງຢືນ ແລະ ເປີດປ້າຍ 4 ບຸກ ​ໃຫ້ແກ່ ຄະນະ​ຊາວ​ໜຸ່ມປະຊາຊົນ ປະຕິວັດ​ລາວ ກະຊວງ​ການ​ຕ່າງປະ​ເທດ ໂດຍການ​ເປັນປະທານຂອງ ສະຫາຍ ອານຸພາບ ວົງ​ໜໍ່​ແກ້ວ, ​ເລຂາ​ຄະນະ​ບໍລິຫານ​ງານຊາວ​ໜຸ່ມ​ກະຊວງການ​ຕ່າງປະ​ເທດ, ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມເປັນປະທານກິດຕິມະສັກ ຂອງ ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ກໍາມະການສູນກາງພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດແລະສະຫາຍ ປອ ສອນ​ທະນູ ທຳ​ມະ​ວົງ, ກຳມະການ​ສູນ​ກາງ​ພັກ, ເລຂາຄະນະບໍລິຫານງານສູນກາງຊາວໝຸ່ມ ປປລາວ, ໂດຍມີບັນດາ ສະຫາຍ ຄະນະພັກ-ຄະນະນຳ ຈາກກະຊວງການຕ່າງປະເທດ, ​ແລະ ຈາກສູນກາງຊາວໜຸ່ມພ້ອມດ້ວຍສະມາຊິກຊາວໜຸ່ມ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ສະຫາຍ ອານຸພາບ ວົງໜໍ່ແກ້ວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດໄດ້ຂຶ້ນກ່າວລາຍງານວຽກງານ 4 ບຸກ ໃນໄລຍະຜ່ານມາ ແລະ ທິດທາງ ໃນຕໍ່ຫນ້າ ເຊິ່ງໃຫ້ຮູ້ວ່າ:ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ເປັນອົງການຈັດຕັ້ງໜຶ່ງທີ່ນອນຢູ່ໃນໂຄງປະກອບການຈັດຕັ້ງ ຂອງກະຊວງການຕ່າງປະເທດ ມີພາລະບົດບາດໜ້າທີ່ໃນການເຄື່ອນໄຫວວຽກງານຊາວໜຸ່ມພາຍໃຕ້ການຊີ້ນຳ-ນຳພາຂອງອົງຄະນະພັກກະຊວງ ການຕ່າງປະເທດ. ປະຈຸບັນ ກະຊວງ ຕປທ ປະກອບມີຫນ່ວຍຊາວຫນຸ່ມຂຶ້ນກັບທັງຫມົດ 17 ຫນ່ວຍ, ມີສະມາຊິກທັງຫມົດຢູ່ພາຍໃນປະເທດຈໍານວນ 500 ກວ່າສະຫາຍ, ຍິງ 240 ກວ່າສະຫາຍ. ນອກຈາກນັ້ນ, ຍັງມີບັນດາຫນ່ວຍຊາວຫນຸ່ມຮາກຖານປະຈຳຢູ່ ສະຖານທູດ, ສະຖານກົງສູນໃຫຍ່ ແລະ ສຳນັກງານຜູ້ຕາງຫນ້າຖາວອນ ແຫ່ງ ສປປລາວ ທີ່ ຕ່າງປະເທດ ອີກຈຳນວນ 33 ຫນ່ວຍ ເຊິ່ງລວມທັງຫມົດປະກອບມີສະມາຊິກຊາວຫນຸ່ມຫລາຍກວ່າ 4,600 ສະຫາຍ ເຊິ່ງໃນນັ້ນລວມມີນັກສຶກສາລາວ ທີ່ກຳລັງສຶກສາຢູ່ຕ່າງປະເທດ ທີ່ມີຈໍານວນເພີ້ມຂຶ້ນທຸກປີ.         

ໃນໄລຍະຜ່ານມາ ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ໄດ້ປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມ ປປລ ວາງອອກໂດຍພາຍໃຕ້ການຊີ້ນຳ-ນຳພາ ຢ່າງໄກ້ຊິດ ຂອງຄະນະພັກກະຊວງການຕ່າງປະເທດ ແລະ ສູນກາງຊາວໜຸ່ມປປລ ພ້ອມທັງປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ VIIຊຶ່ງໃນນັ້ນ, ໄລຍະໃນການປະຕິບັດຂໍ້ແຂ່ງຂັນ ດັ່ງກ່າວ ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ແມ່ນມີຄວາມເອົາໃຈໃສ່ແລະ ໜັກແໜ້ນໃນການແຂ່ງຂັນຈົນໄດ້ຮັບນາມມະຍົດ ຄະນະບໍລິຫານງານ ຊາວໜຸ່ມ ປປລ 4 ບຸກເຊິ່ງປະກອບມີ ບຸກດ້ານການເມືອງແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມການຮຽນ, ບຸກດ້ານການຈັດຕັ້ງ ແລະ ບຸກດ້ານວິຊາສະເພາະ, ເຊິ່ງຕາມມາດຕະຖານ ແລະ ເງື່ອນໄຂຂອງສູນກາງຊາວໜຸ່ມ ປປລ ວາງອອກແລະ ຜົນງານດັ່ງກ່າວນັ້ນລ້ວນແລ້ວແຕ່ແມ່ນການປະກອບສ່ວນຂອງຊາວໜຸ່ມແຕ່ລະໜ່ວຍພ້ອມດ້ວຍສະມາຊິກທຸກສະຫາຍ ມີຄວາມສາມັກຄີເປັນເອກກະພາບກັນປະຕິບັດຂໍ້ແຂງຂັນ 4 ບຸກ ຢ່າງຕັ້ງໜ້າ.

ໃນໂອກາດດັ່ງກ່າວຊາວຫນຸ່ມກະຊວງການຕ່າງປະເທດຍັງເປັນກຽດໄດ້ຮັບຟັງການໂອ້ລົມແລະໃຫ້ທິດຊີ້ນໍາຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ປອ ສອນທະນູ ທຳມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໝຸ່ມປປລາວ ເຊິ່ງທັງສອງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ດັ່ງກ່າວ ທີ່ຊາວຫນຸ່ມກະຊວງການຕ່າງປະເທດຍາດມາໄດ້ ໃນການປະກອບສ່ວນດ້ວຍຄວາມຮັບຜິດຊອບສູງ ເຂົ້າໃນການຜັນຂະຫຍາຍແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງພັກ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ ແລະ ຮຽກຮ້ອງໃຫ້ຊາວຫນຸ່ມໃນຂະແຫນງການຕ່າງປະເທດ ສືບຕໍ່ຍົກສູງພາລະບົດບາດ, ຄວາມຮັບຜິດ ຊອບຂອງຕົນ, ເອົາໃຈໃສ່ວຽກງານການເມືອງແນວຄິດ, ຮັກສາຄວາມສາມັກຄີເປັນປຶກແຜ່ນ, ບຸກທະລຸດ້ານຈິນຕະນາການ ແລະ ວິຊາສະເພາະ ດ້ວຍຄວາມເປັນເຈົ້າການ ແລະ ຢ່າງຕໍ່ເນື່ອງ, ຮູ້ຈັກໝູນໃຊ້ເວລາ, ກາລະໂອກາດ ແລະ ເຕັກໂນໂລຊີທີ່ທັນສະໄຫມ ເພື່ອຮຽນຮູ້ ແລະ ພັດທະນາຕົນເອງ ໃຫ້ເຂັ້ມແຂງທາງດ້ານວິຊາສະເພາະ, ຮູ້ຈັກຮຽນຮູ້ນຳຜູ້ອື່ນ, ຮຽນຮູ້ນຳເອກະສານ, ນຳປະສົບການ ແລະ ຮຽນຮູ້ດ້ວຍຕົນເອງ. ສືບຕໍ່ຍົກລະດັບ ແລະ ປັບປຸງແບບແຜນວິທີການເຮັດວຽກໃຫ້ມີລັກສະນະວິທະຍາສາດ, ມີຫົວຄິດປະດິດສ້າງ, ມີການປະສານສົມທົບກັນຢ່າງກົມກຽວ ແລະ ຄ່ອງແຄ້ວ. ເພີ້ມທະວີຄວາມຮັບຜິດ ຊອບສູງຕໍ່ຫນ້າທີ່ວຽກງານ, ຮັບປະກັນຄຸນນະພາບ ແລະ ທ່ວງທັນກັບເວລາ ແລະ ທັນກັບສະພາບການຂອງພາກພື້ນ ແລະ ສາກົນ, ພ້ອມທັງມີຄວາມເສຍສະຫລະເພື່ອສ່ວນລວມ ແລະ ປະເທດຊາດ.

          ຫຼັງຈາກນັ້ນ, ກໍ່​ໄດ້​ມີ​ພິທີ​ເປີດ ​ປ້າຍນາມມະຍົດ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ 4 ບຸກ ຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງ​ການ​ຕ່າງປະ​ເທດ ໂດຍ ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ສະຫາຍ ສອນ​ທະນູ ທຳ​ມະ​ວົງ ​ແລະ ສະຫາຍ ອານຸພາບ ວົງ​ໜໍ່​ແກ້ວ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480211
ມື້ນີ້41
ມື້ວານ157
ອາທິດນີ້609
ເດືອນນີ້6442