ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄວາມໝາຍຕໍ່ໂລກ ໃນແນວຄິດການທູດຂອງ ປະທານ ສີ ຈິ້ນຜີງ

 

"ຄວາມໝາຍຕໍ່ໂລກ ໃນແນວຄິດການທູດຂອງ ປະທານ ສີ ຈິ້ນຜີງ"

ຄົ້ນຄວ້າໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ

 

ປັດຈຸບັນສະພາບ​ການ​ສາກົນ ກຳລັງພົບ​ກັບ​ຄວາມສັບສົນວຸ້ນວາຍ ແລະ ຢູ່ໃນໄລຍະປະເຊີນໜ້າຕໍ່ສິ່ງທ້າທາຍຫຼາຍບັນຫາຢ່າງພາວະວິໄສ ເປັນຕົ້ນແມ່ນໄລຍະຂອງການປ່ຽນແປງໃໝ່ ເຊັ່ນ: ຄວາມພະຍາຍາມໃນການຮັກສາໂລກຂົ້ວດຽວ ແລະ ການຫັນເປັນ​ໂລກ​ຫຼາຍ​ຂົ້ວ, ​ເສດຖະກິດ​​ໂລ​ກາ​ພິວັດ, ​ການ​ປະຕິວັດ​ວິທະຍາ ສາດ​ເຕັກໂນໂລຊີທີ່ທັນສະໄໝ ແລະ ອື່ນໆ​, ເຊິ່ງໄດ້ຮຽກຮ້ອງໃຫ້ທຸກປະເທດ ຈະຕ້ອງມີການພົວພັນ​ຮ່ວມມື, ເພິ່ງ​ພາ​ອາໄສເຊິ່ງກັນແລະກັນ ແລະ ຮັດແໜ້ນຄວາມສາມັກຄີພາຍໃນ. ຄຽງຄູ່ກັນນັ້ນ, ບັນດາປະ​ເທດ​​​ກຳລັງ​ພັດ​ທະນາ ໄດ້ນັບມື້ນັບມີການ​ພັດທະນາ ແລະ ຂະຫຍາຍຕົວດ້ານເສດຖະກິດຕະຫຼາດໃໝ່, ກຸ່ມພັດທະນາໃໝ່ຂອງບັນດາປະເທດ ກໍເລີ່ມເຕີບໃຫຍ່ເປັນຮູບປະທໍາທີ່ຊັດເຈນຍິ່ງກວ່າເກົ່າ ເຮັດໃຫ້ກາຍ​ເປັນທັງກາລະໂອກາດ ​ແລະ ສິ່ງທ້າທາຍໃນການສ້າງສາ ແລະ ພັດທະນາປະເທດຊາດ, ພ້ອມທັງເປັນຜົນກະທົບທາງກົງ ແລະ ທາງອ້ອມ ​ຕໍ່ກັບການ​ປ່ຽນ​​ແປງໃໝ່ຂອງ​ໂລກ. ສິ່ງຕ່າງໆເຫຼົ່ານີ້ ເຮັດໃຫ້ບັນດາປະເທດທົ່ວໂລກ ມີຄວາມສະແຫວງ ຫາການພົວພັນຮ່ວມມືທີ່ເຂັ້ມແຂງໝັ້ນຄົງ ບົນພື້ນຖານຄວາມຍຸຕິທໍາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ໂດຍບໍ່ຈໍາແນກລະບອບການເມືອງ, ປະເທດນ້ອຍ-ໃຫຍ່ ແລະ ປະເທດທີ່ກໍາລັງພັດທະນາ ກໍຄື ພັດທະນາແລ້ວ.

 

ຍຸກຂອງໂລກາພິວັດ ແມ່ນຍຸກສະໄໝ​ແຫ່ງການພັດທະນາ, ປ່ຽນແປງ, ປັບປຸງ ແລະ ຮ່ວມມື; ​ເປັນ​ຊ່ວງໄລຍະເວລາ​ແຫ່ງ​ການສ້າງສັນຕິພາບ ​ແລະ ​ພັດທະນາຮ່ວມກັນຢ່າງສັນຕິວິທີ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ ໂດຍຜ່ານການ​ພົວພັນຕ່າງປະເທດ, ການແລກປ່ຽນນະໂຍບາຍຕ່າງປະເທດ ແລະ ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທ​ດ ແບບທະວີພາຄີ ແລະ ພະຫຸພາຄີ. ແຕ່ໃນ​ຂະນະ​ດຽວ​ກັນ​, ຄວາມ​ໝັ້ນຄົງ​ຂອງປະຊາຄົມ​ໂລກ ​ກຳລັງ​ພົບກັບ​ສິ່ງ​ທ້າ​ທາຍນາໆປະການ ທີ່ມີຄວາມ​ສະຫຼັບ​ສັບ​ຊ້ອນ, ບັນຫາ​ຂໍ້ຂັ​ດ​ແຍ່ງ​​ຕ່າງໆ​ພາຍໃນພາກ​ພື້ນ ແລະ ສາ ກົນ, ການ​ຂະຫຍາຍ​ອິດ​ທິພົນ​ຂອງມະຫາອໍານາດ, ວິ​ກິດ​ການ​ທາງ​ການ​ເງິນ ທີ່​ນັບ​ມື້ນັບ​ປະກົດ​ຕົວຂຶ້ນຢ່າງຊັດເຈນໃນຫຼາຍປະເທດ. ສະ​ນັ້ນ, ການ​ຮັກສາ​ສັນຕິ​ພາບ​ໂລກ ​ແລະ ​ສົ່ງ​ເສີມ​ຄວາມໜັ້ນຄົງ ຈຶ່ງກາຍເປັນ​​ພາລະ​ກິດ​ອັນ​ຍາວ​ນານ ແລະ ເປັນ​ຂອງ​ທຸກປະ​ເທດ​ທີ່ຈະຕ້ອງມີສ່ວນຮ່ວມໃນວຽກງານປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຂອງຕົນເອງ.

 

ໃນທ່າມກາງສະພາບການສາກົນ, ເກີດການປະເຊີນໜ້າກັບຄວາມທ້າທາຍ ແລະ ສ້າງສະຖານະການ ທີ່ນັບມື້ນັບເພີ່ມທະວີຄວາມຮຸນແຮງຂຶ້ນ, ສປ ຈີນ ເປັນປະເທດມະຫາອໍານາດໜຶ່ງ ທີ່​ມີຄວາມຕ້ອງການ​​ສັນຕິ ພາບ, ມີການ​ພັດທະນາ ແລະ ສົ່ງ​ເສີມ​ການ​ຮ່ວມ​ມືເຊິ່ງກັນແລະກັນ​ ເພື່ອເຮັດໃຫ້ໂລກມີຄວາມສະຫງົບສຸກອັນແທ້ຈິງ. ພັກກອມມູນິດຈີນ ພາຍໃຕ້ການນໍາພາຂອງ ປະທານ ສີ ຈິ້ນຜີງ ໄດ້ໃຊ້ທຸກຄວາມພະຍາຍາມໃນການບັນລຸຜົນສໍາເລັດຍຸດທະສາດການສ້າງພື້ນຖານ ເປັນປະເທດສັງຄົມນິຍົມທີ່ທັນສະໄໝຂອງ ສປ ຈີນ ໃນປີ 2035 ແລະ ຍັງສາມາດບັນລຸໄດ້ເປົ້າໝາຍສະຫັດສະຫວັດ 100 ປີ ເຫດການທີ 2. ​ ພ້ອມດຽວກັນນັ້ນ, ສປ ຈີນ ຍັງ​ຮັບຮູ້​​ເຖິງລະບອບ​ການ​ເມືອງ​, ການ​ນຳພາ, ລະດັບຂອງ​ການ​ພັດທະນາ​ໃນແຕ່ລະປະເທດທົ່ວໂລກ ແມ່ນມີຄວາມ​ແຕກ​ຕ່າງ​ກັນ ​ເຊິ່ງມີຄວາມຈໍາເປັນຕ້ອງມີການ​ແລກປ່ຽນ, ຮັດແໜ້ນຄວາມສາມັກຄີ, ​​ເພິ່ງ​ພາ​ອາ​ໄສ​​ເຊິ່ງກັນ​ແລະ​ກັນ ໃຫ້ມີຄວາມ​ສະໜິດ​ແໜ້ນກົມກຽວ ແລະ ຍຸຕິທໍາ​, ພ້ອມທັງຮັບປະກັນດ້ານຄວາມປອດ​ໄພ​ ​ແລະ ​ໄພອັນຕະລາຍຕ່າງໆ​ຮ່ວມກັນ. ຍ້ອນກໍາ​ແໜ້ນ​​ ແລະ ປະຕິບັດ​ໄດ້ຕາມແນວຄິດການທູດ ແລະ ນະ ໂຍບາຍການຕ່າງປະເທດ ທີ່ມີຄວາມໝາຍສໍາຄັນ ແລະ ເຂັ້ມແຂງຕະຫຼອດມາ, ເຊິ່ງເຮັດໃຫ້ການທູດທີ່ມີລັກ ສະນະພິເສດຂອງຈີນ ໄດ້ກ້າວຂຶ້ນມາມີບົດບາດສູງເດັ່ນຂຶ້ນໃນເວທີໂລກ, ເຊິ່ງຮຽກຮ້ອງ ໃຫ້ ສປ ຈີນ ຈະຕ້ອງຮັບຜິດຊອບສາກົນ ແລະ ພາລະກິດປົກປັກຮັກສາສັນຕິພາບ ເພື່ອພ້ອມກັນເດີນໄປສູ່ເສັ້ນທາງສັນຕິພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ບັນລຸໄດ້ຄຸນຄ່າຂອງມວນມະນຸດ.

 

ປະທານ ສີ ຈິ້ນຜີງ ຖືເປັນຜູ້ນໍາ ທັງເປັນນັກການທູດທີ່ມີໄຫວພິກ, ມີຄວາມສະຫຼຽວສະຫຼາດ ສາມາດສືບຕໍ່ນໍາພາ ສປ ຈີນ ເຄື່ອນໄຫວນະໂຍບາຍການທູດ ໃຫ້ມີລັກສະນະຊາດ, ລັກສະນະວິທະຍາສາດ, ຄາດຄະເນເຫດການສະເພາະໜ້າ ແລະ ວາງແຜນຮັບມືຮອບດ້ານກັບທຸກສະຖານະການທີ່ຈະເກີດຂຶ້ນ ເພື່ອຫຼົບຫຼີກຕໍ່ກົນອຸບາຍ ແລະ ວົງປິດລ້ອມຂອງຝ່າຍປໍລະປັກ ໄດ້ຢ່າງມີຫົວຄິດປະດິດສ້າງ, ເຊິ່ງເປັນສາຍເຫດຕົ້ນຕໍ ທີ່ນໍາພາປະເທດຊາດ ຜ່ານຜ່າອຸປະສັກນາໆປະການ, ທັງໄດ້ຫັນເອົາສິ່ງທ້າທາຍໃຫ້ເປັນກາລະໂອກາດ ແລະ ພິກຈາກວິກິດການໃຫ້ເປັນຜົນປະໂຫຍດ, ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ເຊັ່ນ: 1. ເພີ່ມທະວີບົດບາດການນໍາພາຮອບດ້ານ ຜ່ານກອງປະຊຸມສາກົນຢູ່ພາຍໃນ ແລະ ຕ່າງປະເທດ; ສົ່ງເສີມວຽກງານການຕ່າງປະເທດຂອງຕົນ ໃຫ້ຢູ່ໃນທ່າຂະຫຍາຍຕົວຢ່າງເປັນຮູບປະທໍາ, ພ້ອມທັງຍົກລະດັບການຮ່ວມມືຂະແໜງການຕ່າງປະ ເທດກັບເພື່ອນມິດໃຫ້ມີຄວາມສົມດູນເຂັ້ມແຂງ; 2. ຍຶດໝັ້ນແນວຄິດ ແລະ ຫຼັກໝັ້ນຂອງນະໂຍບາຍການຕ່າງປະເທດ, ທີ່ຈະຕ້ອງໄດ້ປັບປ່ຽນໄປຕາມສະພາບຄວາມເປັນຈິງຂອງໂລກ, ຈາກຄໍາຖາມທີ່ໂລກຕັ້ງຂຶ້ນ “ໂລກປ່ຽນແປງໄປແນວໃດ, ພວກເຮົາກໍຈະຕ້ອງປະຕິບັດໃຫ້ທັນກັບໂລກ” ໂດຍຜ່ານການຊຸກຍູ້-ກໍ່ສ້າງຊະຕາກໍາແຫ່ງມວນມະນຸດ, ເດີນໜ້າຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີ 149 ປະເທດ ແລະ 32 ອົງການຈັດຕັ້ງສາກົນ ເຂົ້າຮ່ວມເປັນພາຄີ; ແລະ 3. ການທູດຍຸກໃໝ່ ແລະ ການຮ່ວມມືດ້ານຄວາມໝັ້ນຄົງສາກົນ, ກໍາລັງເດີນໜ້າຈັດຕັ້ງປະຕິບັດຢ່າງຫ້າວຫັນ ແລະ ເປັນຂໍ້ລິເລີ່ມທີ່ເກີດໃໝ່ໃຫຍ່ລຸນ ເຊັ່ນວ່າກຸ່ມພັດ ທະນາການຄ້າ ແລະ ການລົງທຶນຮ່ວມກັນ (BRICS), ອົງການຮ່ວມມືຊຽງໄຮ້ (SCO) ແລະ ຂໍ້ລິເລີ່ມ "ຄວາມໝັ້ນຄົງຂອງໂລກ (GSI)"  ໃຫ້ໝັ້ນທ່ຽງເປັນກ້າວໆໄປໃນຕໍ່ໜ້າ.

 

ປັດຈຸບັນ ປະທານ ສີ ຈິ້ນຜີງ ໄດ້ເດີນທາງຢ້ຽມຢາມກວ່າ 70 ປະເທດທົ່ວໂລກ, ເຂົ້າຮ່ວມກອງປະຊຸມສາກົນຕ່າງໆ ຫຼາຍກວ່າ 40 ຄັ້ງ, ພົບປະຕ່າງປະເທດ ຫຼາຍກວ່າ 100 ປະເທດ ຈາກ 110 ກວ່າປະເທດ ທີ່ເປັນຄູ່ຮ່ວມຍຸດທະສາດ, ພັນທະມິດ ແລະ ຄູ່ຮ່ວມພັດທະນາ, ເຊິ່ງເປັນການເນັ້ນຢໍ້າເຖິງ ແນວຄິດການທູດຂອງ ສປ ຈີນ ໄດ້ກ້າວຂຶ້ນມາມີບົດບາດສໍາຄັນຮອບດ້ານ, ວົງຄະນາຍາດສາກົນ ໃຫ້ຄວາມສໍາຄັນຫຼາຍຂຶ້ນ ແລະ ຮັບເອົາຂໍ້ສະເໜີແນະໃນເສັ້ນທາງຂອງການສ້າງສັນຕິພາບ, ສ້າງເສດຖະກິດ, ສ້າງອະລິຍະທໍາ ແລະ ອື່ນໆ ເພື່ອນໍາໄປສຶກສາຄົ້ນຄວ້າ ແລະ ໝູນໃຊ້ໃນການລົງເລິກການພົວພັນຮ່ວມມືສາກົນ ໄດ້ຢ່າງສັນຕິວິທີ ແລະ ຍຸຕິທໍາທີ່ສຸດ.

 

ຫຼ້າສຸດເຫດການສໍາຄັນອັນໂດດເດັ່ນຂອງ ສປ ຈີນ, ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ໃນປີ 2022. ມາຮອດປັດຈຸບັນ ໄດ້ມີການເປີດກອງປະຊຸມ 02 ສະພາ (ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ແລະ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ) ຄັ້ງທີ 01 ສະໄໝທີ 14 ຂຶ້ນຢ່າງເປັນທາງການ. ປະທານ ສີ ຈິ້ນຜີງ ໄດ້ຮັບຄະແນນສຽງສະໜັບສະໜູນອັນເປັນເອກະສັນ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກສະມາຊິກພັກຄອມມູນິດຈີນ ໃຫ້ສືບຕໍ່ນໍາພາລັດຖະບານຈີນ ຈັດຕັ້ງຜັນຂະຫຍາຍນະໂຍ ບາຍການຕ່າງປະເທດຢ່າງຕັ້ງໜ້າ ແລະ ກ້າວກະໂດດຕໍ່ໄປ ພາຍໃຕ້ຄະນະລັດຖະບານຊຸດໃໝ່ ເພື່ອເປັນພື້ນ ຖານ ໃຫ້ແກ່ການພົວພັນຮ່ວມມືຮອບດ້ານຢ່າງເຕັມຮູບແບບ ຜ່ານການຜັນຂະຫຍາຍຍຸດທະສາດການພົວພັນສາກົນ ຈີນ-ອາເມ ຣິກາ, ຈີນ-ຣັດເຊຍ,  ຈີນ-ເອີຣົບ ແລະ ຈີນ-ອາຊຽນ ເປັນຕົ້ນ ເພື່ອດໍາເນີນແນວທາງການສ້າງສັນຕິພາບໂລກ, ເສີມຂະຫຍາຍເພີ່ມທະວີການສ້າງປະຊາຄົມແຫ່ງມວນມະນຸດ, ສົ່ງເສີມການເຄົາລົບນັບຖື ເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ບົນພື້ນຖານຍຶດໝັ້ນຄວາມໝັ້ນຄົງຂອງໂລກຢ່າງເດັດດ່ຽວ, ປົກປັກຮັກສາລັດທິຍຸຕິທໍາສາກົນ ໃຫ້ມີຄວາມໜັກແໜ້ນ ແລະ ປະສົບຜົນເປັນຈິງໃນອະ ນາຄົດອັນໃກ້ນີ້.

 

ສປປ ລາວ ສະໜັບສະໜູນ ສປ ຈີນ ໃນການປະຕິບັດຍຸດທະສາດປະເທດຂອງຕົນ ຢ່າງເຕັມສ່ວນ ເພື່ອບັນລຸເປົ້າໝາຍ “100 ປີເຫດການທີສອງ” ໃນການນໍາພາປະເທດຊາດ ບັນລຸເປົ້າໝາຍປະເທດສັງຄົມນິຍົມ ທັນສະໄໝ ທີ່ມີຄວາມຮັ່ງມີ, ມີປະຊາທິປະໄຕ, ມີຄວາມສີວິໄລ, ມີຄວາມກົມກຽວກັນຂອງສັງຄົມ ກໍຄື ປະຊາຊົນ ໃນປີ 2049 ໃນໂອກາດສະຖາປະນາ ສປ ຈີນ ຄົບຮອບ 100 ປີ. ຍິ່ງໄປກວ່ານັ້ນ, ພາຍຫຼັງ ສປ ຈີນ ໄດ້ເປີດປະເທດຢ່າງເປັນທາງການ ໄດ້ມີການເຄື່ອນໄຫວຢ່າງເຕັມຮູບແບບໃນຫຼາຍຂະແໜງການເວົ້າລວມ, ເວົ້າສະ ເພາະນະໂຍບາຍການຕ່າງປະເທດ ທີ່ໄດ້ສະເໜີແນວຄວາມຄິດ ໃນການແກ້ໄຂບັນຫາການເມືອງ-ຄວາມໝັ້ນຄົງ ແລະ ເສດຖະກິດ ຜ່ານຂອບການຮ່ວມມືສາກົນຕ່າງໆ, ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ໃຫ້ແກ່ການສ້າງສັນຕິພາບ ແລະ ຟື້ນຟູຂະແໜງການການຄ້າ-ການລົງທຶນ ແລະ ທ່ອງທ່ຽວ ໃຫ້ກັບມາມີຊີວິດຊີວາອີກຄັ້ງ, ພາຍໃຕ້ ໂລກ​ແຫ່ງສັນຕິພາບ ແລະ ສະຖຽນລະພາບອັນຍືນຍົງ. ເຖິງແນວໃດກໍຕາມ, ມີກາລະໂອກາດແລ້ວ, ຈະຕ້ອງມີສິ່ງທ້າທາຍຄວບຄູ່ກັນ, ເຊິ່ງມີພຽງການພັດທະນາ, ສະແຫວງຫາການຮ່ວມມື, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ​ເທົ່າ​ນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງ ຈິ່ງຈະສາມາດຄ່ອຍໆປະກົດຜົນເປັນຈິງ.

 

ປະຊາຊົນລາວ ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການຊີ້ນຳ-ນຳພາອັນເຂັ້ມແຂງຂອງ ພັກກອມມູນິດຈີນ ທີ່ມີ ປະທານ ສີ ຈິ້ນຜີງ ເປັນຜູ້ນໍາໜ້າພາທາງ, ຈະສາມາດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ໄດ້ກຳນົດໄວ້ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. (ຈົບ)

ແຈ້ງການ

 

ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
442899
ມື້ນີ້154
ມື້ວານ244
ອາທິດນີ້530
ເດືອນນີ້4703