ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດ ແລະ ບົດຮຽນ ໃນການເຄື່ອນໄຫວການທູດເສດຖະກິດ ຂອງ ສປ ຈີນ

 

ການທູດເສດຖະກິດແມ່ນພາກສ່ວນໜຶ່ງທີ່ສຳຄັນໃນການເຄື່ອນໄຫວຂອງວຽກງານການທູດ, ພາຍ ຫລັງທີ່ສັນຕິພາບ ແລະ ການຮ່ວມມື ໄດ້ກາຍມາເປັນທ່າອ່ຽງລວມຂອງການພົວພັນສາກົນ, ຫລາຍປະເທດໄດ້ຫັນມາໃຫ້ຄວາມສໍາຄັນໃນການເຄື່ອນໄຫວການທູດເສດຖະກິດ ໄປຄຽງຄູ່ກັບການທູດການເມືອງ ແລະ ການທູດວັດທະນາທຳ. ສຳລັບ ສປ ຈີນ, ນັບແຕ່ປະຕິບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃນປີ 1978 ເປັນຕົ້ນມາ ໄດ້ເອົາໃຈໃສ່ເຄື່ອນໄຫວການທູດເສດຖະກິດ ເຊິ່ງໄດ້ປະກອບສ່ວນສໍາຄັນເຮັດໃຫ້ເສດຖະກິດຂອງ ສປ ຈີນ ຂະຫຍາຍຕົວແບບກ້າວກະໂດດ, ຈົນກາຍມາເປັນປະເທດມະຫາອໍານາດທາງດ້ານເສດຖະກິດອັນດັບ 2 ຂອງໂລກນັບແຕ່ປີ 2010 ເປັນຕົ້ນມາ. 

 

ນັບແຕ່ປີ 1978 ເປັນຕົ້ນມາ, ຂະບວນວິວັດຂອງການທູດເສດຖະກິດຂອງຈີນແມ່ນມີຄວາມລະອິດລະອ້ຽວພໍສົມຄວນຍ້ອນປັດໃຈພາຍໃນ ແລະ ພາຍນອກ, ເຊິ່ງໄດ້ຜ່ານ 3 ໄລຍະ, ໄລຍະທີໜຶ່ງ: ໄລຍະສຶກສາຄົ້ນຄວ້າ ແລະ ກໍາແໜ້ນ ລະບຽບການ ແລະ ພາລະບົດບາດຂອງກົນໄກການຮ່ວມມືເສດຖະກິດພາກພື້ນ ແລະ ສາກົນ; ໄລຍະທີສອງ: ໄລຍະມີສ່ວນຮ່ວມເສດຖະກິດໂລກຢ່າງເຕັມຮູບແບບ ນັບຕັ້ງແຕ່ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ໃນປີ 2001 ພາຍຫລັງທີ່ໃຊ້ຄວາມພະຍາຍາມມາເປັນເວລາ 15 ປີ, ຫລັງຈາກເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ສປ ຈີນ ໄດ້ມີສ່ວນຮ່ວມໃນການກຳນົດ ແລະ ຈັດຕັ້ງປະຕິບັດລະບຽບເສດຖະກິດສາກົນ, ມີສິດ ແລະ ໜ້າທີ່ເທົ່າທຽມກັບປະເທດສະມາຊິກຂອງອົງການການຄ້າໂລກອື່ນໆ. ໄລຍະທີສາມ: ໄລຍະທີ່ ສປ ຈີນ ມີບົດບາດນໍາພາໃນການພັດທະນາ ເສດຖະກິດພາກພື້ນ ແລະ ສາກົນ. ໃນໄລຍະ 10 ປີຜ່ານມາ, ອັດຕາສະເລ່ຍການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປ ຈີນ ບັນລຸ 6,6%, ອັດຕາການປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດໂລກສູງເຖິງ 38,6%. ປີ 2021 GDP ຂອງຈີນກວມເອົາ 18,8% ຂອງ GDP ໂລກ, ມູນຄ່າການຄ້າສາກົນ 6.900 ຕື້ໂດລາສະຫະລັດ, ສປ ຈີນ ສືບຕໍ່ເປັນປະເທດມະຫາອໍານາດທາງດ້ານເສດຖະກິດອັນດັບສອງຂອງໂລກ.

 

         ຜ່ານການເຄື່ອນໄຫວການທູດເສດຖະກິດຢ່າງຫ້າວຫັນຂອງ ສປ ຈີນ ສາມາດຍາດໄດ້ຜົນສໍາເລັດຫລາຍຢ່າງທີ່ເປັນຮູບປະທຳ, ຊຶ່ງສະແດງອອກໃນບາງດ້ານ ເຊັ່ນ: 1) ໄດ້ຮັບຜົນສຳເລັດໃນການເຄື່ອນໄຫວການທູດເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້. ປີ 2015, ສປ ຈີນ ລົງນາມໃນສັນຍາວ່າດ້ວຍການສ້າງຕັ້ງເຂດການຄ້າເສລີ ຈີນ-ອາຊຽນ, ເຮັດໃຫ້ການຄ້າຈີນ-ອາຊຽນ ມີປະລິມານເພິ່ມຂຶ້ນຢ່າງໄວວາ, ນັບແຕ່ປີ 2020 ເປັນຕົ້ນມາ ສປ ຈີນ ກາຍເປັນຄູ່ການຄ້າອັນດັບໜຶ່ງຂອງອາຊຽນ. ຄຽງຄູ່ກັນນັ້ນ, ສປ ຈີນ ຍັງເປັນເຈົ້າການໃນການສ້າງຕັ້ງກົນໄກການຮ່ວມມືໃນຂອບ ອານຸພາກພື້ນ ແລະ ພາກພື້ນ ເປັນຕົ້ນແມ່ນກົນໄກການພົວພັນຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ(RCEP) ແລະ ອື່ນໆ. ພ້ອມນັ້ນ, ສປ ຈີນ ຍັງເອົາໃຈໃສ່ໃນການປັບປຸງພື້ນຖານໂຄງລ່າງເພື່ອເຊື່ອມຈອດກັບບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ເຮັດໃຫ້ການພົວພັນທາງດ້ານເສດຖະກິດ-ການຄ້າມີຄວາມສະດວກສະບາຍຍິ່ງຂຶ້ນ; 2) ໄດ້ຮັບຜົນສຳເລັດໃນການສົ່ງເສີມສ້າງເຂດການຄ້າເສລີໃນພາກພື້ນ ແລະ ສາ ກົນ. ຮອດປັດຈຸບັນ ສປ ຈີນ ໄດ້ເຊັນສັນຍາສ້າງເຂດການຄ້າເສລີກັບ 26 ປະເທດ. ໃນນັ້ນ, ການຈັດຕັ້ງປະຕິບັດ ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ(RCEP) ແມ່ນຜົນສໍາເລັດທາງຍຸດທະສາດໃນການສົ່ງເສີມເຂດການຄ້າເສລີ; 3) ໄດ້ຮັບຜົນສຳເລັດໃນການສົ່ງເສີມການຮ່ວມມືໃນຂົງເຂດວຽກງານການເງິນ ຢູ່ໃນພາກພື້ນ ແລະ ສາກົນ. ອັນພົ້ນເດັ່ນ ແມ່ນ ສປ ຈີນ ເປັນຜູ້ນໍາພາກໍ່ຕັ້ງທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB) ໃນປີ 2015. ຮອດປັດຈຸບັນມີ 104 ປະເທດທີ່ເຂົ້າເປັນສະມາຊິກ, ທະນາຄານດັ່ງກ່າວໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານໃນການກໍ່ສ້າງພື້ນຖານໂຄງລ່າງຢູ່ 30 ກວ່າປະເທດ, ໃນຈໍານວນທັງຫມົດ 202 ໂຄງການ, ຍອດມູນຄ່າການລົງທຶນຫລາຍກວ່າ 38, 8 ຕື້ໂດລາສະຫະລັດ. ນອກນັ້ນ, ບົດບາດເງິນຢວນກໍນັບມື້ນັບສູງຂຶ້ນຢູ່ໃນພາກພື້ນ ແລະ ສາກົນ; 4) ໄດ້ຮັບຜົນສຳເລັດໃນການເຄື່ອນໄຫວການທູດເສດຖະກິດໃນຂອບຫລາຍຝ່າຍໂດຍສະເພາະກຸ່ມ G20 ແລະ ກຸ່ມ BRICS. ໃນນັ້ນ, ມີຫລາຍຂໍ້ລິເລີ່ມໄດ້ຖືກຍົກຂຶ້ນໂດຍລັດຖະບານຈີນ ໃນໂອກາດທີ່ ສປ ຈີນ ເປັນເຈົ້າພາບຈັດກອງປະຊຸມ G20 ໃນປີ 2016 ແລະ ໃນໂອກາດສຳຄັນອື່ນໆ; 5) ໄດ້ຮັບຜົນສຳເລັດໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”. ປີ 2023, ເປັນປີຄົບຮອບ 10 ປີຂອງການປະກາດຂໍ້ລິເລິ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ” ໂດຍປະທານປະເທດ ສີ ຈິ້ນເຜີງ ໃນປີ 2013. ຮອດປັດຈຸບັນ ສປ ຈີນໄດ້ເຊັນສັນຍາກັບ 151 ປະເທດ, 32 ອົງການຈັດຕັ້ງສາກົນ ໃນຈໍານວນ 200 ກວ່າສະບັບເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ໃຫ້ເປັນຮູບປະທຳ. ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ກາຍ ເປັນເວທີສໍາຄັນຂອງການເຄື່ອນໄຫວການທູດເສດຖະກິດ, ເປັນກົນໄກສໍາຄັນໃນການແບ່ງບັນບົດຮຽນ, ປະສົບການ ແລະ ຄວາມຈະເລີນກ້າວໜ້າຢ່າງຮອບດ້ານ ຂອງ ສປ ຈີນ ໃຫ້ບັນດາປະເທດຕາມແລວທາງດັ່ງກ່າວ.

 

ຜົນສຳເລັດຂອງການທູດເສດຖະກິດ ທີ່ ສປ ຈີນ ຍາດມາໄດ້ນັ້ນ ແມ່ນຍ້ອນການນໍາຂັ້ນສູງ ຂອງ ສປ ຈີນ ໄດ້ເອົາໃຈໃສ່ເຄື່ອນໄຫວການທູດເສດຖະກິດ, ເຊິ່ງສະແດງອອກເວລາພົບປະແລກປ່ຽນກັບຜູ້ນຳຂອງຕ່າງປະເທດ ໄດ້ຖືເອົາການຮ່ວມມືດ້ານເສດຖະກິດເປັນຫົວຂໍ້ສຳຄັນ ເພື່ອສົ່ງເສີມການຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ, ປຶກສາຫາລືຊອກຫາວິທີແກ້ໄຂບັນຫາຂໍ້ຄົງຄ້າງ ແລະ ອື່ນໆ.  ນອກນັ້ນ, ບັນດາກະ ຊວງ ແລະ ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງພາກລັດ ແລະ ພາກເອກະຊົນ ຂອງ ສປ ຈີນ ມີຄວາມເປັນເຈົ້າການໃນການເຄື່ອນໄຫວການທູດເສດຖະກິດ. ຄຽງຄູ່ກັນນັ້ນ, ການທູດເສດຖະ ກິດຂອງຈີນ ຍາມໃດກໍຍຶດຫມັ້ນໃນຫລັກການເປີດປະຕູສູ່ພາຍນອກ, ສະໜັບສະໜູນເສດຖະກິດໂລກາພິວັດ, ໃຫ້ຄວາມສຳຄັນຕ່ອງໂສ້ການຜະລິດພາຍໃນ ແລະ ຕ່າງປະເທດ, ຕ້ານມາດຕະການຂວໍ້າບາດທາງດ້ານເສດຖະກິດ, ສົ່ງເສີມການຄ້າ ແລະ ການລົງທຶນ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.

 

ຜົນສຳເລັດຂອງການທູດເສດຖະກິດຈີນ ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາ ສປ ຈີນ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຍັງສ້າງກາລະໂອກາດໃຫ້ແກ່ປະເທດບ້ານໃກ້ເຮືອນຄຽງ ແລະ ທຸກປະເທດໃນໂລກທີ່ມີການພົວພັນຮ່ວມມືກັບ ສປ ຈີນ. ໃນຕໍ່ໜ້າ, ສປ ຈີນ ຍັງຄົງຈະສືບຕໍ່ເອົາໃຈໃສ່ເຄື່ອນໄຫວການທູດເສດຖະກິດ ໄປຄຽງຄູ່ກັນການທູດການເມືອງ, ການທູດວັດທະນະທຳ ແລະ ການທູດປະເພດ ອື່ນໆ, ເພື່ອເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດກັບຕ່າງປະເທດ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ບົດຮຽນ ແລະ ປະສົບການໃນການເຄື່ອນໄຫວການທູດເສດຖະກິດຂອງ ສປ ຈີນ ຈະກາຍ ເປັນບ່ອນອີງທາງດ້ານທິດສະດີ ແລະ ພຶດຕິກຳທີ່ສຳຄັນ ໃຫ້ແກ່ ສປປ ລາວ, ຊຶ່ງພັກ-ລັດຖະບານລາວ ຍາມໃດກໍເອົາໃຈໃສ່ເຄື່ອນໄຫວການທູດເສດຖະກິດຢ່າງຕັ້ງໜ້າ, ແນໃສ່ຍົກສູງປະສິດທິພາບຂອງການຮ່ວມມືທາງດ້ານເສດຖະກິດກັບຕ່າງປະເທດໃຫ້ສູງຂຶ້ນເລື້ອຍໆ, ນຳຜົນປະໂຫຍດມາໃຫ້ປະເທດຊາດ ແລະ ປະຊາ ຊົນລາວ.  (ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ)

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
421848
ມື້ນີ້205
ມື້ວານ183
ອາທິດນີ້103
ເດືອນນີ້7690