ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມ ການກັບມາຂອງນັກທ່ອງທ່ຽວຈີນ ຈະກາຍເປັນໄມ້ງັດທີ່ແຂງແຮງສຳລັບການຟື້ນຟູອຸດສາຫະກຳການທ່ອງທ່ຽວທົ່ວໂລກ

 

 

ຫຼັງຈາກໄດ້ມີການຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ ມາເປັນເວລາ 3 ປີ, ເພື່ອເປັນສ່ວນໜຶ່ງທີ່ສໍາຄັນໃນຄວາມພະຍາຍາມສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໃນຂອບເຂດທົ່ວໂລກ ຈົນໄດ້ຮັບຜົນສຳເລັດຢ່າງເປັນຮູບປະທຳ ແລະ ໃນທີ່ສຸດ ສປ ຈີນ ກໍສາມາດກັບມາເປີດປະເທດຢ່າງເຕັມຮູບແບບ ນັບແຕ່ ວັນທີ 8 ມັງກອນ 2023 ເປັນຕົ້ນມາ, ດ້ວຍການຍົກເລີກນະໂຍບາຍ “ໂຄວິດເປັນ 0” ກໍຄື ຜ່ອນຜັນບັນດາມາດຕະການໃນການເດີນທາງເຂົ້າ-ອອກປະເທດ ໂດຍບໍ່ມີການແຍກປ່ຽວ ແລະ ບໍ່ຈຳເປັນຕ້ອງໄດ້ກວດຫາເຊື້ອພະຍາດໂຄວິດ-19 ກ່ອນຈະເຂົ້າໄປໃນສະຖານທີ່ສາທາລະນະ ເຊັ່ນ: ສະຖານີລົດໄຟ, ຮ້ານອາຫານ ແລະ ສະຖານທີ່ອອກກຳລັງກາຍ ເປັນຕົ້ນ.

 

ການເປີດປະເທດຢ່າງເຕັມຮູບແບບຂອງ ສປ ຈີນ ໃນຖານະທີ່ເປັນປະເທດໃຫຍ່ ແລະ ມີປະຊາກອນ 1,4 ຕື້ກວ່າຄົນ ປຽບເໝືອນການເປີດປະຕູແຫ່ງຄວາມຫວັງ ແລະ ກາລະໂອກາດໃນການຟື້ນຟູເສດຖະກິດຂອງພາກພື້ນ ກໍຄື ສາກົນ ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19,ໂດຍສະເພາະແມ່ນຂະແໜງ ອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການທີ່ກາຍເປັນອຳມະພາດ ຫຼື ຢຸດສະຫງັກໃນທົ່ວໂລກຕະຫຼອດໄລຍະເວລາ 3 ປີທີ່ຜ່ານມາ, ຍ້ອນການຈັດຕັ້ງປະຕິບັດບັນດາມາດຕະການຕ້ານ ແລະ ສະກັດກັັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ເປັນຕົ້ນແມ່ນມາດຕະການປິດເມືອງ-ປິດປະເທດ, ເຊິ່ງເຮັດໃຫ້ສູນເສຍລາຍໄດ້ເປັນຈໍານວນມະຫາສານ, ອັດຕາໄພຫວ່າງງານເພີ່ມຂຶ້ນຢ່າງໄວວາ, ຄວາມແຕກໂຕນທາງດ້ານເສດຖະກິດຂະຫຍາຍກວ້າງອອກ ແລະ ການດຳລົງຊີວິດຂອງປະຊາຊົນມີຄວາມຝືດເຄືອງໃນທຸກທະວີບທົ່ວໂລກ. ອີງຕາມຂໍ້ມູນຈາກອົງການທ່ອງທ່ຽວໂລກ (UNWTO) ໄດ້ໃຫ້ຮູ້ວ່າ ສະເພາະໃນປີ 2020 ຂະແໜງການທ່ອງທ່ຽວໂລກສູນເສຍລາຍໄດ້ຫຼາຍກວ່າ 2 ພັນຕື້ໂດລາສະຫະລັດ ( 2 trillion USD). ເຊັ່ນດ່ຽວກັນ, ອົງການແຮງງານສາກົນ (ILO)  ໄດ້ເປີດເຜີຍວ່າ ໃນປີ 2020 ການຢຸດສະຫງັກຂອງອຸດສາຫະກຳການທ່ອງທ່ຽວ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຫົວໜ່ວຍທຸລະກິດ ກໍຄື ຜູ້ປະກອບການທີ່ຕິດພັນກັບການທ່ອງທ່ຽວ ແລະ ການບໍລິການ ເປັນຕົ້ນແມ່ນ ໂຮງແຮມ, ຮ້ານອາຫານ, ສະຖານບັນເທີງ, ກາຊີໂນ, ເຮືອສຳລານ, ສາຍການບິນ ແລະ ການບໍລິການອື່ນໆທີ່ກ່ຽວຂ້ອງ, ເຊິ່ງເຮັດໃຫ້ມີຈໍານວນຜູ້ວ່າງງານໃນຂະແໜງດັ່ງກ່າວຫຼາຍກວ່າ 60 ລ້ານຄົນ.

 

ກ່ອນໜ້າທີ່ຈະມີການລະບາດຂອງເຊື້ອພະຍາດໂຄວິດ-19, ອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ ແມ່ນຂະແໜງໜຶ່ງທີ່ມີບົດບາດສຳຄັນຕໍ່ເສດຖະກິດໂລກ, ເຊິ່ງກວມເອົາ 10,4 % ຂອງລວມຍອດຜະລິດຕະພັນພາຍໃນຂອງໂລກ ( Global GDP) ແລະ ໄດ້ສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 319 ລ້ານຕໍາແໜ່ງງານ. ສະເພາະໃນປີ 2019, ຈຳນວນນັກທ່ອງທ່ຽວສາກົນມີເຖິງ 1.500 ລ້ານຄົນ. ໃນນັ້ນ, ສປ ຈີນ ບໍ່ພຽງແຕ່ເປັນຕົ້ນທາງນັກທ່ອງທ່ຽວສາກົນທີ່ໃຫຍ່ຕິດອັນດັບໜຶ່ງຂອງໂລກ ແຕ່ຍັງມີກຳລັງແຮງໃນການໃຊ້ຈ່າຍທີ່ສູງທີ່ສຸດໃນຕະຫຼາດການທ່ອງທ່ຽວສາກົນ.      ອີງຕາມສະຖິຕິຈາກສະຖາບັນຄົ້ນຄວ້າອຸດສາຫະກຳການທ່ອງທ່ຽວຂອງຈີນ ໄດ້ໃຫ້ຮູ້ວ່າ ນັກທ່ອງທ່ຽວຈີນໄດ້ເດີນທາງໄປທ່ຽວຕ່າງປະເທດຈຳນວນ 155 ລ້ານຄົນ ແລະ ໄດ້ນໍາເອົາເງິນໄປໃຊ້ຈ່າຍຫຼາຍກວ່າ 250 ຕື້ໂດລາສະຫະລັດ ໃນທົ່ວໂລກ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດທົ່ວໂລກ.   ຫຼ້າສຸດ, ໃນວັນທີ 6 ກຸມພາ 2023,​ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ຈີນ ໄດ້ປະກາດແຈ້ງການອະນຸຍາດໃຫ້ປະຊາຊົນຈີນເດີນທາງໄປທ່ອງທ່ຽວຕ່າງປະເທດເປັນກຸ່ມ ໄດ້ ໂດຍເລີ່ມຈາກ 20 ປະເທດ,​ໃນນັ້ນ ລວມມີ ສປປ ລາວ.​

 

ສະນັ້ນ, ການເປີດປະເທດຂອງຈີນ ຈຶ່ງໄດ້ກາຍເປັນຄວາມຫວັງ ແລະ ກາລະໂອກາດອັນດີສຳລັບຫຼາຍປະເທດທົ່ວໂລກ ລວມທັງ ສປປ ລາວ ໃນການຟື້ນຟູອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການໃຫ້ກັບມາຄຶກຄື້ນອີກຄັ້ງ ຫຼັງຈາກໄດ້ຢຸດສະຫງັກໄປເປັນເວລາ 3 ປີ, ເຊິ່ງຈະຊ່ວຍໃຫ້ອຸດສາຫະກໍາການບິນ ແລະ ການບໍລິການອື່ນໆທີ່ຕິດພັນກັບອຸດສາຫະກຳການທ່ອງທ່ຽວສາມາດກັບມາໃຫ້ບໍລິການໄດ້ເປັນປົກກະຕິອີກ ແລະ ຈະເປັນການສ້າງໂອກາດສຳລັບການຈ້າງງານໃຫ້ແກ່ປະຊາຊົນໃນທ້ອງຖິ່ນຄືນໃໝ່ໃນຂະແໜງການດັ່ງກ່າວ, ເຖິງວ່າຍັງຈະໃຊ້ເວລາອີກໄລຍະໜຶ່ງໃນການຟື້ນຟູໃຫ້ກັບຄືນສູ່ໃນລະດັບກ່ອນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

 

ດ້ວຍເຫດຜົນດັ່ງກ່າວ, ບັນດາປະເທດທີ່ເຄີຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຈີນໃນພາກພື້ນຕ່າງໆທົ່ວໂລກ ຕ່າງກໍໄດ້ມີການກະກຽມຕ້ອນຮັບນັກທ່ອງທ່ຽວຈີນ ໂດຍການຟື້ນຟູແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳຂອງຕົນ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍກະຕຸ້ນການທ່ອງທ່ຽວ ເປັນຕົ້ນແມ່ນການຫຼຸດຄ່າທຳນຽມວິຊາ ແລະ ເຮັດໃຫ້ຂັ້ນຕອນການອະນຸມັດວິຊາມີຄວາມວ່ອງໄວຫຼາຍຂຶ້ນ, ຈັດພິທີຕ້ອນຮັບນັກທ່ອງທ່ຽວຈາກຈີນ ແລະ ອື່ນໆ ເພື່ອດຶງດູດນັກທ່ອງທ່ຽວຈາກ ສປ ຈີນ ກໍຄື ນັກທ່ອງທ່ຽວຈາກປະເທດອື່ນໆ ແນໃສ່ຟື້ນຟູເສດຖະກິດ-ສັງຄົມທີ່ໄດ້ຮັບຜົນກະທົບຈະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

 

ເຊັ່ນດຽວກັນ, ອຸດສາຫະກຳການທ່ອງທ່ຽວ ແລະ ການເດີນທາງຂອງຈີນ ກໍຈະໄດ້ຮັບຜົນປະໂຫຍດຈາກນັກທ່ອງທ່ຽວສາກົນທີ່ຕ້ອງການເດີນເຂົ້າໄປທ່ຽວ ກໍຄື ເພື່ອດຳເນີນທຸລະກິດໃນ ສປ ຈີນ ລວມທັງຄົນຈີນທີ່ອາໃສຢູ່ຕ່າງປະເທດທີ່ຕ້ອງການເດີນທາງກັບໄປຢ້ຽມຢາມບ້ານເກີດເມືອງນອນ ເພື່ອພົບປະກັບຄອບຄົວ ແລະ ຍາດພີ່ນ້ອງ ພາຍຫຼັງການຄອງຄອຍມາເປັນເວລາ 3 ປີ.

 

ສຳລັບ ສປປ ລາວ, ການເປີດປະເທດຂອງ ສປ ຈີນ ຈະເຮັດໃຫ້ການໄປມາຫາສູ່, ຄ້າຂາຍ, ແລກປ່ຽນວັດທະນະທຳນຳກັນ ລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ໂດຍສະເພາະແມ່ນຜ່ານການນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ເຊິ່ງຈະຊ່ວຍເຮັດໃຫ້ອຸດສາຫະກຳການທ່ອງທ່ຽວຂອງລາວກັບມາມີຊີວິດຊີວາອີກຄັ້ງ, ທັງຈະຊ່ວຍໃຫ້ລາວມີເງິນຕາຕ່າງປະເທດເຂົ້າມາໃນປະເທດຫຼາຍຂຶ້ນ. ສະນັ້ນ, ນອກຈາກການກະກຽມຕ້ອນຮັບກາລະໂອກາດອັນດີແລ້ວ, ສປປ ລາວ ກໍຕ້ອງໄດ້ມີການກະກຽມຄວາມພ້ອມໃນການສະກັດກັ້ນ ແລະ ຮັບມືກັບບາງສິ່ງທ້າທາຍທີ່ອາດຈະມາຄຽງຄູ່ກັບການຫຼັງໄຫຼຂອງນັກທ່ອງທ່ຽວຕ່າງປະເທດເຂົ້າມາໃນປະເທດລາວ ເປັນຕົ້ນແມ່ນບັນດາປະກົດການຫຍໍ້ທໍ້ທາງສັງຄົມ ເຊັ່ນ: ການຄ້າມະນຸດ, ການຄ້າຂາຍຢາເສບຕິດ, ການຄ້າສິ່ງຜິດກົດ ໝາຍ, ການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາຄວາມປອດໄພອື່ນໆ.

 

ໂດຍ: ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ

                                                                                                      (ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ)

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
421850
ມື້ນີ້207
ມື້ວານ183
ອາທິດນີ້105
ເດືອນນີ້7692