ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມໃນຫົວຂໍ້ ຂໍ້ລິເລິ່ມ“ຄວາມໝັ້ນຄົງຂອງໂລກ”ປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມສັນຕິພາບໂລກ "

 

       ພັກ, ລັດຖະບານ ແລະ ປະຊາຊົນຈີນ ຍາມໃດກໍຖືວ່າສັນຕິພາບ ແລະ ຄວາມໝັ້ນຄົງເປັນບັນຫາສໍາຄັນ, ຕັດສິນຊີ້ຂາດໂຊກຊະຕາກຳຂອງມວນມະນຸດ, ການສ້າງສາພັດທະນາປະເທດຂອງ ສປ ຈີນ ຈະບໍ່ສາມາດດໍາເນີນໄປຢ່າງເປັນປົກກະຕິ ຖ້າສະພາບແວດລ້ອມພາຍນອກບໍ່ມີຄວາມສະຫງົບ. ຄຽງຄູ່ກັນນັ້ນ,ຖ້າພາຍໃນຈີນບໍ່ມີຄວາມສະຫງົບກໍຈະສົ່ງຜົນສະທ້ອນໂດຍກົງຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ໃນໂລກ.

 

        ໃນໄລຍະຜ່ານມາ, ສປ ຈີນ ໄດ້ທຸ້ມເທສະຕິປັນຍາ, ເຫື່ອແຮງ ແລະ ງົບປະ ມານເຂົ້າໃນການສົ່ງເສີມສັນຕິພາບ ແລະ ຄວາມຫມັ້ນຄົງຢູ່ໃນພາກພື້ນ ແລະ ສາກົນ ໂດຍຜ່ານຫລາຍກົນໄກ, ຫລາຍຊ່ອງທາງ ແລະ ຫລາຍຮູບແບບ. ຍ້ອນເຫັນໄດ້ຄວາມສຳຄັນດັ່ງກ່າວ, ທ່ານ ສີ ຈິ້ນຜິງ, ປະທານປະເທດແຫ່ງ ສປ ຈີນ ໄດ້ສະເໜີ "ແນວຄວາມຄິດຄວາມໝັ້ນຄົງແບບໃຫມ່" ເປັນຄັ້ງທໍາອິດໃນປີ 2014, ຈຸດປະສົງເພື່ອສົ່ງເສີມໃຫ້ໂລກມີສັນຕິພາບ ແລະ ຄວາມໝັ້ນຄົງຮ່ວມກັນ, ເຊິ່ງກວມລວມເອົາຫລາຍຂົງເຂດ, ການຮ່ວມມືກັນ ແລະ ມີລັກສະນະຍືນຍົງ. ເດືອນເມສາ 2022, ທ່ານ ສີ ຈິ້ນຜິງ, ປະທານປະເທດແຫ່ງ ສປ ຈີນ ໄດ້ສະເໜີຂໍ້ລິເລິ່ມ"ຄວາມໝັ້ນຄົງຂອງໂລກ " ຂຶ້ນ ໃນໂອກາດມີຄໍາເຫັນໃນພິທີເປີດເວທີປຶກສາຫາລືໂບອາວເພື່ອອາຊີ 2022, ໂດຍອີງໃສ່ເນື້ອໃນຈິດໃຈພື້ນຖານຂອງ "ແນວຄວາມຄິດຄວາມໝັ້ນຄົງແບບໃຫມ່" ທີ່ທ່ານໄດ້ຍົກຂຶ້ນໃນປີ 2014. ຂໍ້ລິເລິ່ມດັ່ງກ່າວແມ່ນໜຶ່ງໃນຄວາມພະຍາ ຍາມ ຂອງ ສປ ຈີນ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ຢູ່ໃນໂລກ ເຊິ່ງໄດ້ຮັບສຽງຕອບຮັບເປັນຢ່າງດີຈາກປະຊາຄົມໂລກເໝືອດັ່ງ ຂໍ້ລິເລິ່ມ"ໜຶ່ງແລວ, ໜຶ່ງເສັ້ນທາງ" ທີ່ປະທານປະເທດ ສີ ຈິ້ນຜິງ ປະກາດໃນປີ 2013, ພາຍຫລັງທີ່ຍົກຂໍ້ລິເລິ່ມ"ຄວາມໝັ້ນຄົງຂອງໂລກ " ຂຶ້ນກໍໄດ້ຮັບການຍ້ອງຍໍ ແລະ ສະໜັບສະໜູນຈາກ 80 ກວ່າປະເທດໃນໂລກ. ໃນນັ້ນ, ສປປ ລາວ ໂດຍເຫັນໄດ້ເຖິງຄວາມຫມາຍຄວາມສຳຄັນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ ກໍໄດ້ໃຫ້ການສະໜັບສະໜູນຂໍ້ລິເລິ່ມດັ່ງກ່າວຕັ້ງແຕ່ຫົວທີ.

 

     ວັນທີ 21 ກຸມພາ 2023, ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍຂໍ້ລິເລິ່ມ“ຄວາມໝັ້ນຄົງຂອງໂລກ” ໃຫ້ເປັນຮູບປະທຳ ລັດຖະບານຈີນໄດ້ເຜີຍແຜ່ ເອກະສານ"ແນວຄວາມຄິດກ່ຽວກັບຂໍ້ລິເລີ່ມ "ຄວາມໝັ້ນຄົງຂອງໂລກ" ທີ່ຊີ້ແຈງໃຫ້ເຫັນ 6 ຂໍ້ຍຶດໝັ້ນ ທີ່ເປັນຫລັກການພື້ນຖານຂອງຂໍ້ລິເລິ່ມດັ່ງກ່າວ,  ເຊັ່ນ: 1) ຍຶດໝັ້ນແນວຄວາມຄິດຄວາມຫມັ້ນຄົງໃນຮູບແບບຮ່ວມກັນ, ກວມລວມ, ຮ່ວມມື ແລະ ຍືນຍົງ; 2) ຍຶດໝັ້ນການເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ; 3) ຍຶດໝັ້ນປະຕິບັດຕາມເປົ້າຫມາຍ ແລະ ຫລັກການຂອງກົດບັດອົງການສະຫະປະຊາຊາດ; 4) ຍຶດໝັ້ນຖືສໍາຄັນຄວາມໝັ້ນຄົງທີ່ເໝາະສົມຂອງແຕ່ລະປະເທດ; 5) ຍຶດຫມັ້ນການແກ້ໄຂບັນຫາຂໍ້ຂັດແຍ່ງລະຫວ່າງປະເທດໂດຍຜ່ານການປຶກສາຫາລືໃນຮູບແບບສັນຕິວິທີ; 6) ຍຶດໝັ້ນການຮັກສາຄວາມໝັ້ນຄົງທາງດ້ານການທະຫານ ແລະ ຄວາມໝັ້ນຄົງທີ່ບໍ່ແມ່ນດ້ານການທະຫານ. ນອກນັ້ນ, ເອກະສານດັ່ງກ່າວຍັງໄດ້ສະ    ເໜີແນະ 20 ທິດທາງຈຸດສຸມຂອງການຮ່ວມມື, ໂດຍການສົ່ງເສີມພາລະບົດບາດຂອງກົນໄກການຮ່ວມມືເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ໃນຂອບອົງການສະຫະປະຊາຊາດ, ຂອບການຮ່ວມມືພາກພື້ນ ແລະ ອານຸພາກພື້ນຕ່າງໆໃນທົ່ວໂລກ ໃຫ້ມີປະສິດທິຜົນ, ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາກວ່າເກົ່າ. ພ້ອມນັ້ນ, ຍັງຮຽກຮ້ອງໃຫ້ສັງຄົມໂລກໃຫ້ການສະໜັບສະໜູນທາງດ້ານງົບປະມານ, ເຕັກນິກ, ຂໍ້ມູນຂ່າວສານ ໃຫ້ແກ່ບັນດາປະເທດທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບຄວາມໝັ້ນຄົງທີ່ບໍ່ແມ່ນດ້ານການທະຫານ, ໄປຄຽງຄູ່ກັບການສົ່ງເສີມການແກ້ໄຂບັນຫາຂໍ້ຂັດແຍ່ງໃນທາງສັນຕິວິທີ, ຕ້ານການເຮັດສົງຄາມນິວເຄຼຍ, ຄຸ້ມຄອງຄວາມສ່ຽງໃນການຄົ້ນຄວ້າ-ວິໄຈຊີວະພາບ, ສົ່ງເສີມການຮ່ວມມືສາກົນໃນຂົງເຂດວຽກງານອາວະກາດ, ສົ່ງເສີມບົດບາດຂອງອົງການອະນາໄມໂລກ ໃນການຮັບມືກັບພະຍາດລະ ບາດ, ຮັກສາສະຖຽນລະພາບຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ພະລັງງານ, ຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງໃນປີ 2030 ຂອງອົງການສະຫະປະຊາຊາດ ແລະ ວຽກຈຸດສຸມ ອື່ນໆ.

 

         ຂໍ້ລິເລິ່ມ"ຄວາມໝັ້ນຄົງຂອງໂລກ " ແລະ ເອກະສານ "ແນວຄວາມຄິດກ່ຽວກັບຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ " ໄດ້ຖືກນໍາສະເໜີ ແລະ ເຜີຍແຜ່ໃນທ່າມກາງ ທີ່ໂລກຂອງພວກເຮົາກໍາລັງປະເຊີນກັບສິ່ງທ້າທາຍຈາກຄວາມໝັ້ນຄົງດ້ານການທະຫານ, ຍ້ອນມີການປະທະກັນທາງດ້ານການທະຫານຢູ່ຫລາຍພາກພື້ນໃນໂລກ ແລະ ຄວາມໝັ້ນຄົງທີ່ບໍ່ແມ່ນດ້ານການທະຫານ ເປັນຕົ້ນແມ່ນການປ່ຽນແປງຂອງສະ ພາບດິນຟ້າອາກາດ, ຄວາມໝັ້ນຄົງທາງດ້ານພະລັງງານ ແລະ ສະບຽງອາຫານ, ໄພພິບັດທາງທໍາມະຊາດ, ພະຍາດລະບາດ, ວິກິດການເສດຖະກິດ ແລະ ອື່ນໆ.  ສັງເກດເຫັນວ່າ, ເນື້ອໃນເອກະສານ "ແນວຄວາມຄິດກ່ຽວກັບຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ" ແມ່ນມີລັກສະນະວິທະຍາສາດ, ພາວະວິໄສ, ທັນກັບສະພາບຄວາມຕ້ອງການ, ມີບ່ອນອີງທາງດ້ານທິດສະດີ ແລະ ພຶດຕິກຳ, ຍົກໃຫ້ເຫັນທາດແທ້ຂອງບັນຫາ ແລະ ວິທີແກ້ໄຂ ເຊິ່ງຈະກາຍເປັນເອກະສານສໍາຄັນ ໃນການສົ່ງເສີມການຮ່ວມມືພາກພື້ນ ແລະ ສາກົນ ເພື່ອຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງມວນມະນຸດ. ພ້ອມນັ້ນ, ຂໍ້ລິເລິ່ມດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມຫມາຍຄວາມສໍາຄັນຂອງຄວາມໝັ້ນຄົງຮ່ວມກັນ, ຄວາມໝັ້ນຄົງແບບກວມ ລວມ ແລະ ຍືນຍົງ, ຖືສໍາຄັນບົດບາດຂອງອົງການສະຫະປະຊາຊາດ, ກົດບັດຂອງອົງການສະຫະປະຊາຊາດ, ກົດຫມາຍສາກົນ ແລະ ການພົວພັນລະຫວ່າງປະເທດມະຫາອຳນາດ ເຊິ່ງເປັນບັນຫາສໍາຄັນຕັດສິນຊີ້ຂາດໂຊກຊະຕາກໍາຂອງມວນມະນຸດ.  ນອກນັ້ນ, ເອກະສານ "ແນວຄວາມຄິດກ່ຽວກັບຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ " ຍັງສະທ້ອນໃຫ້ເຫັນເຖິງພັກ, ລັດຖະບານ ແລະ ປະຊາຊົນຈີນ ຍາມໃດກໍຖືສໍາຄັນຜົນປະໂຫຍດລວມຂອງມວນມະນຸດ, ເປັນຫ່ວງເປັນໄຍຕໍ່ຊະຕາກຳຂອງມວນມະນຸດ ເຊິ່ງສອດຄ່ອງກັບຄວາມຫວັງ ແລະ ຄວາມປາຖະໜາຂອງປະຊາຄົມໂລກ ທີ່ຢາກໃຫ້ໂລກຂອງພວກເຮົາມີສັນຕິພາບ, ມີຄວາມສະຫງົບສຸກ ແລະ ມີການພັດທະນາແບບຍືນຍົງ.

 

       ຂໍ້ລິເລິ່ມ "ຄວາມໝັ້ນຄົງຂອງໂລກ " ຈະກາຍເປັນແຮງຍູ້ດັນອັນສໍາຄັນໃນການສົ່ງເສີມສັນຕິພາບ ແລະ ຄວາມຫມັ້ນຄົງຢູ່ໃນພາກພື້ນ ແລະ ໃນໂລກ, ໃນຕໍ່ໜ້າຫລາຍປະເທດຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ.  ສຳລັບ ສປປ ລາວ ຂໍລິເລິ່ມ"ຄວາມໝັ້ນຄົງຂອງໂລກ " ຈະກາຍເປັນໂອກາດອັນດີໃນການສົ່ງເສີມການຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ, ກໍຄືການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດໃນພາກພື້ນ ແລະ ໃນໂລກ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງ ໂດຍສະເພາະແມ່ນການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ການຂົນຂວາຍການຊ່ວຍເຫລືອ ໃນການຮັບມືກັບສິ່ງທ້າທາຍທີ່ມາຈາກຄວາມໝັ້ນຄົງທີ່ບໍ່ແມ່ນດ້ານການທະ ຫານເປັນຕົ້ນແມ່ນການປ່ຽນແປງຂອງສະພາບດິນຟ້າອາກາດ, ພະຍາດລະບາດ, ໄພທຳມະຊາດ, ບັນຫາຂາດແຄນພະລັງງານ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການຫລຸດຜ່ອນຄວາມທຸກຍາກ, ການຟື້ນຟູເສດ ຖະກິດ ແລະ ອື່ນໆ. (ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງ ປະເທດ)

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
421848
ມື້ນີ້205
ມື້ວານ183
ອາທິດນີ້103
ເດືອນນີ້7690