ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ ຈາກ ລັດຖະບານ ອົດສະຕຣາລີ ຢ່າງເປັນທາງການ

 

20210512 VicePrePany-2

 

ໃນວັນທີ  12 ພຶດສະພາ 2020, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກແຊັງ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີ ຢ່າງເປັນທາງການ ກໍຄື ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 69 ປີ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952, ເປັນຕົ້ນ ການຊ່ວຍເຫຼືອເພື່ອການພັດທະນາ (ODA), ການພັດທະນາຊັບພະຍາກອນມະນຸດ, ກະສິກຳ, UXO, ການຄ້າ-ການລົງທຶນ ແລະ ອື່ນໆ. ພິເສດ, ໃນປີ 2022 ສປປ ລາວ ແລະ ອົດສະຕຣາລີ ຈະຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ແລະ ຫວັງວ່າ ສອງຝ່າຍ ຈະຮ່ວມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຢ່າງມີບັນຍາກາດ ແລະ ມີຄວາມໝາຍ. ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງຕໍ່ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະ ການຊ່ວຍເຫຼືອເພີ່ມຕື່ມຢາວັກແຊັງໃນຄັ້ງນີ້ ຈະປະກອບສ່ວນອັນສໍາຄັນໃຫ້ແກ່ຄວາມພະຍາຍາມຂອງ ລັດຖະບານລາວ ໃນການຈັດຕັ້ງປະຕິບັດການສັກຢາວັກແຊັງ ໃຫ້ແກ່ປະຊາຊົນລາວ ໃຫ້ຫຼາຍຂື້ນໃນຂອບເຂດທົ່ວປະເທດ ກໍຄື ສືບຕໍ່ຊ່ວຍເຫຼືອໃນການຟື້ນຟູຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມກັນນີ້, ກໍໄດ້ສະແດງຄວາມຊົມເຊີຍ ລັດຖະບານ ອົດສະຕຣາລີ ຕໍ່ໝາກຜົນສໍາເລັດທີ່ຍາດມາໄດ້ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ໃນໄລຍະຜ່ານມາ.

ທ່ານ ໂພລ ແຄລີ ໄດ້ກ່າວວ່າ ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ໃຫ້ຊ່ວຍເຫຼືອຢາວັກແຊັງໃຫ້ແກ່ ປະຊາຊົນລາວ, ຊຶ່ງເປັນບຸລິມະສິດທີ່ສໍາຄັນ ແລະ ຮີບດ່ວນຂອງ ລັດຖະບານ ອົດສະຕຣາລີ. ການຊ່ວຍເຫຼືອຄັ້ງນີ້ ຈະສະໜອງຢາວັກແຊັງ ຈໍານວນ 1 ລ້ານ ໂດສ, ການຝຶກອົບຮົມໃຫ້ແກ່ແພດໝໍ ໃນວຽກງານການບໍລິຫານການສັກວັກແຊັງທີ່ປອດໄພ ແລະ ການຊ່ວຍເຫຼືອດ້ານວິຊາການຈາກ ສະຖາບັນການຄຸ້ມຄອງດ້ານສຸຂະພາບທີ່ມີຊື່ສຽງຂອງ ອົດສະຕຣາລີ. ການປະກອບສ່ວນໃນຄັ້ງນີ້ຈະຊ່ວຍໃຫ້ ລັດຖະບານລາວ ສາມາດເພີ່ມອັດຕາສ່ວນຂອງພົນລະເມືອງລາວ ທີ່ຈະໄດ້ຮັບການສັກວັກແຊັງປ້ອງກັນຫຼາຍຂື້ນກວ່າເກົ່າ ພ້ອມທັງຈະໃຫ້ການສະໜັບສະໜູນຄວາມປອດໄພດ້ານສຸຂະພາບໃຫ້ແກ່ ສປປ ລາວ ໃນໄລຍະຍາວ.

ການຊ່ວຍເຫຼືອຢາວັກແຊັງຂອງ ອົດສະຕຣາລີ ໃນຄັ້ງນີ້ ແມ່ນການຊ່ວຍເຫຼືອເພີ່ມຈາກເບື້ອງຕົ້ນ ຈໍານວນ 4,8 ລ້ານໂດລາອົດສະຕຣາລີ ເພື່ອນໍາໃຊ້ເຂົ້າໃນວຽກງານແກ້ໄຂຜົນກະທົບ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ປັດຈຸບັນ. ນອກຈາກນີ້, ລັດຖະບານ ອົດສະຕຣາລີ ຍັງໄດ້ປະກອບສ່ວນທຶນຈຳນວນຫຼາຍເຂົ້າໃນ ໂຄງການ ໂຄແວັກສ (COVAX), ເຊິ່ງຈະຊ່ວຍເພີ່ມຈໍານວນການສັກຢາວັກແຊັງ ໃຫ້ແກ່ປະຊາຊົນລາວໃຫ້ກວມກວ່າ 20 ສ່ວນຮ້ອຍ ໂດຍບໍ່ເສຍຄ່າໃຊ້ຈ່າຍ.

 

------------------------//-------------------------

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480300
ມື້ນີ້130
ມື້ວານ157
ອາທິດນີ້698
ເດືອນນີ້6531