ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະຫຼຸບຜົນຂອງການມາຊ່ວຍຕ້ານການລະບາດຂອງພະຍາດໂຄວິດ-19 ຂອງຄະນະຊ່ຽວຊານການແພດ ຈາກ ສປ ຈີນ ຢູ່ ສປປ ລາວ

20200412Chineses

ໃນຕອນບ່າຍຂອງວັນທີ 12 ເມສາ 2020, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການ ຈາກ ສປ ຈີນ ຈຳນວນ 12 ທ່ານ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ເດີນທາງມາໃຫ້ການຊ່ວຍເຫຼືອວຽກງານການຕ້ານ ແລະ ສະກັດກັ້ນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢູ່ ສປປ ລາວ, ແຕ່ວັນທີ 29 ມີນາ ເຖິງ 10 ເມສາ 2020, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຮສ.ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ມີຄະນະຜູ້ແທນຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ຮສ.ດຣ ບຸນກອງ ສີຫາວົງ,  ໄດ້ຕາງໜ້າລັດຖະບານ, ພະນັກງານແພດໝໍ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງ ພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ການສົ່ງຄະນະຊ່ຽວຊານການແພດ ແລະ ບັນດາອຸປະກອນຈຳເປັນຕ່າງໆທາງການແພດ ໂດຍມີມູນຄ່າມະຫາສານ ມາຊ່ວຍເຫຼືອແກ່ ລັດຖະບານ ແລະ ປະຊາຊົນລາວ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19) ທີ່ກຳລັງແຜ່ລະບາດໄປທົ່ວໂລກ, ອວຍພອນໃຫ້ຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການຈາກ ສປ ຈີນ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ, ອວຍພອນໃຫ້ສາຍພົວພັນມິດຕະພາບການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ຈະເລີນງອກງາມ, ທະວີຄູນຂຶ້ນໄປເລື້ອຍໆ ແລະ ສາມາດເອົາຊະນະກັບພະຍາດ Covid-19 ນີ້ ຢ່າງມີໄຊ.

ການປະຕິບັດວຽກຂອງຄະນະຊ່ຽວຊານການແພດ ຈາກ ສປ ຈີນ ທີ່ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ໃນໄລຍະເວລາ 11 ວັນຜ່ານມາ, ທັງຢູ່ຂັ້ນສູນກາງ ແລະ ບັນດາແຂວງ ທັງພາກເໜືອ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະ ມາດຕະຖານໃນການປ້ອງກັນພະຍາດ Covid-19 ເປັນຕົ້ນແມ່ນ ໄດ້ຈັດຝຶກອົບຮົມ, ຖ່າຍຖອດບົດຮຽນແລະ ປະສົບການຕົວຈິງ, ໂດຍໃຫ້ຄຳປຶກສາ ແລະ ແນະນຳ, ປັບປຸງແບບແຜນວິທີເຮັດວຽກ, ຄຸ້ມຄອງກໍລະນີຜູ້ຖືກສົງໄສ, ການຮັກສາອະນາໄມສິ່ງແວດລ້ອມ, ອາຄານສະຖານທີ່, ວິທີການກວດກາຊອກຫາເຊື້ອຈຸລະໂລກ Covid-19 ແລະ ການປິ່ນປົວພະຍາດ ດ້ວຍການນໍາໃຊ້ຢາຫຼວງ-ຢາພື້ນ ເມືອງລວມແລ້ວ ມີ 17 ປື້ມຄູ່ມີ ເພື່ອໃຫ້ແພດຝ່າຍລາວ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ນອກຈາກນີ້, ຄະນະຊ່ຽວຊານການແພດ ຍັງໄດ້ລົງໄປຢ້ຽມຢາມ, ກວດກາຄວາມພ້ອມ ແລະ ການໃຫ້ບໍລິການປິ່ນປົວຄົນເຈັບ ທີ່ເປັນພະຍາດ Covid-19 ຢູ່ບັນດາໂຮງໝໍສູນກາງ ເຊັ່ນ: ໂຮງໝໍມິດຕະພາບ, ໂຮງໝໍເສດຖາທິລາດ, ໂຮງໝໍ 103 ແລະ ສູນຈຳກັດບໍລິເວນຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ ພ້ອມທັງໃຫ້ຄຳປຶກສາ ແນະນຳຕ່າງໆໃນການຮັບມື ແລະ ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດນີ້.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485796
ມື້ນີ້95
ມື້ວານ206
ອາທິດນີ້832
ເດືອນນີ້5101