ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

LaoChina LaoChina1

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະຫາຍ ຫວາງ ອີ້, ທີ່ປຶກສາແຫ່ງລັດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະຊາຊົນຈີນ ພ້ອມ​ດ້ວຍຄະ​ນະ ໄດ້ເດີນທາງ​ມາ​ຢ້ຽມ​ຢາມ​ ສ​ປ​ປ ລາວ ຢ່າງ​ເປັນທາງ​ການ ແລະ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂລນາສາຍພັນໃໝ່ (COVID-19), ໃນລະຫວ່າງວັນທີ 19-21 ກຸມພາ 2020, ທີ່ ນະຄອນຫຼວງວຽງຈັນ.

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ສະຫາຍ ລັດຖະມົນຕີ ຫວາງ ອີ້ ໄດ້ມີຂຶ້ນໃນວັນທີ 20 ກຸມພາ 2020, ທີ່ ນະຄອນຫຼວງວຽງຈັນ, ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ແລະ ຈີນ-ລາວ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດລາວ-ຈີນ, ຊຶ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ, ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດຮອບດ້ານໃນຂະແໜງການຕ່າງໆ, ໄດ້ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍ ຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ ສອງສະຫາຍປະທານປະເທດ ໄດ້ຮ່ວມກັນລົງນາມໃນເດືອນ ເມສາ 2019 ຜ່ານມາ. ມູນຄ່າການຄ້າສອງຝ່າຍ ໃນປີ 2019 ບັນລຸໄດ້ 3,540 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 17,4%), ມູນຄ່າການນໍາເຂົ້າ ບັນລຸ 1,600 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 29,6%) ແລະ ມູນຄ່າການສົ່ງອອກມີ 1,940 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 8,9%) ເມື່ອທຽບໃສ່ປີຜ່ານມາ, ການລົງທຶນຂອງ ຈີນ ຢູ່ ລາວ ໄດ້ຖືກຈັດຢູ່ໃນອັນດັບ 1 ຂອງນັກລົງທຶນຕ່າງປະເທດຢູ່ ສປປ ລາວ ຈຳນວນ 785 ໂຄງການ ລວມມູນຄ່າ 12 ຕື້ໂດລາສະຫະລັດ, ຊຶ່ງສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງການບໍ່ແຮ່, ການກໍ່ສ້າງ, ການບໍລິການ, ພະລັງງານໄຟຟ້າ ແລະ ກະສິກຳ. ລັດຖະບານລາວ ໄດ້ຖືສໍາຄັນບັນດາໂຄງການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ໄດ້ສໍາເລັດແລ້ວຫຼາຍກວ່າ 83%, ໂຄງການທາງດ່ວນ ລາວ-ຈີນ ນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຄືບໜ້າແລ້ວຫຼາຍກວ່າ 50% ແລະ ແລວທາງເສດຖະກິດ ລາວ-ຈີນ ກໍ່ໄດ້ມີຄວາມຄືບໜ້າເປັນກ້າວໆ, ຫຼາຍໂຄງການຊ່ວຍເຫຼືອລ້າຈາກ ສປ ຈີນ ໃຫ້ແກ່ ສປປ ລາວ ແມ່ນໄດ້ຮັບການຊຸກຍູ້ໃຫ້ມີຄວາມຄືບໜ້າດີຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມເຫັນດີທີ່ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນໃນການກະກຽມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ໃນປີ 2021 ທີ່ຈະມາເຖິງນີ້, ປະສານສົມທົບກັນຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຢູ່ ສປປ ລາວ ຂອງ ນາຍົກລັດຖະມົນຕີ ສປ ຈີນ ໃນທ້າຍເດືອນມີນາ 2020 ໃຫ້ປະສົບຜົນສຳເລັດຕາມຄາດໝາຍ, ສືບຕໍ່ກົນໄກການແລກປ່ຽນບົດຮຽນ, ການໃຫ້ທຶນຝຶກອົບຮົມໃນຂະແໜງການຕ່າງໆ, ສືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືພາກພື້ນ ແລະ ອະນຸພາກພື້ນຕ່າງໆ ເປັນຕົ້ນແມ່ນ ການຮ່ວມມືຂອບແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ, ການຮ່ວມມືອາຊຽນ-ຈີນ ແລະ ການຮ່ວມມືໃນຂອບການຮ່ວມມືສາກົນ.

ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ຕະຫຼອດມາ, ພ້ອມນີ້ ກໍ່ສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຕໍ່ຄອບຄົວ, ຍາດພີ່ນ້ອງ ແລະ ປະຊາຊົນຈີນ ຜູ້ໄດ້ຮັບເຄາະຮ້າຍຈາກ ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂລນາສາຍພັນໃໝ່ (COVID-19) ແລະ ສະແດງຄວາມເຊື່ອໝັ້ນວ່າ ສປ ຈີນ ຈະສາມາດຄວບຄຸມການລະບາດຂອງເຊື້ອພະຍາດດັ່ງກ່າວ ໃຫ້ໄດ້ທັນເວລາ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນໂອກາດດຽວກັນ, ສະຫາຍ ລັດຖະມົນຕີ ຫວາງ ອີ້ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນການມາຢ້ຽມຢາມທາງການ ສປປ ລາວ ຂອງຕົນໃນຄັ້ງນີ້ ແລະ ສະແດງຄວາມຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ-ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ທັງທາງກວ້າງ, ທາງເລິກ ແລະ ໃຫ້ມີປະສິດທິຜົນ, ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ຈີນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485405
ມື້ນີ້106
ມື້ວານ227
ອາທິດນີ້441
ເດືອນນີ້4710