ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ ນະຄອນຫຼວງ ມົດສະກູ, ສ. ຣັດເຊຍ

ໃນຕອນເເລງຂອງວັນທີ 17 ມັງກອນ 2019 ສະຖານເອກອັກຄະລັດຖະທູດ ເເຫ່ງ ສປປ ລາວ ປະຈໍາ ມົດສະກູ, ສ. ຣັດເຊຍ ໄດ້ຈັດງານລ້ຽງຮັບຮອງຂື້ນ ທີ່ ສູນວັດທະນະທໍາ ຂອງກະຊວງການຕ່າງປະເທດ ເເຫ່ງ ສ. ຣັດເຊຍ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ໄດ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 250 ຄົນ ທີ່ມາຈາກກະຊວງປ້ອງກັນປະເທດຣັດເຊຍ, ທູດ, ທຸຕານຸທູດ, ທີ່ປຶກສາທູດຝ່າຍປ້ອງກັນຊາດຂອງຕ່າງປະເທດ ປະຈໍາ ສ. ຣັດເຊຍ, ອົງການຂອງລັດຕ່າງໆ ເເລະ ບັນດາບໍລິສັດຣັດເຊຍທີ່ພົວພັນກັບ ສປປ ລາວ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ພັນເອກ ບຸນຍົງ ພັນດານຸວົງ, ທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈໍາ ສະຖານເອກອັກຄະລັດຖະທູດ ເເຫ່ງ ສປປ ລາວ ທີ່ ນະຄອນຫຼວງມົດສະກູ ໄດ້ຂື້ນກ່າວຄໍາປາໄສ, ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງໜ້າທີ່, ພາລະກິດ ເເລະ ການປະຕິບັດໜ້າທີ່ ຂອງກອງທັບປະຊາຊົນລາວ ນັບເເຕ່ມື້ສ້າງຕັ້ງກອງທັບປະຊາຊົນລາວ ມາເຖິງປະຈຸບັນ, ຍົກໃຫ້ເຫັນເຖິງບົດບາດກອງທັບປະຊາຊົນລາວໃນເວທີສາກົນ ເເລະ ຍັງໄດ້ເວົ້າເຖິງການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ເເລະ ສ. ຣັດເຊຍ ເວົ້າລວມ, ເວົ້າສະເພາະ ກໍ່ຄື ລະຫວ່າງສອງກອງທັບ ລາວ-ຣັດເຊຍ ທີ່ໄດ້ມີການພົວພັນຮ່ວມມືກັນຢ່າງເເໜ້ນເເຟ້ນ ເເລະ ກ້າວສູ່ລວງເລິກ, ຫຼັງຈາກນັ້ນ ທ່ານ ພົນຈັດຕະວາ ຊິນເຈັນໂກ ອາເລັກຊານເດີ, ຮອງຫົວໜ້າກົມໃຫຍ່ຮ່ວມມືສາກົນ ດ້ານການທະຫານ, ກະຊວງປ້ອງກັນປະເທດ ເເຫ່ງ ສ. ຣັດເຊຍ ຕາງໜ້າກະຊວງປ້ອງກັນປະເທດ ເເຫ່ງ ສ. ຣັດເຊຍ ກໍ່ໄດ້ຂື້ນກ່າວຄໍາປາໄສ, ຊຶ່ງທ່ານ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ເເລະ ມູນເຊື້ອການພົວພັນອັນດີງາມ ຂອງສອງຊາດ ສອງກໍາລັງ ທີ່ມີມາເເຕ່ດົນນານເເລ້ວນັ້ນ ເເລະ ທ່ານ ຍັງໄດ້ກ່າວອີກວ່າ: ສ. ຣັດເຊຍ ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຮ່ວມມືກັບ ສປປ ລາວ ເເລະ ໄດ້ອວຍພອນໃຫ້ຄະນະນໍາພັກ-ລັດ ກໍ່ຄືຄະນະນໍາກໍາລັງປະກອບອາວຸດ ໃຫ້ນໍາພາກອງທັບປະຊາຊົນລາວ ກ້າວເຂົ້າສູ່ການພັດທະນາໃຫ້ເຂັ້ມເເຂງ ເເລະ ກ້າວຂື້ນໄປເລື້ອຍໆ.

          ຫຼັງຈາກນັ້ນ ທ່ານ ພັນເອກ ບຸນຍົງ ພັນດານຸວົງ ກໍ່ໄດ້ສະເເດງຄວາມຂອບໃຈຢ່າງສູງ ມາຍັງຜູ້ຕາງໜ້າກະຊວງປ້ອງກັນປະເທດ ເເຫ່ງ ສ. ຣັດເຊຍ ເເລະ ເເຂກຜູ້ມີກຽດ ທີ່ໄດ້ມາຮ່ວມງານໃນມື້ດັ່ງກ່າວ.

          ໃນພິທີ ຍັງໄດ້ມີການວາງສະເເດງຮູບພາບ ເເລະ ເຄື່ອງຫັດຖະກໍາລາວ, ພ້ອມທັງມີການສະເເດງສິນລະປະພ້ອນລໍາລາວ ຈາກນັກສຶກສາ ທີ່ກໍາລັງສຶກສາຮໍ່າຮຽນ ຢູ່ ສ. ຣັດເຊຍ ນໍາຕື່ມອີກ.

ພິທີດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີຄວາມໝາຍ ເເລະ ສ້າງໄດ້ຈຸດປະສົງຄາດໝາຍ ທີ່ຄະນະຈັດຕັ້ງວາງອອກ, ເຮັດໃຫ້ພາລະບົດບາດຂອງຊາດລາວ ກໍ່ຄື ຂອງກອງທັບປະຊາຊົນລາວ ມີໃບໜ້າອັນໃໝ່ ເເລະ ມີຊື່ສຽງໃນເວທີສາກົນຂື້ນຕື່ມອີກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485358
ມື້ນີ້59
ມື້ວານ227
ອາທິດນີ້394
ເດືອນນີ້4663