ໃນວັນທີ 3 ທັນວາ 2018, ທ່ານ ຮສ.ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ (JC) ຄັ້ງທີ 11 ລະຫວ່າງ ສປປ ລາວ ແລະ ມົງໂກລີ, ທີ່ນະຄອນຫຼວງອູລານບາຕໍ, ປະເທດມົງໂກລີ.
ກອງປະຊຸມຄະນະກໍາມາທິການຮ່ວມ ຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຮສ.ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນປະທານຄະນະກໍາມາທິການຝ່າຍລາວ ແລະ ທ່ານ ນາງ. ດ. ຊາຣັງເກເຣນ, ລັດຖະມົນຕີກະຊວງສາທາລະນະສຸກ ມົງໂກລີ ທັງເປັນປະທານຄະນະກໍາມາທິການຝ່າຍມົງໂກລີ ແລະ ການເຂົ້າຮ່ວມຂອງພາກສ່ວນກ່ຽວຂ້ອງຂອງສອງຝ່າຍ. ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມຄະນະກໍາມາທິການຮ່ວມ ຄັ້ງທີ 10 ທີ່ຜ່ານມາໃນປີ 2015 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ເຊິ່ງເຫັນວ່າມີຄວາມຄືບໜ້າໃນລະດັບໃດໜຶ່ງ ແລະ ສືບຕໍ່ປຶກສາຫາລືທິດທາງການຮ່ວມມືໃນອີກ 2 ປີຂ້າງໜ້າ (2018-2020) ລະຫວ່າງສອງປະເທດເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ. ໃນນັ້ນ, ສອງຝ່າຍໄດ້ເນັ້ນເຖິງການສືບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ການໄປມາຫາສູ່ລະຫວ່າງຂະແໜງການຕ່າງໆ ທີ່ສອງຝ່າຍມີທ່າແຮງຮ່ວມມືກັນ ເປັນຕົ້ນ: ດ້ານສາທາລະນະສຸກ, ສຶກສາ, ກະສິກໍາ, ພະລັງງານ, ສະພາການຄ້າ ກໍຄື ກະຊວງອຸດສາຫະກໍາ ແລະ ການຄ້າ, ການພົບປະນັກທຸລະກິດ. ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍທີ່ສໍາເລັດການຂົນສົ່ງແກະຈໍານວນ 1,050 ໂຕ ທີ່ເປັນຂອງຂວັນຂອງລັດຖະບານມົງໂກລີ ມອບໃຫ້ ສປປ ລາວ ໂດຍມີພິທີມອບ-ຮັບແກະໃນວັນທີ 23 ພະຈິກ 2018 ທີ່ຜ່ານມາ. ນອກນີ້, ສອງຝ່າຍຕົກລົງປະຕິບັດທຶນການແລກປ່ຽນນັກສຶກສາ ແລະ ເພີ່ມເບ້ຍລ້ຽງຈາກ 80 ໂດລາສະຫະລັດ ມາເປັນ 150 ໂດລາສະຫະລັດ.
ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ຄັ້ງນີ້, ສອງຝ່າຍໄດ້ລົງນາມ 2 ເອກະສານຄື: ບົດບັນທຶກຄວາມເຂົ້າໃຈຂອງກອງປະຊຸມຄະນະກໍາມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ຄັ້ງທີ 11 ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງກະຊວງສາທາລະນະສຸກຂອງ ສປປ ລາວ ແລະ ກະຊວງສາທາລະນະສຸກ ມົງໂກລີ 2018-2020.
ຄະນະຝ່າຍລາວນອກຈາກເຂົ້າຮ່ວມກອງປະຊຸມທີ່ກ່າວມາຂ້າງເທິງແລ້ວ ຍັງໄດ້ຢ້ຽມຢາມພົບປະ ທ່ານ ຢໍ ບາທາຣ໌ບີເລັກ, ສະມາຊິກສະພາຄູຣານໃຫຍ່, ຫົວຫນ້າກຳມາທິການນະໂຍບາຍສັງຄົມ, ສຶກສາ, ວັດທະນະທຳ ແລະ ວິທະຍາສາດ ທັງເປັນປະທານສະມາຄົມມິດຕະພາບມົງໂກລີ-ລາວ, ຢ້ຽມຢາມໂຮງໝໍສູນກາງເລກ 1 ຂອງມົງໂກລີ, ມະຫາວິທະຍາໄລກະເສດມົງໂກລີ ແລະ ພົບປະຫາລືລະຫວ່າງສອງກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດຂອງ ສປປ ລາວ ແລະ ມົງໂກລີ.
ກອງປະຊຸມໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມດ້ວຍບັນຍາກາດມີຄວາມເຂົ້າອົກເຂົ້າໃຈກັນ ແລະ ໄມຕີຈິດມິດຕະພາບການຮ່ວມມືມູນເຊື້ອອັນດີງາມລະຫວ່າງສປປ ລາວ ແລະ ມົງໂກລີ. ກອງປະຊຸມຄະນະກໍາມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ເປັນກົນໄກປະຊຸມກັນທຸກໆ 2 ປີ ແລະ ຄັ້ງທີ 12 ຈັດຂຶ້ນໂດຍການເປັນເຈົ້າພາບ ຂອງ ສປປ ລາວ.