ໃນວັນທີ 12 ພະຈິກ 2018, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 17 ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີລັດຖະມົນຕີເສດຖະກິດ ຈາກບັນດາປະເທດສະມາຊິກອາຊຽນ ພາຍໃຕ້ການເປັນປະທານຂອງ ທ່ານ ລິມ ອຶງ ກຽງ (Lim Hng Kiang), ລັດຖະມົນຕີກະຊວງການຄ້າ ຂອງ ສິງກະໂປ, ພ້ອມທັງ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຮັບຊາບຄວາມຄືບໜ້າ ແລະ ຜົນສໍາເລັດຂອງບັນດາໜ້າວຽກພາຍໃຕ້ເສົາຄໍ້າເສດຖະກິດ ພ້ອມທັງໃຫ້ທິດຊີ້ນໍາຕໍ່ບາງບັນຫາຄົງຄ້າງໃນການຈັດຕັ້ງປະຕິບັດ ເພື່ອໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້ ໂດຍສະເພາະບັນຫາສໍາຄັນທີ່ຈະເໜີໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເພື່ອພິຈາລະນາ ເຊັ່ນ: 1) ບົດລາຍງານຂອງລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ ຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33; 2) ຖະແຫຼງການຮ່ວມ ລະຫວ່າງ ອາຊຽນ-ຈີນ ວ່າດ້ວຍ ການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ; 3) ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫຼງການຮ່ວມກ່ຽວກັບການຮ່ວມມືເພື່ອສ້າງຄວາມອາດສາມາດທາງດ້ານການຜະລິດໃນຂອບການຮ່ວມມືຶາຊຽນ-ຈີນ ແລະ ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການເຊື່ອມຈອດໂຄງລ່າງພື້ນຖານ; 4) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອາຊຽນ ແລະ ຄະນະກໍາມາທິການເສດຖະກິດຢູເຣເຊຍ ວ່າດ້ວຍການຮ່ວມມືດ້ານເສດຖະກິດ; 5) ສັນຍາຂອບການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງອາຊຽນ ແລະ ສະຫະລັດອາເມລິກາ ສໍາລັບປີ 2018-2019; 6) ບົດສະເໜີໂຄງການເພື່ອເຮັດບົດຄົ້ນຄວ້າຮ່ວມກັນ ກ່ຽວກັບ “ການຮ່ວມມືລະຫວ່າງປະເທດ 10+3 ເພື່ອປັບປຸງການເຊື່ອມຈອດຕ່ອງໂສ້ການສະໜອງ”; 7) ແຜນວຽກການຮ່ວມມືທາງດ້ານເສດຖະກິດ ຂອງອາຊຽນບວກສາມ ສົກປີ 2019-2020; 8) ຖະແຫລງການຮ່ວມຂອງຜູ້ນໍາ ກ່ຽວກັບ ການເຈລະຈາຂອງຄູ່ຮ່ວມມືເສດຖະກິດຮອບດ້ານ ລະດັບພາກພື້ນ ແລະ 9) ບົດລາຍງານການປະເມີນໂດຍລວມ ຂອງລັດຖະມົນຕີຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ກ່ຽວກັບ ສະພາບການເຈລະຈາສັນຍາ ເພື່ອລາຍງານຕໍ່ຜູ້ນໍາ.
ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ ການສະຫຼຸບການເຈລະຈາສັນຍາການຄ້າດ້ານບໍລິການອາຊຽນ ແລະ ອະນຸສັນຍາສະບັບທີ 4 ເພື່ອປັບປຸງສັນຍາການລົງທຶນຮອບດ້ານອາຊຽນ ແລະ ການລົງນາມໃນສັນຍາການຄ້າທາງເອເລັກໂຕຣນິກອາຊຽນ ໃນວັນທີ 12 ພະຈິກ 2018 ຊຶ່ງສັນຍາດັ່ງກ່າວ ແມ່ນເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນທາງເອເລັກໂຕຣນິກໃນອາຊຽນ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດດັ່ງກ່າວໃນພາກພື້ນອາຊຽນ ເພື່ອສ້າງຄວາມໜ້າເຊື່ອຖື ແລະ ຄວາມໝັ້ນໃຈໃນການນໍາໃຊ້ການການຄ້າທາງເອເລັກໂຕຣນິກ. ພ້ອມກັນນັ້ນ, ກໍໄດ້ຮັບຮອງເອົາຂອບວຽກການເຊື່ອມໂຍງດ້ານດິຈິຕອນອາຊຽນ ທີ່ກໍານົດນະໂຍບາຍກ່ຽວກັບການເຊື່ອມຈອດດ້ານດິຈິຕອນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ ຊຶ່ງບັນດາເອກະສານດັ່ງກ່າວ ແມ່ນນອນຢູ່ໃນບັນດາແຜນວຽກບຸລິມະສິດ ພາຍໃຕ້ເສົາຄໍ້າເສດຖະກິດໃນການເປັນປະທານອາຊຽນປີ 2018 ຂອງສິງກະໂປ.