ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ 17, ທີ່ ເອເຣວັນ, ປະເທດອາກເມນີ

2018.10.15 bk francophonie 17

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ນຳໂດຍ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຟຣັງໂກໂຟນີ, ຜູ້ຕາງໜ້າພິເສດຂອງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ 17, ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 11-12 ຕຸລາ 2018 ທີ່ ເອເຣວັນ, ປະເທດອາກເມນີ.

ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີບັນດາປະເທດສະມາຊິກຂອງອົງການຟຣັງໂກໂຟນີສາກົນ 84 ປະເທດ (58 ປະເທດສະມາຊິກສົມບູນ ແລະ 26 ປະເທດສະມາຊິກສັງເກດການ) ໃນລະດັບປະມຸກລັດ, ຫົວໜ້າລັດຖະບານ, ລັດຖະມົນຕີຮັບຜິດຊອບວຽກງານຟຣັງໂກໂຟນີ ແລະ ຜູ້ຕາງໜ້າພິເສດຂອງປະທານປະເທດບັນດາປະເທດສະມາຊິກຂອງອົງການດັ່ງກ່າວ. ໃນນັ້ນ, ມີການນຳຂັ້ນນາຍົກລັດຖະມົນຕີ ແລະ ປະມຸກລັດ ດຂົ້າຮ່ວມ ຈຳນວນ 26 ປະເທດ. ພ້ອມດຽວກັນນັ້ນ, ຍັງມີການເຂົ້າຮ່ວມຂອງ ເລຂາທິການໃຫຍ່ອົງການຟຣັງໂກໂຟນີ, ບັນດາອົງການເຄືອຍຂ່າຍຟຣັງໂກໂຟນີ ແລະ ອົງການຈັດຕັ້ງສາກົນຕ່າງໆ. ກອງປະຊຸມສຸດຍອດຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້: ຢູ່ຮ່ວມກັນດ້ວຍຄວາມສາມັກຄີ, ແບ່ງປັນຄຸນຄ່າຄວາມເປັນມະນຸດ ແລະ ເຄົາລົບຄວາມຫຼາກຫຼາຍ: ແຫລ່ງກຳເນີດຂອງສັນຕິພາບ ແລະ ຄວາມສີວິໄລ ເພື່ອຂົງເຂດຟຣັງໂກໂຟນີ(Vivre ensemble dans la solidarité, le partage de valeurs humanistes et le respect de la diversité : source de paix et de prospérité pour l’espace francophone)”.

ກ່ອນໜ້າກອງປະຊຸມສຸດຍອດຟຣັງໂກໂຟນີ ຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສະພາຜູ້ຕາງໜ້າຖາວອນຂອງປະມຸກລັດ ຄັ້ງທີ 105, ຊຶ່ງຈັດຂຶ້ນໃນວັນທີ 07 ຕຸລາ 2018, ກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 35, ຊຶ່ງຈັດຂຶ້ນໃນວັນທີ 08-09 ຕຸລາ 2018 ແລະ ກອງປະຊຸມເວທີປຶກສາຫາລື ກ່ຽວກັບຟຣັງໂກໂຟນີເສດຖະກິດແບບດີຈີຕອນ, ຊຶ່ງຈັດຂຶ້ນໃນວັນທີ 10 ຕຸລາ 2018.

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ພິຈາລະນາບັນຫາສໍາຄັນຕ່າງໆ ເປັນຕົ້ນ ບັນຫາ ທາງດ້ານການເມືອງ, ການທູດ ແລະ ການພັດທະນາດ້ານເສດຖະກິດ ພາຍໃນບັນດາປະເທດສະມາຊິກຟຣັງໂກໂຟນີ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້, ທ່ານ ລັດຖະມົນຕີ ຮັບຜິດຊອບວຽກງານຟຣັງໂກໂຟນີ ໄດ້ປະກອບຄຳເຫັນ ໂດຍໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມ ກໍ່ຄືການກຳນົດຫົວຂໍ້ຂອງກອງປະຊຸມດັ່ງກ່າວ, ອັນມີຄວາມໝາຍຄວາມສຳຄັນ ຕໍ່ປະເທດສະມາຊິກຟຣັງໂກໂຟນີ ໃນການຢູ່ຮ່ວມກັນ, ຊຶ່ງໃນປັດຈຸບັນການຢູ່ຮ່ວມກັນ ແມ່ນຕ້ອງຢູ່ບົນພື້ນຖານຂອງຄວາມສາມັກຄີ, ຄວາມເຄົາລົບ ແລະ ການຮັບຮູ້ຊຶ່ງກັນ ແລະ ກັນ, ການຊອກຫາຄວາມເປັນເອກະພາບກັນໃນຄວາມຫຼາກຫຼາຍ ໂດຍບໍ່ມີການຈຳແນກ. ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນສະພາບການປ່ຽນແປງຂອງໂລກໃນປັດຈຸບັນ, ຊຶ່ງທ່າອ່ຽງມາທາງຂົງເຂດອາຊີ. ສະນັ້ນ, ເພື່ອເສີມຂະຫຍາຍບົດບາດຂອງອົງການຟຣັງໂກໂຟນີສາກົນ ແມ່ນຕ້ອງມີການຮ່ວມມື ແລະ ເປັນຄູ່ຮ່ວມເຈລະຈາກັບບັນດາອົງການພາກພື້ນດັ່ງກ່າວ ເປັນຕົ້ນ ແມ່ນອາຊຽນ.

ກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ 17 ໄດ້ສໍາເລັດຜົນຢ່າງຈົບງາມ, ໂດຍໄດ້ມີການ ພິຈາລະນາສະພາບການການເມືອງຢູ່ໃນບາງປະເທດສະມາຊິກ, ໄດ້ຮັບຮອງເອົາແຜນການດຳເນີນງານ 04 ປີ 2019-2022 ແລະ ແຜນງົບປະມານ ຂອງອົງການຟຣັງໂກໂຟນີສາກົນ.

ກອງປະຊຸມໄດ້ຕົກລົງສ້າງຕັ້ງຫ້ອງການຂອງອົງການຟຣັງໂກໂຟນີສາກົນ ສຳລັບອາຟຣິກກາເໜືອ ຢູ່ ຕູນີຊີ ໃນປີ 2019 ແລະ ຫ້ອງການ ສຳລັບຕາເວັນອອກກາງ ຢູ່ ລີບັງ ໃນປີ 2020 ຫຼື 2021.

ກອງປະຊຸມໄດ້​ຮັບຮອງ​ເອົາ ຖະແຫຼງການເອເຣວັນ ຊຶ່ງມີເນື້ອໃນກ່າວເຖິງ ການຢູ່ຮ່ວມກັນດ້ວຍຄວາມສາມັກຄີ, ການແບ່ງປັນຄຸນຄ່າຄວາມເປັນມະນຸດ ແລະ ການເຄົາລົບຄວາມຫຼາກຫຼາຍ: ແຫລ່ງກຳເນີດຂອງສັນຕິພາບ ແລະ ຄວາມສີວິໄລ ສຳລັບຂົງເຂດຟຣັງໂກໂຟນີ. ກອງ​ປະ​ຊຸມ ສຸດຍອດ ຄັ້ງ​ນີ້ ໄດ້​ມີ​ຄຳ​ຮຽກ​ຮ້ອງ​ຕ່າງໆ ຕໍ່ ໂລກ ກໍ່​ຄື ຕໍ່​ກັບ ປະ​ຊາ​ຄົມ​ສາ​ກົນ, ໃນ​ນັ້ນ ໄດ້ ຮັບຮອງເອົາ 06 ມະຕິທີ່ສຳຄັນ ຄື:

  1. ວິກິດການ ແລະ ການແກ້ໄຂວິກິດການ, ລວມທັງການຮັກສາສັນຕິພາບ ໃນຂົງເຂດຟຣັງໂກໂຟນີ;
  2. ການສຶກສາສິດທິພົນລະເມືອງ ແລະ ສິດທິມະນຸດ;
  3. ການປະກອບສ່ວນທາງດ້ານວັດທະນະທຳ;
  4. ການຖ່າຍທອດຄວາມຮູ້ ແລະ ການເສີມສ້າງຄຸນຄ່າຂອງການຄົ້ນຄ້ວາ;
  5. ການແກ້ໄຂບັນຫາພະຍາດເຂດຮ້ອນທີ່ຖືກລະເລີຍ;
  6. ມະຕິ ກ່ຽວກັບ ຫຼັກການປາຣີ ຄົບຮອບ 25 ປີ.

ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາ 4 ປະເທດສັງເກດການໃໝ່ ຄື: ປະເທດກຳບີ (Gambie), ອຽກລ໋ອງ (Irlande),ມານຕ່າ (Malte) ແລະ ລຸຍຊານ (La Louisiane), ພ້ອມທັງຮັບຮອງເອົາ 3 ປະເທດສັງເກດການເຂົ້າເປັນສະມາຊິກສົມທົບ ຄື: ສະຫະລັດ ອາຣັບ ອີເມເຣດ, ໂກໂຊໂວ ແລະ ແຊກບີ. ພ້ອມດຽວກັນນັ້ນ, ກໍໄດ້ມີການເລືອກຕັ້ງເອົາເລຂາທິການໃຫຍ່ຄົນໃໝ່ຂອງອົງການຟຣັງໂກໂຟນີສາກົນ ຊຶ່ງມີວາລະ 4 ປີ, ໂດຍແມ່ນທ່ານ ນາງ ຫຼຸຍ ມູຊິ​ກີ​ວາ​ໂບະ (Louise MUSHIKIWABO), ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ຣູວັນດາໄດ້ຖືກຄັດເລືອກ ໃຫ້​ດຳ​ລົງ​ຕ່ຳ​ແຫນ່ງເປັນເລຂາທິການໃຫຍ່ຄົນໃໝ່.

ນອກຈາກກັນນີ້, ກອງປະຊຸມດັ່ງກ່າວ ຍັງໄດ້ຮັບຟັງການລາຍງານ ສະພາບການກະກຽມ ໃຫ້ແກ່ກອງປະຊຸມລັດຖະມົນຕີ ຄັ້ງທີ 36 ຊຶ່ງຈະຈັດຂຶ້ນ ຢູ່ ປະເທດໂມນາໂກ ໃນປີ 2019 ແລະ ກອງປະຊຸມສຸດຍອດຄັ້ງຕໍ່ໄປ ແມ່ນຈະຈັດຂຶ້ນ ຢູ່ ປະເທດຕູນີຊີ.

ສຳລັບອົງການຝຣັງໂກໂຟນີສາກົນ ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມີນາ 1970, ໂດຍມີຈຸດປະສົງຕົ້ນຕໍເພື່ອເສີມສ້າງຄວາມສາມັກຄີ, ການຮ່ວມມື ແລະ ການປົກປ້ອງຄວາມຫຼາກຫຼາຍ ທາງດ້ານວັດທະນະທຳ. ສປປ ລາວ ແມ່ນຖືກໄດ້ຮັບເປັນປະເທດສະມາຊິກສົມທົບໃນປີ 1972 ແລະ ກໍ່ໄດ້ກາຍເປັນປະເທດສະມາຊິກສົມບູນຂອງອົງການດັ່ງກ່າວໃນວັນທີ 22 ພະຈິກ 1991.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484706
ມື້ນີ້17
ມື້ວານ205
ອາທິດນີ້1144
ເດືອນນີ້4011