ໃນວັນທີ 24 ກໍລະກົດ 2018 ທີ່ ມະຫາວິທະຍາໄລຈຸລາລົງກອນ, ບາງກອກ, ປະເທດ ໄທ, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສໍາມະນາແບບເປີດກວ້າງ ຈັດໂດຍກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ຂອງຣາຊະອານາຈັກມາຣົກ ແລະ ສະຖາບັນຄວາມໝັ້ນຄົງ ແລະ ການສຶກສາສາກົນຂອງໄທ ພາຍໃຕ້ຫົວຂໍ້“ອະດີດເລຂາທິການໃຫຍ່ອາຊຽນ ທ່ານ ສຸຣິນ ພິດສຸວັນ ແລະ ອາຊຽນ”ໂດຍການເຂົ້າຮ່ວມຂອງ ບັນດາ ລັດຖະມົນຕີ, ອະດີດລັດຖະມົນຕີ, ຮອງລັດຖະມົນຕີ, ທູດ ແລະ ນັກຊ່ຽວຊານຈາກບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆທີ່ມີສໍານັກງານຕັ້ງຢູ່ໄທ. ກອງປະຊຸມສຳມະນາດັ່ງກ່າວ ໄດ້ລະນຶກເຖິງຜົນງານຂອງ ທ່ານ ສຸຣິນ ພິດສຸວັນ, ອະດີດເລຂາທິການໃຫຍ່ອາຊຽນ ແລະ ອະດີດລັດຖະມົນຕີຕ່າງປະເທດໄທ ແລະ ໄດ້ຖືໂອກາດນີ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການສົ່ງເສີມການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ມາຣົກ ເພື່ອປູພື້ນຖານອັນສໍາຄັນ ແນໃສ່ເຮັດໃຫ້ຣາຊະອານາຈັກມາຣົກ ສາມາດຍົກລະດັບເປັນປະເທດຄູ່ຮ່ວມຂະແໜງການຂອງອາຊຽນໃນຕໍ່ໜ້າ.