ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະ​ຜູ້​ແທນ​ລາວ ສຳເລັດ​ເຂົ້າຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11

clv dta

ໃນວັນທີ 19 ທັນວາ 2017, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ​ໄດ້ສໍາ​ເລັດ​ການ​​ນໍາພາ ຄະນະ​ຜູ້​ແທນ ​​ສປປ ​ລາວ ເຂົ້າ​ຮ່ວມກອງປະຊຸມ ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11ທີ່ ແຂວງ ບິງເຟືອກ, ສສ ຫວຽດນາມ, ພາຍ​ໃຕ້​ການ​ເປັນ​ປະທານ ຂອງ ທ່ານ ຫງວຽນ ຈິ ຢຸ້ງ (Nguyen Chi Dung), ລັດຖະມົນຕີ ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມ ​ເຂດ​ສາມຫຼ່ຽມພັດທະນາ ​ແຫ່ງ ສສ ຫວຽດນາມ, ​ເຊິ່ງມີ​ ທ່ານ ປານ ​ໂສຣະສັກ (Pan SORAS​AK), ລັດຖະມົນຕີກະຊວງ​ການ​ຄ້າ, ປະທານ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມ ​ເຂດ​ສາມຫຼ່ຽມພັດທະນາ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ ​ແລະ ທ່ານ ຫງວຽນ ວັນ ຈຣໍາ (Nguyen Van Tham), ປະທານ​ຄະນະ​ກໍາມະການ​ປະຊາຊົນ ​ແຂວງ​ບິງ​ເຟືອ​ກ ​ເຂົ້າ​ຮ່ວມ. ນອກຈາ​ກ ຄະນະ​ຜູ້​ແທນ​ຈາກ​ກະຊວງ​ຂະ​ແໜງ​ການ​ຕ່າງໆ ຂອງ ສາມ​ປະ​ເທດ​ ​ແລ້ວ, ຍັງ​ມີ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຈາກ 13 ​ແຂວງ ​ເຂດສາມຫຼ່ຽມພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ, ​ໃນ​ນັ້ນ ລວມມີ ​ແຂວງ​ຈໍາປາ​ສັກ, ​ແຂວງສາລະ​ວັນ, ​ແຂວງ​ເຊ​ກອງ ​ແລະ ​ແຂວງອັດ​ຕະປື ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ກອງ​ປະຊຸມ​ຄັ້ງນີ້ ​ໄດ້ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດ ຜົນກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC) ຄັ້ງທີ 10 ໃນເດືອນທັນວາ 2015 ທີ່ ແຂວງຈຳປາສັກ ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນເດືອນພະຈິກ 2016 ທີ່ ສຽມລຽບ ​ແລະ ພ້ອມ​ກັນ​ປຶກສາ​ຫາລື ກ່ຽວ​ກັບ ທິດ​ທາງ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ. ໃນ​ໂອກາດກອງ​ປະຊຸມດັ່ງກ່າວ, ທ່ານ ລັດຖະ​ມົນຕີ ຂອງ 3 ​ປະ​ເທດ ​ໄດ້​ເຫັນ​ດີຮັບຮອງ ​ແລະ ລົງ​ນາມບົດ​ບັນທຶກຂອງກອງ​ປະຊຸມ​ຄະນະ​ກຳ​ມະ​ການປະສານ​ງານ​ຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 11 ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ສືບ​ຕໍ່ຈັດ​ຕັ້ງປະຕິ​ບັດວຽກ​ງານ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ ລະຫວ່າງ ສາມ​ປະ​ເທດ ກໍ​ຄື 13 ​ແຂວງ​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ ທັງ​ນີ້​ກໍ​ເພື່ອ​ຈະລາ​ຍງານ ​ຕໍ່ ກອງ​ປະຊຸມ​ສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10, ​ເຊິ່ງມີ​ແຜນ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີນາ 2018 ທີ່ ສສ ຫວຽດນາມ.

​​​ກອງ​ປະຊຸມ​ ໄດ້​ຮັບ​ຊາບ​ໝາກຜົນ​ຂອງກອງ​ປະຊຸມລະດັບຕ່າງໆ ​ແລະ ກິດຈະກຳປິ່ນ​ອ້ອມ​ ທີ່​​ໄດ້ຈັດ​ຂຶ້ນ​ໃນ​ໂອກາດ​ກອງ​ປະຊຸ​ມຄັ້ງ​ນີ້ ​ເປັນ​ຕົ້ນ ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸ​ໂສ, ​​ກອງ​ປະຊຸມອະນຸ​ກໍາມະການ​ດ້ານ​ເສດຖະກິດ ຄັ້ງ​ທີ 10,    ກອງ​ປະຊຸມ​ອະນຸ​ກໍາມະການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ວຽກ​ງານ​ການ​ຕ່າງປະ​ເທດ ຄັ້ງ​ທີ 10, ກອງ​ປະຊຸມ​ອະນຸ​ກໍາມະການ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ຄັ້ງ​ທີ 8 ​ແລະ ກອງ​ປະຊຸມ​ອະນຸ​ກໍາມະການ​ປະສານ​ງານ​ລະດັບ​ແຂວງ ຄັ້ງ​ທີ 9 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ທັນວາ 2017 ລວມທັງ​ຜົນ​ການຈັດ​ງານ​ວາງສະ​ແດງ​ການ​ຄ້າ ​ແລະ ການທ່ອງທ່ຽວ, ​ເວທີ​ປຶກສາ​ຫາລື​ຊາວ​ໜຸ່ມ ຄັ້ງທີ 7 ​ແລະ ກອງ​ປະຊຸມ​ສໍາ​ມະ​ນາ ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ ຄັ້ງ​ທີ 11 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 16-18 ທັນວາ 2017 ທີ່ ​ແຂວງ​ບິງ​ເຟືອ​ກ. ກອງປະຊຸມ​​ໄດ້​ຮັບ​ຊາບ​ຄວາມ​ຄືບ​ໜ້າການ​ຮ່າງ​ເອກະສານ ​​ແຜ​ນ​ປະຕິ​ບັດ​ງານ ວ່າ​ດ້ວຍ​ ການ​ເຊື່ອມຈອດ​ດ້ານ​ເສດຖະກິດ ກໍາປູ​ເຈຍ-ລາວ-ຫວຽດນາມ ຮອດປີ ​2030, ​​ເຊິ່ງມີ​ແຜນ​ຈະ​ໃຫ້​ສໍາ​ເລັດ​ຮ່າງ​ດັ່ງກ່າວ ພາຍ​ໃນ​ເດືອນ​ມັງກອນ 2018 ​ເພື່ອນໍາ​ສະ​ເໜີ​ໃຫ້ ທ່ານ ລັດຖະມົນຕີ, ປະທານ​ຄະນະ​ກໍາມະການ​ປະສານ​ງງານ​ຮ່ວມ ​ເຂດ​ສາມຫຼ່ຽມ​ພັດທະນາ ກໍາປູ​ເຈຍ-ລາວ-ຫວຽດນາມ ຮ່ວມກັນ​ລົງ​ນາມ​ ໃນ​​ໂອກາດກອງ​ປະ​ຊຸມ​ສຸດ​ຍອດ ​ເຂດ​ສາມຫຼ່ຽມພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ທີ່​ຈະ​ມາ​ເຖິງ​ນີ້. ລວມທັງແຜນພັດທະນາອຸດສາຫະກໍາຢາງພາລາ ໃນເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ແລະ ແຜນພັດທະນາອຸດສາຫະກໍາການທ່ອງທ່ຽວ ໃນເຂດສາມຫຼ່ຽມພັດທະນາ.                 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480387
ມື້ນີ້45
ມື້ວານ172
ອາທິດນີ້785
ເດືອນນີ້6618