ໃນວັນທີ 18 ທັນວາ 2017, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ຈະນໍາພາ ຄະນະຜູ້ແທນ ສປປ ລາວ ທັງຈາກ ກະຊວງຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຈາກ 4 ແຂວງ ຄື: ແຂວງຈຳປາສັກ, ແຂວງສາລະວັນ, ແຂວງອັດຕະປື ແລະ ແຂວງເຊກອງ ເດີນທາງເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 11 ທີ່ ແຂວງ ບິງເຟືອກ, ສສ ຫວຽດນາມ, ຊຶ່ງຈະຈັດຂຶ້ນ ໃນວັນທີ 19 ທັນວາ 2017 ນີ້.
ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄືນ ຄວາມຄືບໜ້າການຈັດຕັ້ງປະຕິບັດ ຜົນກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC) ຄັ້ງທີ 10 ໃນເດືອນທັນວາ 2015 ທີ່ ແຂວງຈຳປາສັກ ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນເດືອນພະຈິກ 2016 ທີ່ ສຽມລຽບ, ກຳປູເຈຍ, ພ້ອມທັງປຶກສາຫາລື ກ່ຽວກັບ ບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ເປັນອຸປະສັກ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ 3 ປະເທດ ກໍຄືໃນ 13 ແຂວງ ຂອງເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແນໃສ່ກຳນົດທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາຍາວນານ ຂອງ 3 ຊາດ ແລະ ນຳຄວາມຈະເລີນສີວິໄລ ມາສູ່ເຂດສາມຫຼ່ຽມພັດທະນາ ໃຫ້ນັບມື້ ນັບຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.
ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຄັ້ງດັ່ງກ່າວ, ໄດ້ມີກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆ ຄື: ກອງປະຊຸມເຈົ້າໜ້າທີ່ອາວຸໂສເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 11, ກອງປະຊຸມອະນຸກຳມະການຄວາມໝັ້ນຄົງ ແລະ ວຽກງານການຕ່າງປະເທດ ຄັ້ງທີ 10, ກອງປະຊຸມອະນຸກຳມະການ ດ້ານເສດຖະກິດ ຄັ້ງທີ 10, ກອງປະຊຸມອະນຸກຳມະການ ດ້ານສັງຄົມ ແລະ ສິ່ງແວດລ້ອມ ຄັ້ງທີ 8, ກອງປະຊຸມອະນຸກຳມະການປະສານງານລະດັບແຂວງ ຄັ້ງທີ 9, ກອງປະຊຸມສໍາມະນາວ່າດ້ວຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ນອກນັ້ນ, ຈະມີກອງປະຊຸມໜ່ວຍງານວິຊາການ ຄັ້ງທີ 2 ກ່ຽວກັບ ແຜນປະຕິບັດງານເຊື່ອມຈອດເສດຖະກິດ CLV ຮອດປີ 2030, ເວທີປຶກສາຫາລືຊາວໜຸ່ມ ແລະ ງານວາງສະແດງສິນຄ້າ ແລະ ການທ່ອງທ່ຽວ.