ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາໃນຫົວຂໍ້ “ສາຍພົວພັນລະຫວ່າງ ສປປ ລາວ ແລະ ມາຣົກ: ການກ້າວໄປສູ່ສາຍພົວພັນແບບມິດຕະພາບ”

lm speech

ເພື່ອລະນຶກເຖິງການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 20 ປີ ລະຫວ່າງ ສປປ ລາວ ແລະ ມາຣົກ, ສະຖາບັນການຕ່າງປະເທດ,​ ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາພາຍໃຕ້ຫົວຂໍ້ ສາຍພົວພັນລະຫວ່າງ ສປປ ລາວ ແລະ ມາຣົກ: ການກ້າວໄປສູ່ສາຍພົວພັນແບບມິດຕະພາບຂຶ້ນໃນວັນທີ 5 ກໍລະກົດ 2017 ຊຶ່ງມີທ່ານ Abdelilah El Housni, ເອກອັກຄະລັດຖະທູດ ມາຣົກ ປະຈໍາ ສປປ ລາວ ໃຫ້ກຽດຂຶ້ນບັນຍາຍພາຍໃຕ້ຫົວຂໍ້ດັ່ງກ່າວ. ເຂົ້າຮ່ວມຮັບຟັງການປາຖະກະຖາໃນຄັ້ງນີ້ ມີບັນດາຜູ້ຕາງໜ້າຂັ້ນກົມ, ຄະນະພະແນກ ແລະ ວິຊາການ ຈາກກະຊວງການຕ່າງປະເທດ, ກະຊວງທະບວງກົມອ້ອມຂ້າງສູນກາງ, ສູນກາງສະຫະພັນແມ່ຍິງ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນຕ່າງໆຂອງລັດ ປະມານ 200 ທ່ານ.

ໃນໂອກາດນີ້ ທ່ານ ທ່ຽງ ບຸບຜາ,​ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ໃຫ້ກຽດກ່າວປາໄສເປີດການປາຖະກາຖາ ໂດຍໄດ້ສະແດງຄວາມຂອບໃຈຕໍ່ທ່ານ Abdelilah El Housni,​ ເອກອັກຄະລັດຖະທູດ ມາຣົກ ປະຈໍາ ສປປ ລາວ ທີ່ໄດ້ສະຫລະເວລາອັນມີຄ່າຂຶ້ນບັນຍາຍຫົວຂໍ້ ທີ່ເປັນປະໂຫຍດທົບທວນຄືນເຖິງ ສາຍພົວພັນທາງດ້ານການທູດ ຊຶ່ງສອງປະເທດ ສປປ ລາວ ແລະ ມາຣົກ ໄດ້ຕົກລົງສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 30 ມັງກອນ 1997 ຜ່ານກາຍມາເປັນເວລາສອງທົດສະວັດ ເຕັມໄປດ້ວຍການພົວພັນອັນເຕັມໄປດ້ວຍມິດໄມຕີທີ່ດີຕໍ່ກັນ ອັນສະແດງອອກທາງດ້ານຮູບປະທໍາ ເຊັ່ນ ການຮ່ວມມືຊ່ວຍເຫຼືອກັນ ແລະ ສະຫນັບສະໜູນຊຶ່ງກັນ ແລະ ກັນ ໃນເວທີສາກົນ ແລະ ພາກພື້ນ, ຕະຫຼອດເຖິງການແລກປ່ຽນຄະນະຜູ້ແທນຂັ້ນສູງຕໍ່ກັນຢ່າງເປັນປະຈໍາ.

ໃນບາງຕອນສໍາຄັນຂອງການປາຖະກະຖາຄັ້ງນີ້ ທ່ານ Abdelilah El Housni ໄດ້ແຈ້ງໃຫ້ຮູ້ກ່ຽວກັບນະໂຍບາຍການຕ່າງປະເທດຂອງປະເທດຕົນ ແລະ ສາຍພົວພັນແບບມິດຕະພາບອັນດີງາມທີີ່ມີມາແຕ່ດົນລະຫວ່າງສອງປະເທດມາຣົກ ແລະ ສປປ ລາວ ແລະ ຈະພະຍາຍາມຜັນຂະຫຍາຍໃຫ້ແຕກດອກອອກຜົນ, ເສີມສ້າງສາຍພົວພັນມິດຕະພາບໃຫ້ຈະເລີນງອກງາມຂຶ້ນໃນອານາຄົດ. ຜ່ານມາ ມາຣົກ ໄດ້ໃຫ້ທຶນການຝຶກອົບຮົມດ້ານການທູດໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ຈໍານວນໜຶ່ງ, ໃຫ້ທຶນຝືກອົບຮົມແກ່ພະນັກງານລາວໃນບາງ       ຂະແໜງການ,​ ຊ່ວຍກໍ່ສ້າງໂຮງຮຽນປະຖົມສອງແຫ່ງ ຢູ່ແຂວງຈໍາປາສັກ ແລະ ແຂວງອຸດົມໄຊ ແລະ ຍັງຈະສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອອີກໃນອານາຄົດ, ພ້ອມກັນນີ້ກໍຈະຮ່ວມກັນປຶກສາຫາລືໃນບັນຫາຕ່າງໆທີ່ຈະເປັນປະໂຫຍດໃຫ້ທັງສອງຝ່າຍບໍ່ວ່າໃນເວທີພາກພື້ນ ແລະ ສາກົນ.

ການປາຖະກະຖາຄັ້ງນີ້ ໄດ້ສ້າງຄວາມສົນໃຈໃຫ້ຜູ້ຮ່ວມເປັນຢ່າງດີ ທັງໄດ້ຮັບຮູ້ເຖິງຄວາມໝາຍຄວາມສໍາຄັນຂອງການຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ມາຣົກ ແລະ ຈົບລົງດ້ວຍບັນຍາກາດອັນຈົບງາມ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480242
ມື້ນີ້72
ມື້ວານ157
ອາທິດນີ້640
ເດືອນນີ້6473