ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຈົ້າຄອງນະຄອນຫຼວງອາຊຽນ ເຫັນດີຮ່ວມມືກັນເພື່ອບັນລຸວິໄສທັດອາຊຽນ 2025

Jaokhong meeting

 

ໃນວັນທີ 15 ພະຈິກ 2016, ທີ່ ຫໍປະຊຸມແຫ່ງຊາດ, ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງ ທ່ານສິນລະວົງຄຸດໄພທູນ, ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາເຈົ້າຄອງນະຄອນຫຼວງ ຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

 

ທ່ານ ສິນລະວົງ ຄຸດໄພທູນ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ເລືອກເອົາຫົວຂໍ້ກວມລວມທີ່ວ່າ: ພັນທະ ແລະ ໜ້າທີ່ຂອງນະຄອນຫຼວງອາຊຽນ ໃນພາລະກິດການເຊື່ອມໂຍງປະຊາຄົມອາຊຽນກໍຄືວິໄສທັດປະຊາຄົມອາຊຽນ ປີ 2025 ເຊິ່ງປະກອບມີ 4 ຫົວຂໍ້ເຊັ່ນ:  1. ສ້າງນະຄອນທີ່ໜ້າຢູ່, 2. ຮັບປະກັນຄວາມປອດໄພສາທາລະນະ, 3. ຮັກສາ ແລະ ສົ່ງເສີມ ມໍລະດົກທາງດ້ານວັດທະນະທຳ ແລະ 4. ການຮ່ວມມືດ້ານແຮງງານ.

 

ສຳລັບຫົວຂໍ້ທີ 1. ສ້າງນະຄອນທີ່ໜ້າຢູ່ນັ້ນ, ນະຄອນຫຼວງວຽງຈັນ ໄດ້ສະເໜີ 6 ວິໄສທັດ 6 ຍຸດທະສາດ, ໃນນັ້ນ, ບັນຫາພື້ນຖານແມ່ນການພັດທະນານະຄອນແບບຍືນຍົງ, ໜ້າຢູ່ ແລະ ກ້າວໄປສູ່ເປັນນະຄອນນິເວດໃນອະນາຄົດ. ນອກຈາກນີ້, ນະຄອນຫຼວງ ຍັງສະເໜີວິໄສທັດ ແລະ ນະໂຍບາຍສ້າງນະຄອນໃຫ້ເປັນນະຄອນໜ້າຢູ່ ດ້ວຍ 6 ຕົວຊີ້ວັດ ກໍຄື 6 ສ ຂອງນະຄອນຫຼວງ ປະກອບມີ ສະຫງົບ, ສະອາດ, ສີຂຽວ, ສະຫວ່າງ, ສະເໜ່ ແລະ ສີວິໄລ.

 

ນອກຈາກນີ້, ກອງປະຊຸມໄດ້ປຶກສາຫາລືຫຼາຍບັນຫາ ເພື່ອຮ່ວມມືກັນໃນອະນາຄົດ ໂດຍສະເພາະແມ່ນໃນ 4 ຫົວຂໍ້ ຕາມເນື້ອໃນຂອງກອງປະຊຸມ. ຫຼັງຈາກນັ້ນ ທ່ານ ແກ້ວພິລາວັນ ອາໄພລາດ, ຮອງເຈົ້າ ຄອງນະຄອນຫຼວງວຽງຈັນ, ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມຄັ້ງນີ້ ບັນດາເຈົ້າຄອງນະຄອນຫຼວງ ໄດ້ຮັບຮູ້ພາລະບົດບາດຂອງນະຄອນຫຼວງອາຊຽນ ໃນການຮ່ວມມືດ້ານຕ່າງໆຕາມກົດບັດອາຊຽນ ແລະ ຈັດຕັ້ງປະຕິບັດວິໄສທັດອາຊຽນ 2025 ໃຫ້ປະກົດຜົນເປັນຈິງ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485717
ມື້ນີ້16
ມື້ວານ206
ອາທິດນີ້753
ເດືອນນີ້5022