ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ແລະ ປຶກສາລືກ່ຽວກັບບັນຫາພົ້ນເດັ່ນຂອງສາກົນ

sri1

sri2

ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 13 ທີ່ຈະຈັດຂຶ້ນໃນຕົ້ນເດືອນທັນວາ 2016, ໃນວັນທີ24 ຕຸລາ2016, ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດໄດ້ຈັດກອງປະຊຸມສຳມະນາ ແລະ ປຶກສາລືກ່ຽວກັບບັນຫາພົ້ນເດັ່ນຂອງສາກົນ, ຜົນສຳເລັດການເປັນປະທານອາຊຽນຂອງ ສປປ ລາວ ໂດຍສະເພາະຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ28 ແລະ29 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໂດຍໃຫ້ກຽດບັນຍາຍໂດຍທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າເຈົ້າໜ້າທີອາວຸໂສອາຊຽນ ຂອງ ສປປ ລາວ ແລະ ທ່ານ ຈາຕຸລົງ ບົວສີສະຫວັດ, ຮອງຫົວໜ້າກົມອາຊຽນ ໂດຍການເຂົ້າຮ່ວມຂອງບັນດາສະມາຊິກຊາວໜຸ່ມກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສູນກາງຊາວໜຸ່ມລາວ.

          ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ຍົກໃຫ້ເຫັນສະພາບພາກພື້ນ ແລະ ສາກົນ ທີ່ພວມຜັນແປ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍ.​ ທ່ານໄດ້ອາທິບາຍກ່ຽວກັບບັນນດາສິ່ງທ້າທາຍທີ່ພາກພື້ນຕ່າງໆໃນໂລກ ເຊັ່ນ: ການກໍ່ການຮ້າຍ, ໄພພິບັດທຳມະຊາດ, ການປ່ຽນແປງສະພາບດິນຟ້າອາກາດ, ການຍ້າຍຖິ່ນຖານແບບຜິດປົກກະຕິ, ບັນຫາຢາເສບຕິດ, ການຄ້າມະນຸດ, ບັນຫາອາດຊະຍາກຳຂ້າມຊາດອື່ນໆ ແລະ ບັນຫາພົ້ນເດັ່ນໃນແຕ່ລະພາກພື້ນຂອງໂລກ. ທ່ານລັດຖະມົນຕີ ອາລຸນແກ້ວ ໄດ້ຢ້ຳໃຫ້ຊາວໜຸ່ມໂດຍສະເພາະ ຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ສືບຕໍ່ປະຕິບັດໜ້າທີ່ຂອງຕົນຢ່າງຫ້າວຫັນ ໂດຍຕິດຕາມສະພາບການທີ່ເກີດຂຶ້ນຢູ່ພາກພື້ນຕ່າງໆຢ່າງໃກ້ຊິດ ເພື່ອເປັນເສນາທິການໃຫ້ຄະນະນຳກະຊວງຂອງຕົນ ໃນການເອົາທັດສະນະຂອງ ສປປ ລາວ ຕໍ່ແຕ່ລະບັນຫາທີ່ເກີດຂຶ້ນຢ່າງທ່ວງທັນ.

          ຫຼັງຈາກນັ້ນ, ທ່ານ ຈາຕຸລົງ ບົວສີສະຫວັດ, ຮອງຫົວໜ້າກົມອາຊຽນ ກໍ່ໄດ້ບັນຍາຍກ່ຽວກັບ ຜົນສຳເລັດການເປັນປະທານອາຊຽນຂອງ ສປປ ລາວ ປີ 2016 ພາຍໃຕ້ຄຳຂວັນ ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ໂດຍສະເພາະແມ່ນຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ28 ແລະ29 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ໃນນີ້, ທ່ານ ຈາຕຸລົງ ບົວສີສະຫວັດ ກໍ່ໄດ້ອະທິບາຍ ກ່ຽວກັບຄວາມໝາຍຄວາມສຳຄັນຂອງການເປັນປະທານອາຊຽນຂອງ ສປປ ລາວ ແລະ ຍົກໃຫ້ເຫັນຜົນສຳເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ຊຶ່ງໄດ້ມີການຮັບຮອງເອົາເອກະສານສຳຄັນ ທີ່ເປັນພື້ນຖານສຳລັບການຮ່ວມມືພາຍໃນອາຊຽນ ແລະ ລະຫວ່າງ ອາຊຽນ ກັບພາຍນອກ ໃນຊຸມປີຕໍ່ໜ້າ. ຜົນສຳເລັໃນທຸກດ້ານຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນຄັ້ງນີ້ ເກີດຂຶ້ນໄດ້ ແ່ນຍ້ອນມີການປະກອບສ່ວນຂອງປວງຊົນລາວທັງຊາດ, ລວມທັງຂອງຊາວໜຸ່ມ ຊຶ່ງຊາວໜຸ່ມຈະໄດ້ນຳໄປເສີມຂະຫຍາຍເພື່ອກະກຽມເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໃນຊຸມປີຕໍ່ໜ້າ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480266
ມື້ນີ້96
ມື້ວານ157
ອາທິດນີ້664
ເດືອນນີ້6497