ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ລັດຖະບາບລາວແຕ່ງຕັ້ງກົງສຸນກິດຕິມະສັກລາວຄົນໃໝ່ ປະຈໍາ ແຂວງ ໂອກິນາວາ, ປະເທດ ຍີ່ປຸ່ນ

virod tokyo1

 

virod tokyo2

 

    ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດ ຍີ່ປຸ່ນ ໄດ້ຈັດພິທີມອບສານແຕ່ງຕັ້ງຢ່າງສົມກຽດໃຫ້ແກ່ ທ່ານ ສ.ຈ. ອາກິຣະ ອາຣາສະກິ (Prof. Akira ARASAKI), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ແຂວງ ໂອກິນາວາ, ປະເທດ ຍີ່ປຸ່ນ, ໃນວັນທີ 03 ກໍລະກົດ 2017 ທີ່ສໍານັກງານສະຖານທູດ, ຊຶ່ງຕາງໜ້າໃຫ້ລັດຖະບານລາວ ມອບໂດຍ ທ່ານ ວິໂຣດ ສູນດາຣາ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ຍີ່ປຸ່ນ ແລະ ມີພະນັກງານສະຖານທູດ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ສະຖານທູດ ແຫ່ງ ສປປ ລາວ ປະຈຳ ສິງກະໂປ ສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017

SingaporeEMB17

 

ວັນທີ 01 ກໍລະກົດ 2017, ທີ່ ສິງ​ກະ​ໂປ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ສສ. ຫວຽດນາມ ປະຈໍາ ສາ​ທາ​ລະ​ນະ​ລັດ ສິງກະໂປ, ໄດ້ຮ່ວມກັນຈັດງານພົບປະສັງສັນ ຢູ່ ທີ່ສໍານັກງານຂອງ ສະຖານທູດ ຫວຽດນາມ ເພື່ອສະເຫລີມສະຫລອງ 02 ວັນປະຫວັດສາດ ສປປ ລາວ ແລະ ສສ. ຫວຽດນາມ ຄື: ວັນ​​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສປປ ລາວ-ສສ. ຫວຽດນາມ ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 55 ປີ (5/9/1962-5/9/2017) ໂດຍມີພະນັກງານ-ລັດຖະກອນ ຂອງສອງສະຖານທູດ ແລະ ນັກຮຽນ-ນັກສຶກສາສອງຝ່າຍ ເຂົ້າຮ່ວມ 50 ກ່ວາຄົນ. ໃນ​ພິ​ທີ​ດັ່ງ​ກ່າວ ທ່ານ ຄອນເພັງ ທໍາມະວົງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຖານທູດ ສປປ ລາວ ແລະ ທ່ານ Nguyen Tien Minh, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຖານທູດ ສສ. ຫວຽດນາມ ໄດ້ຜັດປ່ຽນມີຄໍາເຫັນ ສະແດງເຖິງຄວາມສາມັກຄີມິດຕະພາບ ການຮ່ວມມື ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮ່ວມ​ມືຄຽງບ່າຄຽງໄລ່ ມີການສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນ ໃນ​ໄລ​ຍະ​ສົງ​ຄາມ​ຕໍ່​ສູ້​ກູ້​ຊາດ​ໃນ​ເມື່ອ​ກ່ອນ ແລະ ໃນ​ໄລ​ຍະ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ ແລະ ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ ແລະ ກັນ​ ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ ແລະ ຈະສືບຕໍ່ຮັກສາສາຍພົວພັນພິເສດ ອັນເປັນມູນເຊື້ອ ທີ່ຜູ້ນໍາພັກ-ລັດ ສອງຊາດ ໄດ້ສ້າງໄວ້ ເພື່ອນໍາຜົນປະ ໂຫຍດມາສູ່​ປະ​ຊາ​ຊົນສອງ​ຊາດ, ປະ​ກອບ​ສ່ວນເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະຖຽນລະພາບ ຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

 

ການຈັດງານສະເຫລີມສະຫລອງຄັ້ງນີ້, ສອງສະຖານທູດ ໄດ້ມີການຈັດກິດຈະກໍາແຂ່ງຂັນກິລາບານແຕະ, ສະແດງສີລະປະວັດທະນະທໍາຮ່ວມ​ກັນ ໂດຍນັກ​ສຶກສາລາວ ແລະ ຫວຽດນາມ ທີ່ກໍາລັງສຶກສາ ຢູ່ ສິງກະໂປ, ເຊິ່ງເປັນ ການສ້າງບັນຍາກາດເບີກບານມ່ວນຊື່ນ, ຄວາມສາມັກຄີ ລະຫວ່າງສອງສະຖານທູດ ກໍຄືສອງປະເທດ ສປປ ລາວ ແລະ ສສ. ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ສະຖານເອກອັກຄະລັດຖະທູດລາວ ແລະ ຫວຽດນາມທີ່ບາງກອກສະເຫລີມສະຫລອງສອງວັນປະຫວັດສາດ

lao viet in thailand

    ໃນຕອນເຊົ້າຂອງວັນທີ 25 ມີຖຸນາທີ່ຜ່ານມານີ້, ຢູ່ທີ່ສະຖານທູດລາວ ທີ່ບາງກອກ ຣາຊະອານາຈັກໄທ; ສະຖານເອກອັກຄະລັດຖະທູດ ແຫ່ງ ສ ປ ປ ລາວ ແລະ ສສ ຫວຽດນາມ ປະຈໍາຣາຊະອານາຈັກໄທ ໄດ້ຮ່ວມກັນຈັດພິທີໂຮມຊຸມນຸມ ເພື່ອສະເຫລີມສະຫລອງສອງວັນປະຫວັດຊາດ ລາວ-ຫວຽດນາມ ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ( 5 ກັນຍາ 1962 - 5ກັນຍາ 2017) ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ (18 ກໍລະກົດ 1977 – 18 ກໍລະກົດ 2017) ຂຶ້ນຢ່າງມີເນື້ອໃນ ແລະ ຄືກຄື້ນມ່ວນຊື່ນ.

      ພິທີໂຮມຊຸມນຸມດັ່ງກ່າວນີ້ ໄດ້ເລີ້ມຕົ້ນຂຶ້ນຕັ້ງແຕ່ເວລາ 9.00 ໂມງ ໂດຍການເປັນປະທານຮ່ວມ ຂອງ ທ່ານ ຫລີ ບຸນຄ້ຳ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ທ່ານ ຫວຽນ ຕັດ ຖັງ, ເອກ ອັກຄະລັດຖະທູດ ສສ ຫວຽດນາມ ປະຈຳປະເທດໄທ ໂດຍມີອ້າຍນ້ອງພະນັກງານ ຂອງທັງສອງສະຖານ ທູດເຂົ້າຮ່ວມຢ່າງພ້ອມພຽງ.

     ໃນໂອກາດກ່າວຕໍ່ພິທີໂຮມຊຸມນຸມຄັ້ງນີ້, ທ່ານ ຫລີ ບຸນຄ້ຳ ແລະ ທ່ານ ຫວຽນ ຕັດ ຖັງ ໄດ້ຜັດປ່ຽນກັນກ່າວຫວນຄືນເຖິງມູນເຊື່ອແຫ່ງຄວາມສາມັກຄີພິເສດ ແລະ ມິດຕະພາບອັນຫຍິ່ງໃຫ່ຍ-ດູດດື່ມ ແລະ ສະຫງ່າລາສີຂອງທັງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັນຕໍ່ສູ້ ຢ່າງຄຽງບ່າຄຽງໄຫລເພື່ອຕີເອົາຊະນະສັດຕູໂຕດຽວກັນ ແລະ ນຳພາປະເທດ ຊາດໄປສູ່ປະເທດທີ່ມີເອກກະລາດ ແລະ ອະຕິປະໄຕທີ່ຄົບຖ້ວນ. ພວກທ່ານ ໄດ້ກ່າວວ່າ: ຕັ້ງແຕ່ອາດິດ ຈົນມາຮອດ ປະຈຸບັນເຖິງແມ່ນວ່າສະພາບການຂອງໂລກ ແລະ ພາກພື້ນຈະຜັນແປໄປແນວໃດກໍ່ຕາມ, ແຕ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍ່ຍັງຍຶດໝັ້ນຖະນຸຖະໜອມ, ເພີ້ມພູມ ຄູນ       ສ້າງມູນເຊື້ອການພົວພັນດັ່ງກ່າວນັ້ນຢ່າງບໍ່ຢຸດຢັ້ງ ເຊິ່ງເປັນການປະກອບສ່ວນ ທີ່ມີລັກສະນະຕັດສິນເຂົ້າ ໃນໄຊຊະນະ ແລະ ຜົນສຳເລັດແຫ່ງການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການພັດທະນາ ຂອງແຕ່ລະປະເທດ; ພ້ອມກັນນັ້ນກໍ່ເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ມິດຕະພາບ ແລະ ການຮ່ວມມືພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກອີກດ້ວຍ.

   ທ່ານທູດທັງສອງຍັງໃຫ້ການຢືນຢັນຢ່າງໝັກແໜ້ນວ່າ: ທັງສອງສະຖານທູດຈະສຸມກຳລັງ ແລະ ຄວາມພະຍາຍາມເພື່ອປະຕິບັດໃຫ້ໄດ້ຄວາມຕັດສິນໃຈຂອງຜູ້ນຳສູງສຸດ ກໍຄືຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມະຄີພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງ ແລະ ຫລໍ່ຫລອມ ໂດຍປະທານ ໂຮ ຈີ ມີງ ແລະ ປະທານ ໄກສອນ ພົມວິຫານ ນັ້ນໃຫ້ເປັນມໍລະດົກອັນລ້ຳຄ່າຕົກທອດຮອດເຊັ່ນລູກເຊັ່ນຫລານຕໍ່ໄປ.

        ນອກຈາກການຈັດພິທີໂຮມຊຸມນຸມແລ້ວ, ທັງສອງສະຖານທູດໄດ້ຮ່ວມກັນຈັດກິດຈະກຳກິລາຕື່ມອີກ ເຊິ່ງລວມມີທັງການແຂ່ງຂັນ ກ໋ອຟ, ປິ່ງປອງ, ຕີດອກປີກໄກ່, ຕີບຸນ ແລະ ກິນເຂົ້າສາມັກຄິຮ່ວມ ກັນຢ່າງເບີກບານມ່ວນຊື່ນ.

   ທ່ານ ຫລີ ບຸນຄ້ຳ ແລະ ທ່ານ ຫວຽນ ຕັດ ຖັງ ໄດ້ຕີລາຄາສູງຕໍ່ການຈັດກິດຈະກຳໃນຄັ້ງນີ້ວ່າ ເປັນການປະກອບສ່ວນສ້າງບັນຍາກາດປີແຫ່ງຄວາມສາມັກຄີຂອງລາວ-ຫວຽດນາມໃຫ້ພົດຟື້ນ ແລະ ມີຄວາມໝາຍເລີກເຊິ່ງຫຍິ່ງໆຂຶ້ນ, ເປັນການຢືນຢັນອີກເທື່ອໜື່ງເຖິງການພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ຫວຽດນາມ ໃຫ້ໄດ້ຮັບການຈັດຕັ້ງປະຕີບັດໃນທຸກຂົງເຂດວຽກງານ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480294
ມື້ນີ້124
ມື້ວານ157
ອາທິດນີ້692
ເດືອນນີ້6525