ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ກອງປະຊຸມໃຫຍ່ຂອງໜ່ວຍພັກສະຖານທູດລາວ ທີ່ ພະນົມເປັນຄັ້ງທີ III ແລະ ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ I

20200318Cam

ໃນວັນທີ 14 ມີນາ 2020, ໜ່ວຍພັກສະຖານເອກອັກຄະລັດຖະທູດລາວປະຈໍາຣາຊະອານາຈັກກຳປູເຈຍ, ທີ່ ພະນົມເປັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຂື້ນໃນທ່າມກາງທີ່ທົ່ວພັກ-ລັດ ແລະ ທົ່ວປວງຊົນ ຕັ້ງໜ້າສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນການທູດລາວຄົບຮອບ 75 ປີ ພາຍໃຕ້ການເປັນປະທານຂອງສະຫາຍ ອໍາໄພ ກິນດາວົງ, ເລຂາໜ່ວຍພັກ. ເປັນກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ໂດຍສະຫາຍ ບົວພັດ ພຸດທະວົງ, ກຳມະການຄະນະພັກກະຊວງ ທັງເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຕາງໜ້າໃຫ້ຄະນະພັກກະຊວງການຕ່າງປະເທດ ແລະ ຄະນະຕິດຕາມຈໍານວນໜຶ່ງ, ພ້ອມດຽວກັນນີ້ ກໍ່ມີຕາງໜ້າໜ່ວຍພັກກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ ຊຽງແຕງ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກທີ່ຂື້ນກັບໜ່ວຍພັກສະຖານທູດລາວທີ່ພະນົມເປັນຈໍານວນ 24 ສະຫາຍ, ໃນນັ້ນມີຍິງ 04 ສະຫາຍ, ຊຶ່ງມາຈາກສີ່ພາກສ່ວນຄື: ສະຖານທູດ, ຕາງໜ້າບໍລິສັດວິສາຫະກິດການບິນລາວສາຂາພະນົມເປັນ, ນັກສຶກສາປ້ອງກັນຊາດ ແລະ ນັກສຶກສາພົນລະເຮືອນ.

ອ່ານເພີ່ມເຕີມ... 

ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຫ້ອງການກະຊວງການຕ່າງປະເທດ

 

20200313CabinetPsrtyMeeting11

20200313CabinetPsrtyMeeting2

20200313CabinetPsrtyMeeting22

 

        ​ໃນຕອນເຊົ້າຂອງ​ວັນ​ທີ 13 ມີ​ນາ 2020 ຜ່ານມາ, ​ທີ່ ​ຫ້ອງ​ປະ​ຊຸມກະ​ຊວງ​ການ​ຕ່າງ​ປະ​ເທດ, ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງໜ່ວຍ​ພັກ​ຫ້ອງ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກໍາມະການສູນກາງພັກ, ເລ​ຂາຄະນະບໍລິຫານງານພັກກະ​ຊວງ​ການ​ຕ່າງ​ປະ​ເທດ, ມີສະຫາຍເລຂາໜ່ວຍພັກຫ້ອງການ, ບັນດາສະຫາຍເລຂາ, ຮອງເລຂາ ແລະ ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ ທີ່ເປັນແຂກຖືກເຊີນ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ ແລະ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງ​ການກະ​ຊວງ​ການ​ຕ່າງ​ປະ​ເທດ ເຂົ້າຮ່ວມລວມທັງໝົດ 60 ສະຫາຍ.

ອ່ານເພີ່ມເຕີມ... 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

 

20200305-LaoAmbToVietnam

 

ວັນທີ 05 ມີນາ 2020, ທີ່ ສຳນັກງານສູນກາງພັກກອມມູນິດຫວຽດນາມ,   ສະຫາຍ ຫວໍ​ວັນ​ເທື່ອ​ງ, ກຳມະການກົມການເມືອງສູນກາງພັກ, ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ເນື່ອງໃນໂອກາດມາຮັບໜ້າທີ່​ໃໝ່ຢູ່ ສສ ຫວຽດນາມ.

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480340
ມື້ນີ້170
ມື້ວານ157
ອາທິດນີ້738
ເດືອນນີ້6571