ກອງປະຊຸມໃຫຍ່ ຄັ້ງທີ II ຂອງຫນ່ວຍພັກ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ແຄນເບີຣາ ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 28 ພຶດສະພາ 2020 ທີ່ ແຄນເບີຣາ ພາຍໃຕ້ການເປັນປະທານຂອງ ສະຫາຍ ສີສະຫວາດ ອິນພະຈັນ, ຄະນະພັກກະຊວງການຕ່າງປະເທດ ທັງເປັນເລຂາຫນ່ວຍພັກສະຖານທູດ ໂດຍມີຜູ້ແທນສົມບູນທັງຫມົດ 9 ສະຫາຍ ແລະ ແຂກທີ່ຖືກເຊີນຊຶ່ງເປັນສະມາຊິກພັກ ຈາກຈຸພັກນັກສຶກສາທີ່ແຄນເບີຣາ 4 ສະຫາຍ ເຂົ້າຮ່ວມ.